DIP: 021 213470-148 | IP Service Center: 021 218710

Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ກວຕ ຖະແຫຼງງານມະຫາກຳຊັບສິນທາງປັນຍາ ແລະ ສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ 2019

ກວຕ ຖະແຫຼງງານມະຫາກຳຊັບສິນທາງປັນຍາ ແລະ ສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ 2019ໃນວັນທີ 05 ເມສາ 2019 ທີ່ຜ່ານມານີ້, ທ່ານ ຫຸມພັນ ອິນທະຣາດ, ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ທ່ານ ບົວສອນ ວົງສອງຄອນ, ຮອງເຈົ້າແຂວງ ແຂວງ ຈຳປາສັກ ໄດ້ຮ່ວມຖະແຫຼງຂ່າວງານມະຫາກຳຊັບສິນທາງປັນຍາ ແລະ ສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ ອັນເປັນກິດຈະກຳ ແລະ ເຫດການໜຶ່ງທີ່ສຳຄັນ ໃນການຊູກຍູ້ສົ່ງເສີມຫົວຄິດປະດິດສ້າງ-ປະດິດຄິດແຕ່ງ, ຄວາມຮູ້ພູມປັນຍາພື້ນບ້ານອັນເປັນມູນເຊື້ອ ຂອງປະຊາຊົນບັນດາເຜົ່າ ທີ່ຕິດພັນກັບຊັບສິນທາງປັນຍາ.

ຕໍ່ກັບການຖະແຫຼງຂ່າວ ຄັ້ງນີ້ ໄດ້ແຈ້ງໃຫ້ຊາບວ່າ: ​ງານມະຫາກຳ​ຊັບ​ສິນ​ທາງ​ປັນຍາ ໃນຄັ້ງນີ້ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ​ຮ່ວມກັບອຳນາດ​ການ​ປົກຄອງແຂວງຈຳປາສັກ ຈະໄດ້ເປັນເຈົ້າພາບ ຈັດ​ງານມະຫາກຳ​ຊັບ​ສິນ​ທາງ​ປັນຍາຄັ້ງທີ່ 5 2019 ຂຶ້ນເຊີ່ງຈະ​ເລີ້ມ​ແຕ່ວັນທີ 24-28 ເມສາ 2019 ຢູ່ທີ່ຕະຫຼາດ​ສູນ​ການ​ຄ້າ(ຊັ້ນ 3)ນະຄອນ​ປາກ​ເຊ,​ແຂວງ​ຈຳປາ​ສັກ ພາຍໃຕ້ຄຳຂວັນ “ເສີມ​ສ້າງ​ຊັບ​ສີນ​ທາງ​ປັນຍາ ​ເພື່ອ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ວັດທະນະທຳ​ແບບ​ຍືນ​ຍົງ” ແລະ ຈະຈັດພິທີສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກຄົບຮອບ 19 ປີ ຂຶ້ນໃນວັນທີ 26 ເມສາ 2019 ພາຍໃຕ້ຄຳຂວັນວ່າ “ຊັບສິນທາງປັນຍາ ແລະ ກິລາ : “ກ້າວຂຶ້ນສູ່ຫຼຽນຄຳ” [Reach for Gold: IP and Sports]​​.” ​

ງານມະຫາກຳດັ່ງກ່າວ ຈະມີການວາງສະແດງ​ຜົນງານ​ຊັບສິນທາງປັນຍາ​ຂອງ​ລາວ​ ແລະສາກົນ. ພ້ອມ​ດຽວ​ກັນ​ນັ້ນ, ຍັງຈະມີການຈັດຫລາຍກິດຈະກຳ​ເປັນ​ຕົ້ນ ການໂຄສະນາເຜີຍແຜ່​ຄວາມ​ຮູ້​ທາງ​ດ້ານ​ຊັບ​ສິນ​ທາງ​ປັນຍາ​ ເພື່ອສ້າງ​ຄວາມ​ເຂົ້າ​ໃຈ​ ແລະ ​ເຫັນ​ໄດ້ຄວາມ​ສຳຄັນ​ຂອງ​ວຽກ​ງານຊັບ​ສິນ​ທາງ​ປັນຍາຕໍ່​ການ​ພັດທະນາ​ເສດຖະກິດສັງຄົມແລະວັດທະນະ​ທໍາ ແບບຍືນຍົງຂອງປະເທດເຮົາ ​ເຮັດໃຫ້ສາທາ​ລະນະຊົນ​ໄດ້​ຮັບ​ຮູ້​ຂໍ້​ມູນ​ຂ່າວສານກ່ຽວ​ກັບ ການຄຸ້ມຄອງ​ແລະການ​ປົກ​​ປ້ອງຊັບ​ສິນ​ທາງ​ປັນຍາ ຂອງບັນດານັກ​ຄົ້ນ​ຄວ້າ, ນັກວິທະຍາ ສາດ, ນັກ​ປະດິດສ້າງ, ນັກປະດິດຄິດແຕ່ງ ​ແລະ ຜູ້ທີ່ເປັນເຈົ້າຂອງຊັບສິນທາງປັນຍາອື່ນໆອີກດ້ວຍ.

