ເພື່ອຜັນຂະຫຍາຍດໍາລັດ ສະບັບເລກທີ 604/ນຍ, ລົງວັນທີ 15 ຕຸລາ 2021, ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 34/ນຍ, ລົງວັນທີ 23 ສິງຫາ 2016 ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ. ໃນນີ້, ກະຊວງ ອຸດສາຫະກໍາ ແລະ ການຄ້າ ກໍໄດ້ອອກແຈ້ງການ ເລກທີ 1289/ອຄ, ລົງວັນທີ 20 ທັນວາ 2021 ເພື່ອແບ່ງຂັ້ນຄຸ້ມຄອງໃນການຮັບຄໍາຮ້ອງທີ່ກ່າວມານັ້ນ.
ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງວຽງຈັນ, ຈັດກອງປະຊຸມເຜີຍແຜ່ ການແບ່ງຂັ້ນຄຸ້ມຄອງ ວຽກງານຊັບສິນທາງປັນຍາ ແລະ ຝຶກອົບຮົມ ໃນການຮັບຄໍາຮ້ອງຂໍຈົດທະບຽນ ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ການແຈ້ງຂໍໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ໃນວັນທີ 03 ມີນາ 2022 ຜ່ານມາ ທີ່ແຂວງ ວຽງຈັນ, ມີໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ພູນສະຫວັດ ຮັກສາການຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ຄຳເພັດ ທອງພາລິດ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ວຽງຈັນ.
ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອເຜີຍແຜ່ວຽກງານຊັບສິນທາງປັນຍາ, ເຜີຍແຜ່ແຈ້ງການຂອງ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ, ການຝຶກອົບຮົມ ໃນການຮັບຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ການແຈ້ງຂໍໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ຄໍາສະເໜີແກ້ໄຂທາງດ້ານບໍລິຫານ ແລະ ການແກ້ໄຂການລະເມີດສິດຊັບສິນທາງປັນຍາຢູ່ຂັ້ນແຂວງ.
ທ່ານ ສັນຕິສຸກ ພູນສະຫວັດ ຮັກສາການຫົວໜ້າກົມຊັບສິນທາງປັນຍາ, ກໍໄດ້ໃຫ້ກຽດກ່າວເປີດກອງປະຊຸມຄັ້ງນີ້ ຊຶ່ງມີເນື້ອໃນບາງຕອນວ່າ: ການສ້າງຄວາມເຂັ້ມແຂງກ່ຽວກັບວຽກງານຊັບສິນທາງປັນຍາ ໃຫ້ແກ່ ບຸກຄະລາກອນ, ຜູ້ປະກອບການຜະລິດສິນຄ້າ ໃຫ້ໄດ້ປົກປ້ອງສິດ, ຜູ້ປັບປຸງພັນພືດ ແລະ ພັດທະນາພັນພືດໃໝ່ ແລະ ການສົ່ງເສີມການສິນຄ້າທີ່ເປັນເອກະລັກສະເພາະ ເພື່ອສາມາດຈົດທະບຽນຖິ່ນກໍາເນີດ ເຮັດໃຫ້ຂັ້ນທ້ອງຖິ່ນ ໃຫ້ມີຄວາມຮູ້ຄວາມສາມາດ, ມີປະສົບການ, ມີຄວາມຊໍານິຊໍານານທາງດ້ານວິຊາການ ສາມາດນຳໃຊ້ລະບົບທີ່ທັນສະໄໝ ເຂົ້າໃນວຽກງານບໍລິການຮັບຄໍາຮ້ອງຂັ້ນແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດຖືເປັນບູລິມະສິດສໍາຄັນ ເພື່ອເຮັດໃຫ້ວຽກງານຊັບສິນທາງປັນຍາ ເປັນຂະແໜງການໜຶ່ງທີ່ສ້າງລາຍຮັບໃຫ້ແກ່ແຂວງ. ສະນັ້ນ, ເຫັນວ່າ ຂະແໜງ ຊັບສິນທາງປັນຍາ ທີ່ຍົກຍ້າຍເຂົ້າມາຢູ່ນໍາຂະແໜງ ອຄ ຈຶ່ງ ຈໍາເປັນຢ່າງຍິ່ງທີ່ຈະຕ້ອງໄດ້ ພິຈາລະນາໃນການຮັກສາຂະແໜງນີ້ໄວ້ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ເພື່ອຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາທີ່ຕິດພັນກັບທ້ອງຖິ່ນ ໂດຍສະເພາະ ແມ່ນຂັ້ນແຂວງ ແລະ ຂັ້ນເມືອງ.
