ໃນວັນທີ 09 ມີນາ 2022 ຜ່ານມາ, ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ມະຫາວິທະຍາໄລ ແຫ່ງຊ່າດ ຈັດກອງປະຊຸມສຳມະນາແລກບົດຮຽນ ກ່ຽວກັບການນຳໃຊ້ ແລະ ປົກປ້ອງສິດຊັບສິນທາງປັນຍາ ທີ່ຕິດພັນກັບການຄົ້ນຄວ້າ ແລະ ພັນພືດໃໝ່, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ນ. ສົມຈັນ ບຸນພັນມີ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ນ. ສີດາ ຢູຕຣີິຈັນທະຈັກ, ຮອງຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ.
ກອງປະຊຸມໃນຄັ້ງນີ້, ມີບັນດາ ທ່ານຫົວໜ້າພະແນກ, ຮອງພະແນກ, ບັນດາອາຈານ ມຊ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ປອ ນ. ສົມຈັນ ບຸນພັນມີ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ໃຫ້ກຽດກ່າວເປີດກອງປະຊຸມ ທ່ານກ່າວວ່າ: ກອງປະຊຸມສໍາມະນາໃນຄັ້ງນີ້ ຈັດຂຶ້ນເປັນຄັ້ງທິ 3 ໂດຍການຮ່ວມມື ລະຫວ່າງ ກົມຊັບສິນທາງປັນຍາ ແລະ ມະຫາວິທະຍາໄລແຫ່ງຊາດ ແລະ ຊຶ່ງໄດ້ລິເສີ່ມມາແຕ່ປີ 2019 ເປັນຕົ້ນມາ, ມີຈຸດປະສົງ ເພື່ອຮຽນຮູ້ ແລະ ແລກປ່ຽນບົດຮຽນ ກ່ຽວກັບຊັບສິນທາງປັນຍາ ທີ່ນໍາໃຊ້ເປັນເຄື່ອງມື ໃນການຂັບເຄື່ອນທາງດ້ານເສດຖະກິດ-ສັງຄົມ ໂດຍສະເພາະ ການສ້າງຜະລິດຕະພັນ, ການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ, ໃນໄລຍະຜ່ານມາທາງ (ມຊ) ກໍໄດ້ສົ່ງເສີມການປະດິດຄິດສ້າງ, ປະດິດຄິດແຕ່ງ, ການຄົ້ນຄວ້າວິໄຈທາງດ້ານວິທະຍາສາດ, ໃນປັດຈຸບັນທາງ (ມຊ) ກໍໄດ້ຮັບການສະໜັບສະໜູນ ຈາກທະນາຄານພັດທະນາອາຊີ (ADB), ເພື່ອສ້າງຄວາມຮູ້ຄວາມສາມາດທາງດ້ານວິຊາການ ໃຫ້ແກ່ ອາຈານ, ນອກຈາກພັດທະນາເສດຖະກິດ-ສັງຄົມແລ້ວ ຍັງຊ່ວຍໃຫ້ຜູ້ປະກອບການ ໃນການນໍາໃຊ້ຄວາມຮູ້ຄວາມສາມາດທາງດ້ານວິຊາການຂອງຕົນ ບໍ່ວ່າຈະເປັນທາງດ້ານການກະເສດ, ດ້ານເສດຖະກິດ, ສິງແວດລ້ອມ, ດ້ານວິທະຍາສາດທຳມະຊາດ ແລະ ດ້ານອື່ນໆ. ໃນການປະດິດຄິດສ້າງ, ປະດິດຄິດແຕ່ງ, ສ້າງຜະລິດຕະພັນຕ່າງໆ ແລະ ສາມາດສ້າງລາຍຮັບໄດ້ນີ້ ແມ່ນການສົ່ງເສີມ ແລະ ການຂັບເຄື່ອນເສດຖະກິດ ແລະ ເປັນການຊ່ວຍແກ້ໄຂບັນຫາຄວາມຫຍຸ້ງຫຍາກ ທາງດ້ານການເງິນໃນອານາຄົດ ແລະ ເພື່ອເປັນການແກ້ໄຂບັນຫາໃຫ້ແກ່ນັກສຶກສາທີ່ຮຽນຈົບໄປແລ້ວນັ້ນ, ໃຫ້ເຂົາເຈົ້າສາມາດນຳໃຊ້ຫົວຄິດປະດິດສ້າງ, ປະດິດແຕ່ງ, ສ້າງນະວັດຕະກຳ ຫຼື ສ້າງເປັນຜະລິດຕະພັນຂອງຕົນໄດ້.ພ້ອມນັ້ນ, ຈະເປັນການປະກອບສ່ວນອັນສໍາຄັນ ໃນການແບ່ງປັນຄວາມຮູ້ ແລະ ປະສົບການ ໃຫ້ແກ່ ອາຈານ (ມຊ), ທັງເປັນການກະຕຸກຊຸກຍູ້ ການປະດິດສ້າງ, ປະດິດແຕ່ງ ແລະ ດ້ານວິຊາການຂອງຕົນອີກດ້ວຍ.