ນອກຈາກເຈົ້າ​ຂອງ​ຜົນງານ, ຜຸ້ປະກອບ​ການ ​​​​ນຳ​ເອົາ​ຜະລິດ​ຕະພັນຜົນງານ​ທາງ​ດ້ານ​ຊັບ​ສິນ​ທາງ​ປັນຍາປັນຍາ ແລະ ພູມປັນຍາພື້ນບ້ານອັນເປັນມູນເຊື້ອຂອງ​ຕົນ​ເຂົ້າ​ຮ່ວ​ມວາງສະ​​ແດງ​ໃນ​ງານ​ຄັ້ງ​ນີ້​ແລ້ວ, ຜູ້​​ເຂົ້າ​ຮ່ວມ​ທັງ​ພາຍ​ໃນ​ແລະຕ່າງປະ​ເທດ​ຈະໄດ້​ມີ​​ໂອກາດພົບ​ປະ, ແລກປ່ຽນບົດຮຽນປະສົບ​ປະການ​ ຊື່​ງກັນ​ແລະ​ກັນ ​​ແລະ​ສາມາດຈັບ​ຄູ່​ຮ່ວມ​ທຸລະ​ກິດ​ນຳ​ກັນ.

ໃນລະຫວ່າງ​ວັນ​ທີ 24 ເມສາ ເຖິງວັນທີ 28 ເມສາ 2019 ກົມ​ຊັບ​ສິນ​ທາງ​ປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດ້ວຍ ພະແນກວິທະຍາສາດ  ແລະ ເຕັກໂນໂລຊີ ແຂວງ ແລະ ​ສະຖາບັນການສຶກສາຈະ​ໄດ້ຈັດ​ກອງ​ປະຊຸມ​ສໍາ​ມະ​ນາ ແລະ ໃຫ້​ຄໍາ​ປຶກສາ​, ສົນທະນາແລກປ່ຽນກ່ຽວ​ກັບ​ວຽກ​ງານ​ຊັບ​ສິນ​ທາງ​ປັນຍາ, ຊຶ່ງຈະ​ໄດ້​ແນະ​ນໍາ ແລະ ບໍລິການ ​ກ່ຽວກັບການຈົດ​ທະບຽນ​ຊັບ​ສິນອຸດສາຫະກໍາ, ພັນພືດໃໝ່ ແລະ ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ. ​ໃນງານ ກົມ​ຊັບ​ສິນ​ທາງ​ປັນຍາ​ຍັງຈະໄດ້​​ໃຫ້ບໍລິການ​ຮັບ​​ຄໍາ​ຮ້ອງ​ຂໍຈົດ​ທະບຽນ​ຊັບ​ສິນ​ອຸດສາຫະກໍາ​ ແລະ ຄໍາຮ້ອງຂໍແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໃນທຸກໆ​ວັນ​ ຕະຫລອດ​ການ​ຈັດ​ງານ.​​

