DIP: 021 213470-148 | IP Service Center: 021 218710

Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ກຊປ ຊຸກຍູ້ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ 2 ແຂວງພາກເໜືອ

ກຊປ ຊຸກຍູ້ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ 2 ແຂວງພາກເໜືອ

ກຊປ ຊຸກຍູ້ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ 2 ແຂວງພາກເໜືອກຊປ ຊຸກຍູ້ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ 2 ແຂວງພາກເໜືອໃນໄລຍະຜ່ານມາ ກົມຊັບສິນທາງປັນຍາໄດ້ສົມທົບກັບບັນດາແຂວງທົ່ວປະເທດ ໂດຍສະເພາະແມ່ນ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ໃນການຈັດຕັ້ງປະຕິບັດໂຄງການ ແລະ ໄດ້ມອບໃຫ້ແຂວງລົງເກັບກໍາຂໍ້ມູນ ກ່ຽວກັບຫົວໜ່ວຍທຸລະກິດພາຍໃນແຂວງຂອງຕົນ ທີ່ມີທ່າແຮງນໍາໃຊ້ລະບົບຊັບສິນທາງປັນຍາເຂົ້າຊ່ວຍ ໃນການສ້າງມູນຄ່າເພີ່ມ ແລະ ຍົກສູງຄວາມອາດສາມາດໃນການແຂ່ງຂັນໃນທ້ອງຕະຫຼາດ.

ສປປ ລາວ ກໍ່ແມ່ນປະເທດໜຶ່ງ ທີ່ມີທ່າແຮງບົ່ມຊ້ອນຢ່າງຫຼວງຫຼາຍ ທີ່ຈະສາມາດນໍາໃຊ້ລະບົບຊັບສິນທາງປັນຍາ ເຂົ້າຊ່ວຍໃນການສ້າງມູນຄ່າເພີ່ມ ແລະ ຄວາມອາດສາມາດໃນການແຂ່ງຂັນໃນທ້ອງຕະຫຼາດໃຫ້ສິນຄ້າ ໂດຍສະເພາະແມ່ນ ບັນດາສິນຄ້າທີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນທີ່ມີຢູ່ໃນແຕ່ລະແຂວງທົ່ວປະເທດ. ຊຶ່ງໃນລະຫວ່າງ ວັນທີ 01-08 ສິງຫາ 2020 ກົມຊັບສິນທາງປັນຍາ(ກຊປ), ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ສືບຕໍ່ ຊຸກຍູ້ 2 ແຂວງເປົ້າໝາຍ ທາງພາກເໜືອ ຄືແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ ນໍາທີມໂດຍ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ພ້ອມດ້ວຍຄະນະ ຈາກກົມຊັບສິນທາງປັນຍາ ແລະ ຫ້ອງການສະພາວິທະຍາສາດແຫ່ງຊາດພາຍໃຕ້ໂຄງການຄົ້ນຄວ້າ ວິທະຍາສາດ ຊຸກຍູ້ສົ່ງເສີມການນໍາໃຊ້ຊັບສິນທາງປັນຍາເຂົ້າສູ່ຂະບວນການຜະລິດເປັນສິນຄ້າ ຊຶ່ງໄດ້ຈັດຕັ້ງປະຕິບັດມາແຕ່ປີ 2013 ແລະ ໃນຄັ້ງນີ້ ການຊຸກຍູ້ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ກໍເປັນໜຶ່ງກິດຈະກຳ ທີ່ນອນໃນໂຄງການດັ່ງກ່າວ.

