ກົມຊັບສິນທາງປັນຍາ(ກຊປ), ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບພະແນກ ວິທະຍາສາດ ແລະ ເຕັກໂນ
ໂລຊີ (ພວຕ)ແຂວງໄຊຍະບູລີ ຈັດກອງປະຊຸມເຜີຍແຜ່ວຽກງານຊັບສິນທາງປັນຍາ ແລະ ສ້າງຄວາມເຂັ້ມແຂງໃຫ້ ແກ່ຂະ ແໜງການທ້ອງຖິ່ນ ແລະ ຜູ້ປະກອບການ ໃນວັນທີ 25 ກຸມພາ2019, ຢູ່ທີ່ແຂວງໄຊຍະບູລີ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ຫຸມພັນ ອິນທະຣາດ, ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ເພັງນິລັນ ຄຳພັນເພັງ, ຮອງເຈົ້າແຂວງໆ ໄຊຍະບູລີ.
ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຂຶ້ນຕື່ມອີກຂອງ ວຽກງານຊັບສິນທາງປັນຍາ ໃຫ້ແກ່ພະແນກການຂັ້ນທ້ອງຖິ່ນ, ຜູ້ປະກອບການ, ນັກທຸລະກິດ, ກຸ່ມຜູ້ຜະລິດ, ຊາວ ກະສິກອນ ໃຫ້ເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ແລະ ນໍາໃຊ້ວຽກງານດັ່ງກ່າວເຂົ້າສູ່ຂະບວນ ການຜະລິດເປັນສິນຄ້າ ໃຫ້ມີເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍ ລວມໝູ່ ເພື່ອປົກປ້ອງສິດຊັບສິນທາງປັນຍາ ຂອງຕົນ ພາຍໃຕ້ກົດໝາຍຊັບສິນທາງປັນຍາ.
ທັງເປັນການຊຸກຍູ້ສົ່ງເສີມ ໃຫ້ແກ່ຜູ້ຜະລິດ ແລະ ຜູ້ປະກອບການພາຍໃນແຂວງ ສົ່ງເສີມສ້າງເສດຖະກິດພູມປັນຍາ, ປະດິດຄິດແຕ່ງ, ຊຸກຍູ້ສົ່ງເສີມຜະລິດສິນ ຄ້າທີ່ເປັນທ່າແຮງຂອງແຂວງ ໃຫ້ກາຍເປັນສິນຄ້າສິນຄ້າສົ່ງອອກ ແລະ ເພື່ອຮອງຮັບວຽກງານການຮັບປະກັນການຄໍ້າສະບຽງອາຫານແຫ່ງຊາດ.
ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ຮັບຟັງການນຳສະເໜີເອກະສານຕ່າງໆເຊັ່ນ: ພາລະບົດບາດ, ສິດ ແລະ ໜ້າທີ່ຂອງກົມຊັບສິນທາງປັນຍາ, ການພັດທະນາວຽກ ງານຊັບສິນທາງປັນຍາ, ຄວາມຮູ້ພື້ນຖານທາງດ້ານຊັບສິນທາງປັນຍາ, ການຮັບຮອງລະບຽບການນຳໃຊ້ເຄື່ອງໝາຍລວມໝູ່, ການສ້າງເຄື່ອງໝາຍການຄ້າ ແລະ ລະບຽບ ການນຳໃຊ້.
ເຂົ້າຮ່ວມກອງປະຊຸມດັ່ງກ່າວມີທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ສົມສະໜຸກ ໄຊຄຳມູນ, ຫົວໜ້າພະແນກວິທະຍາ ສາດ ແລະ ເຕັກໂນໂລຊີ ແຂວງໄຊຍະບູລີ, ມີບັນດາຜູ້ຕາງໜ້າພະແນກການ, ຜູ້ປະກອບການ, ກຸ່ມການຜະລິດ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ນອກຈາກນັ້ນ, ໃນໄລຍະການລົງຕິດຕາມ ແລະ ສົ່ງເສີມ ວຽກງານຊັບສິນທາງປັນຍາ ຢູ່ແຂວງໄຊຍະບູລີ ລະຫວ່າງ ວັນທີ 22-26 ກຸມພາ 2019, ກົມຊັບສິນທາງປັນຍາ ແລະ ພະແນກວິທະຍາສາດ ແຂວງໄຊຍະບູລີ ໄດ້ລົງສົ່ງເສີມ ຜູ້ປະກອບການ ເປັນຕົ້ນແມ່ນ ຜູ້ປະກອບການທີ່ທຳການຜະລິດໝາກຕາວ, ກຸ່ມຜູ້ຜະລິດເຫຼົ້າ ບ້ານນາຕໍໃຫຍ່, ກຸ່ມຜະລິດເຂົ້ານາແຊງ-ນາປີ ບ້ານນາລາ, ໂຮງງານຜະລິດເຄື່ອງໃຊ້ກະສິກຳ ແລະ ອຸດສາຫະກຳ, ໂຮງງານເຂົ້າປຸ້ນແຫ້ງອີກດ້ວຍ.