ໃນລະຫວ່າງວັນທີ 3-4 ພຶດສະພາ 2023, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດກອງປະຊຸມ ທາບທາມຄໍາເຫັນໃສ່ ຮ່າງປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ຢູ່ພາກໃຕ້ ທີ່ແຂວງຈຳປາສັກໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ແກ້ວລັດຕະນະ ສີຫາວົງ, ຮອງປະທານສະພາປະຊາຊົນ ແຂວງຈຳປາສັກ.
ໃນກອງປະຊຸມຄັ້ງນີ້ ມີທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ ກະຊວງ ອຄ, ພ້ອມດ້ວຍຄະນະຮັບຜິດຊອບປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ, ຜູ້ຕາງໜ້າຈາກ ຫ້ອງການ, ບັນດາກະຊວງອ້ອມຂ້າງ ເປັນຕົ້ນ ຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ, ກະຊວງຍຸຕິທຳ ແລະ ຂະແໜງການກ່ຽວຂ້ອງຈາກບັນດາແຂວງພາກໃຕ້ເຂົ້າຮ່ວມ, ກອງປະຊຸມໃນຄັ້ງນີ້ ແມ່ນດໍາເນີນເປັນເວລາ 02 ວັນ, ມີຜູ້ເຂົ້າຮ່ວມ ຈໍານວນ 60 ກວ່າທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນໜຶ່ງໃນແຜນການຈັດຕັ້ງປະຕິບັດປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ໂດຍການທາບທາມຄໍາເຫັນໃສ່ຮ່າງປັບປຸງກົດໝາຍດັ່ງກ່າວ ເພື່ອເຮັດໃຫ້ເນື້ອໃນມີຄວາມຖືກຕ້ອງ, ສອດຄ່ອງ ແລະ ສົມບູນຍິ່ງຂຶ້ນ.
ໃນໂອກາດນີ້ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ຮ່າງປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບນີ້ ແມ່ນໄດ້ປັບປຸງ ພາກພັນພືດ, ລິຂະສິດ, ແບບອຸດສາຫະກຳ ແລະ ການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ, ການແບ່ງຂັ້ນຄຸ້ມຄອງຈາກສູນກາງລົງສູ່ທ້ອງຖິ່ນ, ປັບບາງປະໂຫຍກຄໍາສັບ ແລະ ຮຽບຮຽງຄືນໃຫມ່ ເພື່ອໃຫ້ເຂົ້າໃຈງ່າຍ ແຕ່ຮັກສາຄວາມໝາຍເດີມຂອງກົດໝາຍ, ປັບປຸງຊື່ກະຊວງ ຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມາເປັນ ກະຊວງ ອຸດສາະກຳ ແລະ ການຄ້າ; ປັບປຸງບາງຈຸດເພື່ອເຮັດໃຫ້ການຈົດທະບຽນຊັບສິນອຸດສາຫະກໍາ, ພັນພືດໃໝ່, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ທັນສະໄໝ ແລະ ສອດຄ່ອງກັບລະບົບການຈົດທະບຽນສາກົນ, ການແກ້ໄຂທາງດ້ານບໍລິຫານກ່ຽວກັບການລະເມີດຊັບສິນທາງປັນຍາ ໃຫ້ເປັນຮູບປະທໍາ ແລະ ຊັດເຈນຂື້ນ. ທ່ານ ແກ້ວລັດຕະນະ ສີຫາວົງ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງຈຳປາສັກ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບປັບປຸງກົດໝາຍດັ່ງກ່າວ ທີ່ມີຄວາມເອົາໃຈໃສ່ປັບປຸງເນື້ອໃນທາງດ້ານວິຊາການ ເພື່ອເຮັດໃຫ້ກົດໝາຍມີຄວາມສອດ ຄ່ອງ ແລະ ພ້ອມໃຫ້ການສະໜັບສະໜູນຕໍ່ກັບການປັບປຸງໃນຄັ້ງນີ້.
ໃນກອງປະຊຸມ ຍັງໄດ້ຮຽກຮ້ອງ ຕໍ່ບັນດາ ຄະນະຮັບຜິດຊອບປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ແລະ ຜູ້ທີ່ເຂົ້າຮ່ວມກອງປະຊຸມ ເອົາໃຈໃສ່ ຄົ້ນຄວ້າ, ປະກອບຄຳຄິດຄໍາເຫັນໃສ່ ຮ່າງປັບປຸງກົດໝາຍຊັບສິນທາງປັນຍາ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ ມີເນື້ອໃນຖືກຕ້ອງ, ຄົບຖ້ວນ ແລະ ສອດຄ່ອງກັບລະບຽບການສ້າງນິຕິກຳ ຂອງ ສ ປປ ລາວ.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