ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຮ່ວມກັບ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ແຂວງ ແລະ ອຳນາດການປົກຄອງແຂວງ ເຊກອງ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານຊັບສິນທາງປັນຍາ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຂະແໜງການທ້ອງຖິ່ນ ແລະ ຜູ້ປະກອບການໃນຕອນເຊົ້າຂອງວັນທີ 14 ກຸມພາ 2020 ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງເຊກອງຊຶ່ງໄດ້ຮັບກຽດການເຂົ້າເປັນປະທານຮ່ວມຂອງ ທ່ານ ປອ. ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີ, ກວຕ ແລະ ທ່ານ ເຫຼັກໄຫຼ ສີວິໄລ, ຮອງເຈົ້າແຂວງ, ແຂວງ ເຊກອງ.
ທ່ານ ຮອງເຈົ້າແຂວງໆ ເຊກອງ ໄດ້ມີຄໍາເຫັນຕໍ່ກອງປະຊຸມໃນຄັ້ງນີ້ ວ່າ: ທ່າມກາງທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າໃນທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ຊາວແຂວງເຊກອງ ໄດ້ສຸມໃສ່ການປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ຂອງລັດຖະບານ ກໍຄື ການປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 9 ຂອງອົງຄະນະພັກແຂວງ ຢ່າງເປັນຂະບວນຟົດພື້ນ, ການເຜີຍແຜ່ ວຽກງານຊັບສິນທາງປັນຍາ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຂະແໜງການທ້ອງຖິ່ນ ແລະ ຜູ້ປະກອບການ ໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນ ເພາະເປັນການກະຕຸກຊຸກຍູ້ ແລະ ສ້າງຄວາມເຂັ້ມແຂງທາງດ້ານວິຊາການໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ແກ່ທ້ອງຖິ່ນ ແລະ ຜູ້ປະກອບການ ໂດຍສະເພາະ ຂະແໜງຊັບສິນທາງປັນຍາ ກ່ຽວກັບການຮັບຄຳຮ້ອງ ແບບອຸດສາຫະກຳ, ຂໍຈົດທະບຽນເຄື່ອງໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ແກ້ໄຂຂໍ້ຂັດແຍ່ງ ທາງຊັບສິນທາງປັນຍາ ໃຫ້ກ້າວເຂົ້າສູ່ລວງເລິກ, ເຮັດໃຫ້ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ມີຄວາມເຂັ້ມແຂງ, ຂະແໜງການຕ່າງໆມີຄວາມເຂົ້າໃຈຂຶ້ນຕື່ມ ຕໍ່ກັບວຽກງານດັ່ງກ່າວ ທີ່ຕິດພັນກັບທຸກໆຂົງເຂດວຽກງານ, ການດໍາລົງຊີວິດຂອງປະຊາຊົນ ແລະ ເພື່ອແນໃສ່ການປົກປ້ອງຫົວຄິດປະດິດສ້າງສິ່ງໃໝ່ໆ ຂອງຜູ້ປະກອບການ ແລະ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງເຊກອງ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງ.
ທ່ານ ປອ. ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີ ກວຕ ໃຫ້ກຽດກ່າວເປີດກອງປະຊຸມສໍາມະນາ ຊຶ່ງມີເນື້ອໃນບາງຕອນ ວ່າ: ວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນວຽກໜຶ່ງທີ່ມີບົດບາດສຳຄັນ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ, ເປັນກໍາລັງແຮງ ແລະ ພາຫະນະບຸກທະລຸ ທີ່ມີປະສິດທິຜົນສູງ ເພື່ອຊຸກຍູ້ ແລະ ຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳແຫ່ງຊາດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງຍືນຍົງ ແລະ ຕາມທິດສີຂຽວ.
ການຈັດກອງປະຊຸມເຜີຍແຜ່ໃນມື້ນີ້ ແມ່ນກິດຈະກຳໜຶ່ງ ຊຶ່ງຈັດຂຶ້ນເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນທັງພາກລັດ ແລະ ເອກະຊົນ, ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ (SME), ນັກທຸລະກິດ, ກຸ່ມຜູ້ຜະລິດ, ຊາວກະສິກອນ ເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ກໍຄື ເຫັນຄວາມສຳຄັນໃນການນຳໃຊ້ ແລະ ປົກປ້ອງສິດຊັບສິນທາງປັນຍາ ໃນການປະດິດສ້າງ, ປະດິດຄິດແຕ່ງ, ສ້າງມູນຄ່າເພີ່ມຂອງສິນຄ້າ ແລະ ສາມາດແຂ່ງຂັນໃນຕະຫຼາດໄດ້. ກົມຊັບສິນທາງປັນຍາ ຈະໄດ້ແນະນຳ ແລະ ສ້າງຄວາມເຂົ້າໃຈ ໃນການດຳເນີນງານ ກໍຄື ການແບ່ງຂັ້ນຄຸ້ມຄອງວຽກງານຊັບສິນທາງປັນຍາ ໃນຂັ້ນ ພວຕ ແຂວງ ເພື່ອເຮັດໃຫ້ຜູ້ປະກອບການຢູ່ທ້ອງຖິ່ນ ສະດວກແກ່ການເຂົ້າເຖິງວຽກງານຊັບສິນທາງປັນຍາອີກດ້ວຍ.
