DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ກຊປ ລົງຊຸກຍູ້ ແລະ ຕິດຕາມຄວາມຄືບໜ້າ ການກວດກາຄວບຄຸມພາຍໃນ ກຸ່ມຜູ້ຜະລິດເຂົ້າໄກ່ນ້ອຍ ຢູ່ແຂວງຫົວພັນ

ໃນວັນທີ 15-16 ສິງຫາ 2022 ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບ ອົງການ GRET ພາຍໃຕ້ໂຄງການສົ່ງເສີມ ແລະ ປົກປ້ອງສີນຄ້າຖີ່ນກຳເນີດເຂົ້າໄກ່ນ້ອຍ ແຂວງ ຫົວພັນ ແລະ ຊຽງຂວາງ ໄດ້ສົມທົບກັນລົງຕິດຕາມຊຸກຍູ້ຄວາມຄືບໜ້າການກວດກາຄວບຄຸມພາຍໃນ ຂອງກຸ່ມຜູ້ຜະລິດເຂົ້າໄກ່ນ້ອຍຖິ່ນກຳເນີດ  ຢຸ່ບ້ານ ນາວິດ, ບ້ານ ຊຽງຊື້ ເມືອງວຽງໄຊ ແລະ ບ້ານ ຫົວຊຽງ, ບ້ານ ກາງ ເມືອງຊຳເໜືອ ແຂວງ ຫົວພັນ  ຈູດປະສົງໃນການລົງໄປຕິດຕາມໃນຄັ້ງນີ້ ເພື່ອຕິດຕາມຄວາມຄືບໜ້າ ສມຄ ສົ່ງເສີມເຂົ້າໄກ່ນ້ອຍແຂວງຫົວພັນ ຫົວໜ້າກຸ່ມ ແລະ ນັກກວດກາຄວບຄຸມພາຍໃນ ໃນການຊ່ວຍສະມາຊິກຜູ້ຜະລິດເຂົ້າໄກ່ນ້ອຍຕື່ມແບບຟອມ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງ ເພື່ອກຽມກະກຽມຄວາມພ້ອມ ສຳລັບການກວດກາພາຍນອກ.

ຂ່າວ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ

ແຫຼ່ງຂໍ້ມູນ: ພະແນກເຄື່ອງໝາຍການຄ້າ ແລະ ຖິ່ນກໍາເນີດ