ຈຸດປະສົງການລົງຊຸກຍູ້ໃນຄັ້ງນີ້ ກໍເພື່ອເຮັດໃຫ້ຜູ້ປະກອບການ ທີ່ເປັນທັງກຸ່ມຜູ້ຜະລິດ, ຜູ້ປະກອບການ ສາມາດສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ໂດຍນຳໃຊ້ລະບົບຊັບສິນທາງປັນຍາເຂົ້າສູ່ຂະບວນການຜະລິດເປັນສິນຄ້າ. ຊຶ່ງໃນລະຫວ່າງ ວັນທີ 01-05 ສິງຫາ ທີ່ຜ່ານມາ, ໄດ້ຈັດກອງປະຊຸມ ເຜີຍແຜ່ກົດໝາຍວ່າດ້ວຍຊັບສິນທາງປັນຍາ ກ່ຽວກັບ ການຈົດທະບຽນເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ໃນ 3 ເມືອງ ຄືເມືອງປາກແບງ, ເມືອງຮຸນ ແລະ ເມືອງໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ຄຳດີ ກຸນໄຊຍະທຳ ຮອງເລຂາພັກເມືອງ ຮອງເຈົ້າເມືອງ ເມືອງປາກແບງ ທີ່ເມືອງປາກແບງ, ທ່ານ ອິນທາ ລືນາມມະຈັກ ເລຂາພັກເມືອງ ເຈົ້າເມືອງເມືອງຮຸນ ທີ່ເມືອງຮຸນ ແລະ ທ່ານ ສົມແພງ ໄພຍະວົງ ຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງອຸດົມໄຊ ທີ່ເມືອງໄຊ ແຂວງອຸດົມໄຊ. ພາຍໃນກອງປະຊຸມ ຍັງໄດ້ລົງເລິກ ເຜີຍແຜ່ເອກະສານ ກ່ຽວກັບ ການຈົດທະບຽນເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອໃຫ້ສາມາດຈັດຕັ້ງກຸ່ມການຜະລິດທີ່ມີເຄື່ອງໝາຍລວມໝູ່ເປັນຂອງຕົນເອງ ໂດຍມີຜູ້ເຂົ້າຮ່ວມທັງໝົດ 12 ກຸ່ມຜູ້ປະກອບການ ຈຳນວນ 223 ທ່ານ. ພາຍຫລັງການລົງຊູກຍູ້ສົ່ງເສີມຜູ້ປະກອບການແລ້ວ ທາງຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບທ່ານ ຄຳພັນ ເຜີຍຍະວົງ, ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງແຂວງອຸດົມໄຊ ເພື່ອລາຍງານຕໍ່ສະພາບການຈັດຕັ້ງປະຕິບັດໂຄງການ ທີ່ສົ່ງເສີມຜູ້ປະກອບການໂດຍນຳໃຊ້ຊັບສິນທາງປັນຍາເຂົ້າສູ່ຂະບວນການຜະລິດເປັນສິນຄ້າ, ໃນຕອນທ້າຍ ທ່ານເຈົ້າແຂວງແຂວງອຸດົມໄຊ ຍັງໄດ້ມີຄຳເຫັນ ໂດຍສະແດງຄວາມຊົມເຊີຍຕໍ່ຄະນະທີ່ລົງຊຸກຍູ້ສົ່ງເສີມຜູ້ປະກອບການທີ່ແຂວງອຸດົມໄຊໃນຄັ້ງນີ້ ພ້ອມທັງຊີ້ແນະໃຫ້ສືບຕໍ່ ລົງສົ່ງເສີມຜະລິດຕະພັນທີ່ເປັນເອກະລັກທ້ອງຖິ່ນຂອງແຂວງອຸດົມໄຊ ເປັນຕົ້ນແມ່ນ ຊາ ແລະ ພືດທີ່ເປັນຢາ ຊຶ່ງຈະເປັນທ່າແຮງສຳຄັນໜຶ່ງ ຕໍ່ການພັດທະນາເສດຖະກິດ ພາຍໃນແຂວງອຸດົມໄຊໄດ້.