ກອງປະຊຸມເຜີຍແຜ່ມື້ນີ້, ຜູ້ເຂົ້າຮ່ວມ ຈະໄດ້ຮັບຟັງ ກ່ຽວກັບການພັດທະນາວຽກງານຊັບສິນທາງປັນຍາ ໂດຍສະເພາະ ວຽກງານສິດທິບັດ, ແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ຖິ່ນກຳເນີດ, ພັນພືດໃໝ່, ລິຂະສິດ, ສິດກ່ຽວຂ້ອງກັບລິຂະສິດ ແລະ ການແກ້ໄຂຂໍ້ຂັດແຍ່ງທາງດ້ານຊັບສິນທາງປັນຍາ ຊຶ່ງຜູ້ເຂົ້າຮ່ວມ ຈະໄດ້ຮູ້ລະອຽດຕື່ມວ່າ ແຕ່ລະປະເພດຊັບສິນທາງປັນຍາຂອງເຮົາ ສາມາດໄດ້ຮັບການປົກປ້ອງ ແນວໃດພາຍໃຕ້ ກົດໝາຍວ່າດ້ວຍຊັບສິນທາງປັນຍາ ແລະ ມີມູນຄ່າເພີ່ມໄດ້ແນວໃດ ໃນການປະກອບທຸລະກິດ ແລະ ເຂົ້າໃນການພັດທະນາເສດຖະກິດສັງຄົມ ແລະ ວັດທະນາທໍາແບບຍືນຍົງ.
ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ ກວຕ ໄດ້ບັນຍາຍກ່ຽວກັບຫົວຂໍ້ “ການພັດທະນາວຽກງານຊັບສິນທາງປັນຍາ, ຄວາມສໍາຄັນຂອງວຽກງານສິດທິບັດ ແລະ ຄວາມສໍາຄັນຂອງວຽກງານແບບອຸດສາຫະກຳ”. ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການບັນຍາຍ ຈາກບັນດາວິທະຍາກອນທີ່ມາຈາກສູນກາງ ຊຶ່ງຫົວຂໍ້ທີ່ນຳມາບັນຍາຍໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນກ່ຽວກັບ ວຽກງານເຄື່ອງໝາຍການຄ້າ, ລິຂະສິດ, ພັນພຶດໃໝ່ ແລະ ການແກ້ໄຂຂໍ້ຂັດແຍ່ງທາງດ້ານຊັບສິນທາງປັນຍາ.
ເຂົ້າຮ່ວມກອງປະຊຸມເປັນເວລາ 1 ວັນຄັ້ງນີ້ ມີທ່ານ ສຸລະພົນ ໝື່ນວິເສດ, ຫົວໜ້າ ພວຕ ແຂວງເຊກອງ, ບັນດາທ່ານ ຫົວໜ້າພະແນກ, ຮອງພະແນກອ້ອມຂ້າງແຂວງ, ເຈົ້າເມືອງ, ຮອງເຈົ້າເມືອງ, ຜູ້ປະກອບການ ແລະ ພະນັກງານວິຊາການທັງສູນກາງ ແລະ ທ້ອງຖິ່ນ ຈຳນວນ 100 ກວ່າຄົນ.
ໂອກາດດຽວກັນນີ້, ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ ຕາງໜ້າໃຫ້ແກ່ກະຊວງ ມອບຄອມພິວເຕີຕັ້ງໂຕະ ຈຳນວນ 1 ຊຸດ, ເຄື່ອງພິມເອກະສານ 1 ໜ່ວຍ ໃຫ້ແກ່ ພວຕ ແຂວງ ຊຶ່ງທ່ານ ສຸລະພົນ ໝື່ນວິເສດ, ຫົວໜ້າ ພວຕ ແຂວງ ແລະ ຕາງໜ້າ ພະແນກ ຮັບເຄື່ອງດັ່ງກ່າວ.