ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຊຽງຂວາງ, ຈັດກອງປະຊຸມເຜີຍແຜ່ ໂຄງການສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ໃຫ້ແກ່ ສິນຄ້າຫັດຖະກຳລາວ ໃນຂອບເຂດທົ່ວປະເທດ ທີ່ແຂວງຊຽງຂວາງ, ໃນລະຫວ່າງວັນທີ 25-26 ມັງກອນ 2023 ຜ່ານມາ, ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ບົວວອນ ວົງປັນຍາ ຮອງຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຊຽງຂວາງ, ບັນດາຫົວໜ້າຂະແໜງ, ຜູ້ຕາງໜ້າຫ້ອງການເມືອງ, ຜູ້ຕາງໜ້າຈາກຜູ້ປະກອບການເປັນຕົ້ນ ຜູ້ປະກອບການຫັດຖະກຳແຜ່ນແພ, ກາເຟ, ຊາ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ແມ່ນເພື່ອເຜີຍແຜ່ໂຄງການ ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າ ໃຫ້ແກ່ ສິນຄ້າຫັດຖະກຳລາວ ໃນຂອບເຂດທົ່ວປະເທດ ເພື່ືອແນ່ໃສ່ໃນການຊຸກຍູ້ສົ່ງເສີມໃຫ້ສິນຄ້າຫັດຖະກໍາລາວ ໃຫ້ມີເຄືອງໝາຍການຄ້າ ເພື່ອສ້າງມູນຄ່າເພີ່ມຂອງຜະລິດຕະພັນສິນຄ້າໃຫ້ສູງຂຶ້ນ ໂດຍສະເພາະ ສິນຄ້າຫັດຖະກໍາຂອງລາວ ໃຫ້ສາມາດແຂ່ງຂັນໃນຕະຫຼາດທັງພາຍໃນ ແລະ ຕ່າງປະເທດໄດ້.
ທ່ານ ໄຊບັນດິດ ໄຊຍະວົງຄຳດີ, ຮອງຫົວໜ້າກົມ ຍັງໃຫ້ຮູ້ອີກວ່າ, ປັດຈຸບັນ ສິນຄ້າຫັດຖະກຳ ແມ່ນມີທ່າຂະຫຍາຍຕົວ ແຕ່ການຈະເຮັດໃຫ້ທຸລະກິດຂັບເຄື່ອນ ແລະ ສ້າງມູນຄ່າເພີ່ມຕື່ມໄດ້ນັ້ນ ຊັບສິນທາງປັນຍາ ຖືວ່າເປັນປັດໄຈສຳຄັນໜຶ່ງທີ່ຄວນໃຫ້ຄວາມສຳຄັນ ເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ປະກອບການ. ນອກຈາກນີ້ ທ່ານຍັງໃຫ້ຮູ້ຕື່ມວ່າ ກົມຊັບສິນທາງປັນຍາ ຍັງມີນະໂຍບາຍ ແລະ ແຜນໃນການຈັດຕັ້ງປະຕິບັດ ເພື່ອຊຸກຍູ້ສົ່ງເສີມຜູ້ປະກອບການ ໂດຍສະເພາະ ແມ່ນນະໂຍບາຍ “ໜຶ່ງເມືອງໜຶ່ງຜະລິດຕະພັນ – ໜຶ່ງຊັບສິນທາງປັນຍາ” ທີ່ຈະເປັນແກນຫຼັກໜຶ່ງ ເພື່ອຂັບເຄື່ອນຜະລິດຕະພັນໃຫ້ໄດ້ຮັບການປົກປ້ອງ ພາຍໃຕ້ກົດໝາຍຊັບສິນທາງປັນຍາ.
ພາຍໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນໍາສະເໜີຂອງ ທ່ານ ແພງທອງ ແຈ່ມມາໄລ, ຫົວໜ້າພະແນກສົ່ງເສີມ ແລະ ພັດທະນາຊັບສິນທາງປັນຍາ, ໂດຍສະເພາະ ການທຳຄວາມເຂົ້າໃຈ ກ່ຽວກັບຄວາມສຳຄັນຂອງຊັບສິນທາງປັນຍາສຳລັບທຸລະກິດ, ການສ້າງເຄື່ອງໝາຍ ແລະ ການຈົດເຄື່ອງໝາຍການຄ້າ, ພ້ອມດ້ວຍຂັ້ນຕອນການປະ ກອບຄໍາຮ້ອງ ແລະ ຍື່ນຄຳຮ້ອງ ຂໍຈົດທະບຽນເຄື່ອງໝາຍການຄ້າ, ເພື່ອປົກປ້ອງເຄື່ອງໝາຍການຄ້າຂອງຜູ້ປະກອບການ.
ພ້ອມກັນນັ້ນ, ເພື່ອເຮັດໃຫ້ຜູ້ຜະລິດ ແລະ ຜູ້ປະກອບການ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ເຂົ້າເຖິງບັນຫາຂອງຜູ້ປະກອບການ ພາຍໃນແຂວງຂຽງຂວາງ, ທາງກົມຊັບສິນທາງປັນຍາ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຊຽງຂວາງ ຍັງໄດ້ລົງຕິດແທດ ແລະ ສ້າງຄວາມເຂົ້າໃຈແກ່ຜູ້ປະກອບການພາຍໃນແຂວງ ໄດ້ເຫັນເຖິງຄວາມສຳຄັນຂອງການປົກປ້ອງຊັບສິນທາງປັນຍາຂອງຕົນ. ຜົນການຈັດຕັ້ງປະຕິບັດໃນຄັ້ງນີ້ ມີຜູ້ປະກອບການຍື່ນຄໍາຮ້ອງ ຂໍຈົດທະບຽນເຄື່ອງໝາຍການຄ້າ ເພື່ອປົກປ້ອງເຄື່ອງໝາຍການຄ້າຂອງຕົນ ຈຳນວນ 8 ເຄື່ອງໝາຍ.
ໂຄງການດັ່ງກ່າວ ມີໄລຍະເວລາໃນການຈັດຕັ້ງປະຕິບັດໂຄງການ ແມ່ນ 1 ປີ.
ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