ຈາກນັ້ນ, ລະຫວ່າງວັນທີ 06-08 ສິງຫາ 2020 ໄດ້ສືບຕໍ່ລົງຈັດກອງປະຊຸມເຜີຍແຜ່ ກົດໝາຍວ່າດ້ວຍຊັບສິນທາງປັນຍາ ກ່ຽວກັບ ການຈົດທະບຽນເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ທີ່ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ສີສຸພັນ ສີສະຫວັດ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫຼວງພະບາງ. ກອງປະຊຸມ ແມ່ນສືບຕໍ່ ເຜີຍແຜ່ເອກະສານ ກ່ຽວກັບ ການຈົດທະບຽນເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອໃຫ້ສາມາດຈັດຕັ້ງກຸ່ມການຜະລິດທີ່ມີເຄື່ອງໝາຍລວມໝູ່ເປັນຂອງຕົນເອງ ໂດຍມີຜູ້ເຂົ້າຮ່ວມທັງໝົດ 10 ກຸ່ມຜູ້ປະກອບການ ຈຳນວນ 61 ທ່ານ. ຈາກນັ້ນ ທາງຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບທ່ານ ສຸກັນ ບຸນຍົງ, ຄະນະປະຈຳພັກແຂວງ ຮອງເຈົ້າແຂວງແຂວງຫຼວງພະບາງ ເພື່ອລາຍງານຕໍ່ສະພາບການຈັດຕັ້ງປະຕິບັດໂຄງການ ທີ່ສົ່ງເສີມຜູ້ປະກອບການໂດຍນຳໃຊ້ຊັບສິນທາງປັນຍາເຂົ້າສູ່ຂະບວນການຜະລິດເປັນສິນຄ້າ, ໃນຕອນທ້າຍ ທ່ານຮອງເຈົ້າແຂວງແຂວງຫຼວງພະບາງ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການຈັດຕັ້ງປະຕິບັດ ທີ່ສົ່ງເສີມຜູ້ປະກອບການໃນໄລຍະຜ່ານມາ ເປັນຕົ້ນ ການກະກຽມການສ້າງຕັ້ງສະມາຄົມ ຜ້າໄໝຫຼວງພະບາງ ຊຶ່ງຈະຈັດເປັນແຜນບູລິມະສິດໃນແຜນ 5 ປີ ຂອງແຂວງຫຼວງພະບາງ ເພື່ອຮັກສາມູນເຊື້ອທີ່ຕິດພັນກັບການປູກມອນລ້ຽງມ້ອນຂອງປະຊາຊົນໃນທ້ອງຖິ່ນ ທັງເປັນການສົ່ງເສີມວິຊາຊີບຂອງປະຊາຊົນອີກດ້ວຍ; ພ້ອມນັ້ນ ທ່ານຍັງມີຄຳເຫັນໃຫ້ສືບຕໍ່ສົ່ງເສີມວຽກງານຊັບສິນທາງປັນຍາທີ່ຕິດພັນກັບຊາວກະສິກອນ ໂດຍສະເພາະ ຜະລິດຕະພັນ ທີ່ເປັນທ່າແຮງທີ່ຈະຈົດເປັນຜະລິດຕະພັນຖິ່ນກຳເນີດ ຢູ່ແຂວງຫຼວງພະບາງ ເປັນຕົ້ນ ໄຄແຜ່ນ, ໝາກກ້ຽງ.