ໃນໄລຍະການຈັດງານມະຫາກຳຊັບສິນທາງປັນຍາ ທີ່ຈະຈັດຂຶ້ນໃນປີນີ້ ແມ່ນຈະຈັດຢູ່ນະຄອນປາກເຊ ແຂວງຈຳປາສັກ ເນື່ອງຈາກແຂວງດັ່ງກ່າວ ກໍເປັນແຂວງໜຶ່ງທີ່ຢູ່ໃນເປົ້າໝາຍທີ່ອີງຕາມແຜນແມ່ບົດຂອງລັດຖະບານ ໃນການສ້າງຄວາມເຂັ້ມແຂງທາງດ້ານວຽກງານຊັບສິນທາງປັນຍາ ເພື່ອປົກປ້ອງພູມປັນຍາໃນການປະດິດສ້າງ ແລະ ປະດິດຄິດແຕ່ງ ແລະ ເພື່ອປົກປ້ອງຜົນປະໂຫຍດໃນການສ້າງມູນຄ່າເພີ່ມຂອງສິນຄ້າ ແລະ ສາມາດແຂ່ງຂັນໃນຕະຫຼາດ ພ້ອມນັ້ນ ໃນແຂວງດັ່ງກ່າວ ກໍມີຄວາມພ້ອມໃນການຍື່ນຂໍຈົດທະບຽນຖິ່ນກຳເກີດ ທີ່ເປັນຜະລິດຕະພັນຂອງທ້ອງຖິ່ນ ຄືກາເຟບໍລິເວນ ແລະ ຊາປາກຊ່ອງ. ພ້ອມກັນນັ້ນ ກໍຈະມີການຮັບຄຳຮ້ອງຂໍຈົດທະບຽນຖິ່ນກຳເນີດ ເຫຼົ້າແຊັມເປນ ຊຶ່ງເປັນຜະລິດຕະພັນ ທີ່ຈະຍື່ນຂໍ ຕໍ່ຈາກ ຖິ່ນກຳເນີດເຂົ້າໄກ່ນ້ອຍ ຂອງແຂວງ ຫົວພັນ ແລະ ຊຽງຂວາງ ທີ່ໄດ້ຮັບການຈົດທະບຽນມາແລ້ວ ໃນປີ 2018.

ວັນທີ 26 ເມສາ ນີ້ ກໍເປັນວັນສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ ທີ່ໄດ້ໝູນວຽນມາຄົບຮອບ 19ປີ ພໍດີ ຊຶ່ງເປັນການສ້າງຈິດສໍານຶກໃຫ້ແກ່ສັງຄົມເຂົ້າໃຈກ່ຽວກັບ ພາລະບົດບາດ ແລະ ຄວາມສຳຄັນຂອງວຽກງານຊັບສິນທາງປັນຍາ ເຊັ່ນ: ສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກຳ, ແບບຜັງວົງຈອນລວມ, ເຄື່ອງໝາຍການຄ້າ, ຖິ່ນກໍາເນີດ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ພູມປັນຍາພື້ນບ້ານອັນເປັນມູນເຊື້ອ​ໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳ ທີ່ເປັນການສະແດງເຖິງ ການ​​ປົກ​ປ້​ອງສິດ, ການປົກປ້ອງຜົນປະໂຫຍດຂອງນັກຄົ້ນຄວ້າ, ນັກປະດິດສ້າງ ແລະ ປະດິດຄິດແຕ່ງ ເພື່ອຊຸກຍູ້ສົ່ງເສີມຄວາມຄິດສ້າງສັນຂອງມວນມະນຸດ; ການສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ໃນວັນທີ 26 ເມສາ ນີ້ ຈະບໍ່ພຽງແຕ່ແມ່ນການສະເຫຼີມສະຫຼອງພາຍໃນນະຄອນປາກເຊເທົ່ານັ້ນ, ໃນທຸກໆແຂວງ ຂອງສປປ ລາວ ກໍຈະສະເຫຼີມສະຫຼອງເຊັ່ນກັນ ຊຶ່ງເປັນການສ້າງຂະບວນການອັນຟົດຟື້ນ ທັງເປັນການສ້າງຄວາມເຂົ້າໃຈ ແລະ ບົ່ງບອກເຖິງການໃຫ້ຄວາມສຳຄັນຕໍ່ວຽກງານຊັບສິນທາງປັນຍາ ໃນທຸກໆ ຂັ້ນທ້ອງຖິ່ນ ທີ່ຈະເປັນທ່າແຮງສຳຄັນອັນໜຶ່ງ ໃນການພັດທະນາເສດຖະກິດ ແລະ ວັດທະນະທຳແບບຍືນຍົງ ໃນອານາຄົດ.

