ໃນວັນທີ 5 ກັນຍາ 2018 ເວລາ 08:30 ໂມງ, ຂະແໜງຊັບສິນທາງປັນຍາ, ມາດຕາຖານ ແລະ ວັດແທກ,
ພະແນກວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ແຂວງຊຽງຂວາງ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຂັ້ນຕອນ ໃນການເຄື່ອນໄຫວ ຈັດຕັ້ງປະຕິບັດຕົວຈິງໃນການກວດກາ, ສະກັດກັ້ນການຜະລິດ ລອກຮຽນແບບ ແລະ ການນຳ ມາຈຳໜ່າຍຜະລິດຕະພັນທີ່ລະເມີດເຄື່ອງໝາຍການຄ້າ ຍີ່ຫໍ້ ສະເຕດ (STATES) ປະເພດນໍ້າມັນເຄື່ອງ ຢູ່ເທດ ສະບານເມືືອງແປກ, ແຂວງຊຽງຂວາງ.
ກອງປະຊຸມພາຍໃຕ້ການເປັນປະທານຂອງ ທ່ານ ສິງຄຳ ພານຸວົງ, ຮອງຫົວໜ້າຂະແໜງບໍລິຫານ,ພວຕ ແຂວງ ຊຽງຂວາງ ຊຶ່ງໄດ້ຮັບກຽດການເຂົ້າຮ່ວມໂດຍຕໍາ ຫລວດເສດຖະກິດ ແຂວງຊຽງຂວາງ, ພະແນກອຸດ ສະຫະກຳການຄ້າແຂວງ, ພະແນກຍຸຕິທຳແຂວງ, ຕາງໜ້າໃຫ້ບໍລິສັດແຫຼມທອງການຄ້າຈໍາກັດ, ພະນັກງານຫ້ອງ ການວິທະຍາສາດ ແລະ ເຕັກໂນໂລຊີຂັ້ນເມືອງ ແລະ ພະນັກງານວິຊາການຂອງຂະແໜງຊັບສິນທາງປັບຍາ ມາດຕາຖານ ແລະ ການວັດແທກທັງໜົດ 9 ທ່ານ, ຍິງ 2 ທ່ານ.
ການຈັດກອງປະຊຸມດັ່ງກ່າວ ແມ່ນຈັດຕັ້ງປະຕິບັດຕາມການສະເໜີຂອງບໍລິສັດ ແຫຼມທອງການຄ້າຈຳກັດ ເພື່ອລົງເຄື່ອນໄຫວກວດກາ, ສະກັດກັ້ນ ແລະ ຢຶດ ສິນຄ້າທີ່ປອມແປງ, ລອກຮຽນແບບ, ລະເມີດເຄື່ອງໝາຍການຄ້າ STATES ປະເພດນໍ້າມັນເຄື່ອງປອມແປງເຄື່ອງໝາຍການຄ້າ ຢູ່ຕາມຫ້າງຮ້ານຕ່າງໆທີ່ວາງຈໍາໜ່າຍ ຕາມຕະຫຼາດເທດສະບານ ເມືອງແປກ, ແຂວງຊຽງຂວາງ ເພື່ອເປັນກາ
ນປົກປ້ອງສິດ ແລະ ຄວາມເປັນທຳໃຫ້ແກ່ເຈົ້າຂອງຊັບສິນທາງປັນຍາ ກໍຄືເຈົ້າຂອງສິນຄ້າລວມທັງ ຜູ້ຊົມໃຊ້ ເພື່ອຮັບປະກັນໃຫ້ໄດ້ທັງມາດຕະຖານ ແລະ ຄຸນນະພາບ ຂອງສິນຄ້າ.
ຜ່ານການລົງເຄື່ອນໄຫວຈັດຕັ້ງປະຕິບັດຕົວຈິງ ຂອງຄະນະກຳມະການກວດກາ ສາມາດກວດພົບ ແລະ ກັກຢຶດສິນຄ້າທີ່ລະເມີດເຄື່ອງໝາຍການຄ້າ STATES ປະເພດນ້ຳມັນເຄື່ອງຢູ່ຕາມຕະຫຼາດເມືອງແປກ, ແຂວງຊຽງຂວາງ ແລະ ບັນດາຫ້
າງຮ້ານ ຈຳນວນ 3 ຮ້ານ ແລະ ກັກຢຶດໄດ້ທັງໝົດ 3.954 ຕຸກຊຶ່ງ ລວມມູນຄ່າທັງໝົດ 42.902.000 ກີບ.
ການເຄື່ອນໄຫວກວດກາຄັ້ງນີ້ ເພື່ອບໍ່ໃຫ້ສິນຄ້າປອມແປງລອກຮຽນແບບ ທີ່ບໍ່ມີຄຸນນະພາບດັ່ງກ່າວ ໄດ້ຖືກຈຳໜ່າຍໃຫ້ຜູ້ຊົມໃຊ້. ຄະນະກຳມະການກວດກາ ໄດ້ອາຍັດໄວ້ເພື່ອທຳລາຍສິນຄ້າລອກຮຽນແບບດັ່ງກ່າວໃນຂັ້ນຕໍ່ໄປ.
ພາບ ແລະ ຂ່າວ: ພວຕ ແຂວງຊຽງຂວາງ