ຈາກກິດຈະກຳລົງຊຸກຍູ້ ແລະ ຕິດຕາມຕົວຈິງ ພາຍໃນ 2 ແຂວງດັ່ງກ່າວ ປະກອບດ້ວຍ 4 ເມືອງ ຄື ເມືອງປາກແບ່ງ, ເມືອງຮຸນ ແລະ ເມືອງໄຊ ທີ່ແຂວງອຸດົມໄຊ ແລະ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໂດຍມີຜູ້ເຂົ້າຮ່ວມທັງໝົດ 284 ທ່ານ; ໃນນັ້ນ ມີກຸ່ມຜູ້ປະກອບການທີ່ມີທ່າແຮງທີ່ຈະສາມາດຈົດທະບຽນເຄື່ອງໝາຍ ລວມໝູ່ ມີທັງໝົດ 4 ກຸ່ມ ຊຶ່ງແມ່ນກຸ່ມຜະລິດຊາປາກແບ່ງ ແລະ ກຸ່ມຜະລິດ ສິ້ນໄໝມ້ອນ ບ້ານນາໂຮມ ຈາກແຂວງອຸດົມໄຊ ແລະ ກຸ່ມຫັດຖະກຳຕີເຫລັກ ບ້ານຫາດຮ່ຽນ ແລະ ກຸ່ມແຈ່ວບ໋ອງ ບ້ານມະໂນ ຈາກແຂວງຫຼວງພະບາງ ໃນກຸ່ມເປົ້າໝາຍທັງໝົດ 22 ກຸ່ມການຜະລິດ; ພ້ອມນັ້ນ ຍັງໄດ້ຮັບການແຈ້ງຂໍ້ມູນລິຂະສິດ ກ່ຽວກັບ ລາຍສິ້ນ ຈຳນວນ 4 ລາຍ ທີ່ເມືອງຮຸນ ແຂວງອຸດົມໄຊອີກດ້ວຍ. ເຖິງຢ່າງໃດກໍຕາມ ກຸ່ມເປົ້າໝາຍດັ່ງກ່າວ ສ່ວນໃຫຍ່ແມ່ນຍັງບໍ່ທັນມີເຄື່ອງໝາຍການຄ້າທີ່ເປັນຂອງຕົນເອງ. ໃນການປະກອບທຸລະກິດການຄ້ານັ້ນ ຈະຕ້ອງມີການຜະລິດ ຫຼື ການບໍລິການ ແລ້ວນຳສິນຄ້າ ຫຼື ການບໍລິການນັ້ນ ໄປສູ່ຜູ້ບໍລິໂພກ ສະນັ້ນ ການມີຫຍີ່ຫໍ້ສິນຄ້າ ຫຼື ເຄື່ອງໝາຍການຄ້າ ທີ່ຈະເຮັດໃຫ້ຜູ້ບໍລິໂພກຈົດຈຳໄດ້ນັ້ນ ເປັນສິ່ງສຳຄັນ ແລະ ການຈົດທະບຽນເຄື່ອງໝາຍການຄ້າ ຫຼື ເຄື່ອງໝາຍລວມໝູ່ ກໍເປັນເຄື່ອງມືໜຶ່ງ ທີ່ຈະຊ່ວຍປົກປ້ອງສິດຜົນປະໂຫຍດຂອງຜູ້ປະກອບການອີກດ້ວຍ. ທາງຄະນະຮັບຜິດຊອບໂຄງການ ຍັງໃຫ້ຮູ້ຕື່ມວ່າ : ສຳລັບ 4 ກຸ່ມການຜະລິດທີ່ມີທ່າແຮງໃນການຈົດທະບຽນເຄື່ອງໝາຍລວມໝູ່ນັ້ນ ແມ່ນຈະສືບຕໍ່ເຮັດໃຫ້ກຸ່ມດັ່ງກ່າວ ສາມາດສ້າງ ແລະ ຈົດທະບຽນເຄື່ອງໝາຍລວມໝູ່ ໃຫ້ສຳເລັດພາຍໃນປີນີ້.

ກຊປ ຊຸກຍູ້ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ 2 ແຂວງພາກເໜືອ ກຊປ ຊຸກຍູ້ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ 2 ແຂວງພາກເໜືອ ກຊປ ຊຸກຍູ້ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ 2 ແຂວງພາກເໜືອ ກຊປ ຊຸກຍູ້ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ 2 ແຂວງພາກເໜືອ ກຊປ ຊຸກຍູ້ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ 2 ແຂວງພາກເໜືອ ກຊປ ຊຸກຍູ້ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ 2 ແຂວງພາກເໜືອ ກຊປ ຊຸກຍູ້ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ 2 ແຂວງພາກເໜືອ ກຊປ ຊຸກຍູ້ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ 2 ແຂວງພາກເໜືອ ກຊປ ຊຸກຍູ້ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ 2 ແຂວງພາກເໜືອ ກຊປ ຊຸກຍູ້ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ 2 ແຂວງພາກເໜືອ ກຊປ ຊຸກຍູ້ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ 2 ແຂວງພາກເໜືອ