ສຳລັບປີນີ້ອົງການຊັບສິນທາງປັນຍາໂລກ ໄດ້ກຳນົດຄໍາຂວັນການສະເຫຼີມສະຫຼອງໃນທົ່ວໂລກວ່າ:ຊັບສິນທາງປັນຍາ ແລະ ກິລາ : ກ້າວຂຶ້ນສູ່ຫຼຽນຄຳ [Reach for Gold: IP and Sports]​” ຊຶ່ງເປັນການ​ຊີ້ໃຫ້ເຫັນເຖິງບົດ​ບາດ ແລະ ຄວາມສໍາຄັນ ​ຂອງ​​ຊັບ​ສິນ​ທາງ​ປັນ​ຍາໃນ​ການຊຸກຍູ້ສົ່ງເສີມນະ​ວັດ​ຕະ​ກຳ ແລະ ​ຫົວ​ຄິດປະ​ດິດ​ແຕ່ງໂດຍສະເພາະ ພະລັງຂອງກິລາທີ່ມີຄວາມສຳຄັນຕໍ່ການພັດທະນາຄຸນນະພາບຊີວິດຂອງປະຊາຊົນ ທັງໃນດ້ານຮ່າງກາຍ ແລະ ຈິດໃຈ, ເປັນປັດໄຈທີ່ສຳຄັນ ທີ່ເຮັດໃຫ້ປະຊາຊົນ ສາມາດພັດທະນາຄຸນນະພາບຊີວິດຂອງຕົນເອງ, ຄອບຄົວ, ຊຸມຊົນ ແລະ ສັງຄົມ ນຳໄປສູ່ການພັດທະນາເສດຖະກິດ-ວັດທະນະທຳ ໄດ້ຢ່າງມີປະສິດທິພາບ. ສປປ ລາວ ເຮົາ ມີນະໂຍບາຍ ໂດຍຖືເອົາ ກິລາ-ກາຍຍະກໍາ ເປັນວຽກງານໜ່ຶງທ່ີສໍາຄັນ ໃນການພັດທະນາຊັບພະຍາກອນມະນຸດ, ສ້າງໃຫ້ຄົນເຮົາເປັນຜູ້ມີຄວາມອົດທົນ, ເຂັ້ມແຂງ, ມີຄວາມເສຍສະຫຼະ, ມີລະບຽບວິໄນ, ມີິນ້ຳໃຈຮັກຊາດເຮັດໃຫ້ສັງຄົມມີຊີວິດຊີວາແລະ ມີບັນຍາກາດມ່ວນຊື່ນ. ກ້າວໄປເຖິງການສ້າງກິລາ-ກາຍຍະກຳ ເປັນອາຊີບເທື່ອລະກ້າວ, ສົ່ງເສີມການແລກປ່ຽນ, ການແຂ່ງຂັນໃນລະດັບ, ພາກພື້ນ ແລະ ສາກົນ. ​​​​ພາຍໃນງານມະຫາກຳຊັບສິນທາງປັນຍາ ປີນີ້, ຍັງມີບູ໊ດ ຍັງມີຜະລິດຕະພັນຖິ່ນກຳເນີດ, ສິນຄ້າກະສິກຳ-ຫັດຖະກຳ ທີ່ເປັນພູມປັນຍາທ້ອງຖິ່ນ,​ ສິນຄ້າຈາກສະມາຄົມນັກທຸລະກິດໜຸ່ມ ທີ່ມາຈາກພາຍໃນ ແລະ ຕ່າງປະເທດອີກດ້ວຍ.

ພິທີດ່ັງກ່າວ ມີບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ກົມ, ສະຖາບັນ, ພະນັກງານວິຊາການ, ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍບັນດາສື່ມວນຊົນ ຕ່າງເຂົ້າຮ່ວມ.

ກວຕ ຖະແຫຼງງານມະຫາກຳຊັບສິນທາງປັນຍາ ແລະ ສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ 2019 ກວຕ ຖະແຫຼງງານມະຫາກຳຊັບສິນທາງປັນຍາ ແລະ ສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ 2019