ດັ່ງທີ່ທ່ານຮູ້ແລ້ວວ່າ: ແຂວງວຽງຈັນ ເປັນແຂວງໜຶ່ງທີ່ມີຜູ້ປະກອບການຫຼາຍຂະແໜງ ເຊັ່ນ: ສາລີຫວານບັນຈຸແກັດ, ແປ້ງມັນຕົ້ນ, ມັນຕົ້ນດິບ, ໝາກກ້ວຍ, ໝາກຂາມ, ຢາງພາລາອົບແຫ້ງ, ຢາງພາລາແຜ່ນ, ໄມ້ສຽບຊີ້ນສຳເລັດຮູບ, ໄມ້ໄຜ່ຂັດເງົາສຳເລັດຮູບ ແລະ ອື່ນໆ ເຊິ່ງວຽກງານເຫຼົ່ານີ້ ລ້ວນແຕ່ມີຄວາມຈໍາເປັນຕ້ອງໄດ້ຮັບການປົກປ້ອງສິດຊັບສິນທາງປັນຍາ ໃຫ້ແກ່ຜູ້ປະດິດ ແລະ ຜູ້ອອກແບບ, ສະນັ້ນ ນອກເໜືອຈາກ ວຽກການຮັບຄໍາຮ້ອງແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງແລ້ວ, ຍັງມີ ການຮັບຄໍາສະເໜີກ່ຽວກັບການແກ້ໄຂທາງດ້ານບໍລິຫານ, ການແກ້ໄຂການລະເມີດສິດຊັບສິນທາງປັນຍາທີ່ຕິດພັນກັບ ໝວດ 2 (ການດໍາເນີນຄະດີ ແລະ ການນໍາໃຊ້ມາດຕະການ) ໂດຍສະເພາະ ເລີ່ມຈາກມາດຕາ 135 ເປັນຕົ້ນໄປ ແມ່ນມອບໃຫ້ແຂວງ ເນື່ອງຈາກວ່າ ຫຼາຍຄະດີ ຫຼື ການລະເມີດ ແມ່ນເກີດຂຶ້ນໃນທ້ອງຖິ່ນ. ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການແກ້ໄຂຂໍ້ຂັດແຍ່ງໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຍັງເປັນການສ້າງຄວາມເຊື່ອຖື ແລະ ເຊື່ອໝັ້ນໃຫ້ແກ່ຜູ້ມາຂໍຈົດທະບຽນຊັບສິນທາງປັນຍາ ເພື່ອຂໍປົກປ້ອງ. ສະນັ້ນ, ຂັ້ນສູນກາງ ກໍຍັງຈະໄດ້ເອົາໃຈໃສ່ໃນວຽກງານການສ້າງຂີດຄວາມສາມາດຕື່ມ. ສໍາລັບບັນຫາທີ່ຕິດພັນກັບການແກ້ໄຂ ການລະເມີດສິດແບບອຸດສາຫະກໍາ ລົດອີແຕ໋ນຊິ້ງ ທີ່ຕິດພັນກັບ ແຂວງວຽງຈັນ ແລະ ແຂວງໄຊຍະບູລີ, ໂດຍລວມກ່ຽວກັບບັນຫາທີ່ເກີດຂຶ້ນ ຊຶ່ງໃນການແກ້ໄຂທາງດ້ານບໍລິຫານ ແມ່ນສິ້ນສຸດແລ້ວ. ສະນັ້ນ, ອີງຕາມ ມາດຕາ 133 ຂອງກົດໝາຍວ່າດ້ວຍ ຊັບສິນທາງປັນຍາ, ຄູ່ກໍລະນີ ສາມາດຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອຕັດສິນຄະດີກ່ຽວກັບຊັບສິນທາງປັນຍາ ຕາມກົດໝາຍ.
ກອງປະຊຸມໃນຄັ້ງນີ້, ນອກຈາກພວກເຮົາຈະໄດ້ທໍາຄວາມເຂົ້າໃຈ ເຖິງຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາແລ້ວ ພວກເຮົາຍັງຈະໄດ້ສຶກສາຮ່ວມກັນ ໃຫ້ລະອຽດຂຶ້ນອີກຂັ້ນໜຶ່ງ ເປັນຕົ້ນ: ການຮັບຄໍາຮ້ອງ ຂໍຈົດທະບຽນແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດແລະ ຄຳສະເໜີແກ້ໄຂທາງດ້ານບໍລິຫານ ລວມທັງການປ້ອນຂໍໍ້ມູນ, ອັບໂຫຼດເອກະສານ ເຂົ້າໃນ ລະບົບຖານຂໍ້ມູນຊັບສິນທາງປັນຍາ (IPAS) ອີກດ້ວຍ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ຮັກສາການຫົວໜ້າກົມຊັບສິນທາງປັນຍາ ກໍໄດ້ຮຽກຮ້ອງ ມາຍັງບັນດາທ່ານທີ່ເຂົ້າຮ່ວມປະຊຸມ ຈະສຸມຈິດສຸມໃຈ ສຶກສາຮຽນຮູ້ຢ່າງເຕັມເມັດເຕັມໜ່ວຍ ພ້ອມທັງແລກປ່ຽນບົດຮຽນ ຊຶ່ງກັນ ແລະ ກັນ ຢ່າງເປັນກັນເອງ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ໃນວຽກງານຕົວຈິງ ໃນທ້ອງຖິ່ນຂອງຕົນ.
ໃນກອງປະໃນຄັ້ງນີ້ ມີທ່ານ ສີດາ ຢູຕຼີຈັນທະຈັກ, ຮອງຫົວໜ້າກົມຊັບສິນທາງປັນຍາ ອຄ, ທ່ານ ດາວເພັດ ເມືອງໂພນທອງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ອຄ, ມີຜູ້ຕາງໜ້າ ຈາກກົມກວດກາ ອຄ, ມີຜູ້ຕາງໜ້າຈາກບັນດາ ພະແນກການອ້ອມຂ້າງແຂວງ, ຫ້ອງການເມືອງ, ມີພະນັກງານວິຊາການທັງສູນກາງ ແລະ ທ້ອງຖິ່ນ ແລະ ຜູ້ປະກອບການ ເຂົ້້າຮ່ວມ ຈຳນວນ 60 ກວ່າຄົນ, ແລະ ກອງປະຊຸມ ແມ່ນດຳເນີນເປັນເວລາ 1 ວັນ.
ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