ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ໃນຂົງເຂດຊັບສິນທາງປັນຍາ ລະຫວ່າງ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ແລະ ສຳນັກງານຊັບສິນທາງປັນຍາ ແຫ່ງລັດ ຂອງ ສາທາລະນະລັດ ປະຊາຊົນ ຈີນ (SIPO= State Intellectual Property Office of the P.R.C) ໄດ້ຈັດຂຶ້ນໃນວັນທີ 2 ເມສາ 2018 ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ໂດຍໄດ້ຮັບກຽດ ເຂົ້າຮ່ວມ ແລະ ເປັນສັກຂີພິຍານ ຂອງ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກວຕ, ມີບັນດາ ທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການຫ້ອງ ການ, ກົມ, ສະຖາບັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ທັງສອງຝ່າຍ ລາວ-ຈີນ.
ຜູ້ລົງນາມໃນບົດບັນທຶກຄັ້ງນີ້, ຕາງໜ້າ ກວຕ ແມ່ນ ທ່ານ ຫຸມພັນ ອິນທະຣາດ, ຮອງລັດຖະມົນຕີ ກວຕ (ຝ່າຍລາວ) ແລະ ທ່ານ ດຣ. ເສີນ ຈາງຢູ (Shen Changyu) ຫົວໜ້າສຳນັກງານຊັບສິນທາງປັນຍາ ແຫ່ງ ສປ ຈີນ. ຈຸດປະສົງຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນເພື່ອສ້າງຂອບການຮ່ວມມື ໃນການເພີ່ມທະວີ ການແລກປ່ຽນ ໃນຂົງເຂດຊັບສິນທາງປັນຍາ ແລະ ອຳນວຍຄວາມສະດວກໃຫ້ແກ່ບັນດາໂຄງການ ແລະ ກິດຈະກຳຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນ ກ່ຽວກັບ ນະວັດ ຕະກຳ ແລະ ການສ້າງສັນ, ການນຳໃຊ້, ການປົກປ້ອງ ແລະ ການຄຸ້ມຄອງຊັບສິນທາງປັນຍາ.
ພາຍຫຼັງທີ່ມີບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນຂົງເຂດຊັບສິນທາງປັນຍາ ທັງສອງຝ່າຍ ຈະຮ່ວມມືກ່ຽວກັບ ຊັບສິນທາງປັນຍາ ໃນການເພີ່ມ ທະວີການແລກປ່ຽນຄວາມຄິດເຫັນ, ຮ່ວມມື ແລະ ພັດທະນາກ່ຽວກັບຊັບສິນທາງປັນຍາ ເປັນຕົ້ນ: ຍຸດທະສາດດ້ານຊັບສິນທາງປັນຍາ, ສ້າງ ແລະ ຈັດຕັ້ງປະຕິບັດກົດ ໝາຍ ແລະ ນະໂຍບາຍຕ່າງໆ ກ່ຽວກັບ ຊັບສິນທາງປັນຍາຂອງສອງປະເທດ; ແລກປ່ຽນຄວາມຮູ້ໃນການຈັດຕັ້ງປະຕິບັດ, ການກວດສອບ, ການອອກໃບຢັ້ງຢືນສິດຊັບ ສິນທາງປັນຍາ; ຈັດຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ; ການແລກປ່ຽນຂໍ້ມູນ ແລະ ເອກະສານທີ່ກ່ຽວຂ້ອງກັບ ສິດທິບັດ, ການພັດທະນາແຫຼ່ງຂໍ້ມູນ, ການບໍລິການ ຂໍ້ມູນສິດທິບັດ ແລະ ການປູກຈິດສຳນຶກກ່ຽວກັບ ຊັບສິນທາງປັນຍາໃຫ້ແກ່ ສາທາລະນະຊົນ. ພ້ອມກັນນັ້ນ, ທັງສອງຄູ່ຮ່ວມມື ຍັງຈະເພີ່ມທະວີການຮ່ວມ ມື ແລະ ແລກປ່ຽນຂໍ້ມູນ, ປະສົບການ ໃນການສ້າງລະບົບນິຕິກຳ ເພື່ອປົກປ້ອງຊັບພະຍາກອນພັນທຸກຳ, ພູມປັນຍາພື້ນບ້ານອັນເປັນມູນເຊື້ອ ແລະ ການສະແດງອອກ ດ້ານວັດທະນະທຳພື້ນບ້ານອີກດ້ວຍ.
ໃນໂອກາດການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຈາກສຳນັກງານຊັບສິນທາງປັນຍາແຫ່ງລັດ ຂອງສາທາລະນະລັດ ປະຊາຊົນຈີນ ກັບ ກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ, ຄະນະຝ່າຍຈີນ ກໍໄດ້ເຂົ້າຢ້ຽມຂ່ຳນັບທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກວຕ, ເພື່ອລາຍງານຜົນ ຂອງ ການພົບປະລະຫວ່າງ ສຳນັກງານຊັບສິນທາງປັນຍາແຫ່ງລັດ ສປ ຈີນ ແລະ ກົມຊັບສິນທາງປັນຍາ ກວຕ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ໃນຂົງເຂດ ຊັບສິນທາງປັນຍາ ໃຫ້ປະກົດຜົນເປັນຈິງ ແລະ ສຳເລັດຜົນຢ່າງຈົບງາມ.
ຂໍ້ມູນໂດຍ: ກົມຊັບສິນທາງປັນຍາ