ໃນໂອກາດນີ້ ທ່ານ ຮອງຫົວໜ້າ ກົມຊັບສິນທາງປັນຍາ, ກໍໄດ້ມີຄໍາເຫັນຕໍ່ກອງປະຊຸມສໍາມະນາດັ່ງກ່າວ ຊຶ່ງ ທ່ານກ່າວວ່າ, ໃນຍຸກສັງຄົມປັດຈຸບັນ, ວິທະຍາສາດ ແລະ ເຕັກໂນໂລຊີ ມີຄວາມກ້າວໜ້າຢ່າງຕໍ່ເນື່ອງ ຊຶ່ງຖ້າສັງເກດແລ້ວ ສິ່ງໃຊ້ສອຍ ໃນຊີວິດປະຈຳວັນທີ່ເກີດຂຶ້ນ ເປັນຕົ້ນ ໂທລະສັບລຸ້ນໃໝ່ ທີ່ມີຄວາມສາມາດເຮັດໃຫ້ຄົນເຮົາສະດວກຕໍ່ການສື່ສານ, ຍານພາຫະນະທີ່ມີຄວາມທັນສະໄໝ ສ້າງຄວາມສະດວກແກ່ການດຳລົງຊີບຂອງມະນຸດຢ່າງຫຼວງຫຼາຍໃນປະຈຸບັນ. ແຕ່ວ່າການໄດ້ມາເຖິງຄວາມທັນສະໄໝ ຫຼື ສິ່ງອຳນວຍຄວາມສະດວກແກ່ການເປັນຢູ່ນັ້ນ ທັງໝົດທັງມວນ ເກີດຈາກການທຸ້ມເທຂອງນັກຄົ້ນຄວ້າ, ນັກປະດິດ, ທີ່ປະດິດສ້າງ, ປະດິດຄິດແຕ່ງຂຶ້ນມາຈາກສະຕິປັນຍາ ຊຶ່ງກໍຄື ຊັບສິນທາງປັນຍາ ທີ່ເກີດຂຶ້ນຈາກຄົນເຮົານັ້ນເອງ.
ແລ້ວ “ຊັບສິນທາງປັນຍາ ມັນຢູ່ໃສ ເກີດຂຶ້ນແນວໃດ?”, ໃນຫຼາຍປະເທດ ທີ່ມີການເຕີບໂຕທາງເສດຖະກິດ, ກໍແມ່ນໃຫ້ຄວາມສຳຄັນຕໍ່ຊັບສິນທາງປັນຍາ ໂດຍສະເພາະ ກໍເລີ່ມຈາກສະຖາບັນການສຶກສາ, ມະຫາວິທະຍາໄລ ທີ່ເປັນຈຸດສູນລວມ, ຈຸດສ້າງບຸກຄະລາກອນ ທີ່ມີຄວາມສາມາດບົ່ມຊ້ອນອອກສູ່ສັງຄົມ. ສຳລັບ ສປປ ລາວ ແລ້ວ ປັດຈຸບັນ ບັນດາມະຫາວິທະຍາໄລ ໃນຂອບເຂດທົ່ວປະເທດ ຄືສູນບົ່ມເພາະ ທີ່ສຳຄັນທີ່ສຸດ ທີ່ຈະຂັບເຄື່ອນເສດຖະກິດ-ສັງຄົມ ແລະ ການເປັນຢູ່ທີ່ີດີ ໃຫ້ແກ່ ປະຊາຊົນລາວ ໃນອານາຄົດ ດ້ວຍການນຳໃຊ້ຊັບສິນທາງປັນຍາ ເຂົ້າຊ່ວຍໃນການຂັບເຄື່ອນ ແລະ ທຸກທ່ານທີ່ເຂົ້າຮ່ວມສຳມະນາໃນຄັ້ງນີ້ ບໍ່ເວັ້ນແມ່ນແຕ່ຄົນດຽວ ກໍມີສັກກະຍະພາບພາຍໃນຕົວຢູ່ແລ້ວ ທັງເປັນສ່ວນທີ່ສຳຄັນໃນການຂັບເຄື່ອນຄວາມກ້າວໜ້າຂອງປະເທດອີກດ້ວຍ.
ມາຮອດປະຈຸບັນນີ້ ເປັນທີ່ຍອມຮັບວ່າ ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ເຮັດໃຫ້ແຕ່ລະປະເທດມີການພັດທະນາ, ປະຊາຊົນຮັ່ງມີຜາສຸກ ແມ່ນສາມາດວັດແທກໄດ້ ຊຶ່ງສະແດງໃຫ້ເຫັນໄດ້ວ່າ ປະເທດໃດມີຊັບສິນທາງປັນຍາຫຼາຍເທົ່າໃດ ປະເທດນັ້ນຍິ່ງມີຄວາມຈະເລີນຫຼາຍເທົ່ານັ້ນ.
ການຈັດສຳມະນາໃນຄັ້ງນີ້, ຜູ້ທີ່ເຂົ້າຮ່ວມໄດ້ມີໂອກາດຮັບຟັງ ແລະ ແລກປ່ຽນບົດຮຽນ ກ່ຽວກັບການນຳໃຊ້ ແລະ ປົກປ້ອງສິດຊັບສິນທາງປັນຍາ ທີ່ຕິດພັນກັບການຄົ້ນຄວ້າ ແລະ ພັນພືດໃໝ່.
ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