DIP: 021 213470-148 | IP Service Center: 021 218710


Nguyễn Văn Ánh


Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ກອຄ ລົງນາມ MOU ແລະ ເຂົ້າຮ່ວມກອງປະຊຸມລະດັບຫົວໜ້າສຳນັກງານຊັບສິນທາງປັນຍາ ຈີນ-ອາຊຽນ ຄັ້ງທີ 14 ທີ່ ນານນິງ, ສປ. ຈີນ

ກອຄ ລົງນາມ MOU ແລະ ເຂົ້າຮ່ວມກອງປະຊຸມລະດັບຫົວໜ້າສຳນັກງານຊັບສິນທາງປັນຍາ ຈີນ-ອາຊຽນ ຄັ້ງທີ 14 ທີ່ ນານນິງ, ສປ. ຈີນ
ໃນວັນທີ 16 ກັນຍາ 2023 ຜ່ານມາ, ທີ່ ນານນິງ, ສປ. ຈີນ, ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ສຳນັກງານຄຸ້ມຄອງຊັບສິນທາງປັນຍາແຫ່ງຊາດ ແຫ່ງ ສປ ຈີນ ສໍາເລັດພິທີລົງນາມຕໍ່ອາຍຸ ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືໃນຂົງເຂດຊັບສິນທາງປັນຍາ, ຕາງໜ້າ ສປປ ລາວ ລົງນາມ ໂດຍທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຕາງໜ້າ ສປ. ຈີນ ລົງນາມໂດຍທ່ານ ເສິນຈາງຢູ, ຫົວໜ້າສຳນັກງານຄຸ້ມຄອງຊັບສິນທາງປັນຍາແຫ່ງຊາດ ແຫ່ງ ສປ ຈີນ,
ເຂົ້າຮ່ວມເປັນສັກຄີພະຍານໃນຄັ້ງນີ້ ມີທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມທຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ແລະ ທ່ານ ເຫິງ ຟູກວາງ, ຫົວຫນ້າຫ້ອງການ, ສໍານັກງານຄຸ້ມຄອງຊັບສິນທາງປັນຍາແຫ່ງຊາດ ແຫ່ງ ສປ ຈີນ, ພ້ອມດ້ວຍ ຄະນະທັງສອງຝ່າຍ.
ຈຸດປະສົງຂອງການລົງນາມໃນຄັ້ງນີ້ ກໍແມ່ນເພື່ອສືບຕໍ່ຜັນຂະຫຍາຍການຮ່ວມມືສອງຝ່າຍ ເພີ່ມທະວີການຮ່ວມມືໃນຂົງເຂດຊັບສິນທາງປັນຍາ ໂດຍສະເພາະ ການຄຸ້ມຄອງສຳນັກງານຊັບສິນທາງປັນຍາ ຜ່ານການແລກປ່ຽນບົດຮຽນ, ປະສົບການ ແລະ ການຊ່ວຍເຫຼືອດ້ານວິຊາການ ຊຶ່ງເປັນວຽກໜຶ່ງທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ທີ່ຂັບເຄື່ອນດ້ວຍນະວັດຕະກຳ, ເຕັກໂນໂລຊີ ແລະ ຄວາມຄິດສ້າງສັນໃນສັງຄົມ.
ພ້ອມດຽວກັນນັ້ນ, ທັງສອງຝ່າຍ ກໍໄດ້ພົບປະແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຜົນສຳເລັດໃນໄລຍະຜ່ານມາ ແລະ ຍັງໄດ້ສະແດງເຈດຈຳນົງໃນການສືບຕໍ່ຮັດແໜ້ນການຮ່ວມມື ເພື່ອສົ່ງເສີມວຽກງານໃນຂົງເຂດຊັບສິນທາງປັນຍາຂອງສອງຊາດ ໃຫ້ຫຼາຍຍິ່ງຂຶ້ນ ໂດຍສະເພາະ ວຽກງານສິດທິບັດ, ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ຊັບພະຍາກອນພັນທຸກໍາ, ພູມປັນຍາພື້ນບ້ານອັນເປັນມູນເຊື້ອ ແລະ ການສະແດງອອກທາງດ້ານວັດທະນະທຳທ້ອງຖິ່ນ.
ພ້ອມນັ້ນ, ໃນວັນທີ 17 ກັນຍາ 2023, ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ພ້ອມດ້ວຍຄະນະ ໃນນາມເປັນປະທານໜ່ວຍປະຕິບັດງານດ້ານຊັບສິນທາງປັນຍາອາຊຽນ (AWGIPC) ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມລະດັບຫົວໜ້າສຳນັກງານຊັບສິນທາງປັນຍາ ອາຊຽນ-ຈີນ ຄັ້ງທີ 14. ໃນກອງປະຊຸມດັ່ງກ່າວ ໄດ້ຮັບຟັງ ການລາຍງານກ່ຽວກັບແຜນການຮ່ວມມືດ້ານຊັບສິນທາງປັນຍາ ອາຊຽນ-ຈີນ ສົກປີ 2022 – 2023 ແລະ ການນໍາສະເໜີແຜນການຮ່ວມມື ສົກປີ 2023-2024 ຊຶ່ງປະກອບມີ 13 ຂົງເຂດທີ່ຕິດພັນກັບວຽກງານຊັບສິນທາງປັນຍາ ຊຶ່ງແຜນດັ່ງກ່າວໄດ້ຮັບການເຫັນດີ ແລະ ຮັບຮອງ ຈາກບັນດາປະເທດສະມາຊິກທີ່ເຂົ້າຮ່ວມກອງປະຊຸມ.
ຂ່າວ: ກົມຊັບສິນທາງປັນຍາ
ກອຄ ລົງນາມ MOU ແລະ ເຂົ້າຮ່ວມກອງປະຊຸມລະດັບຫົວໜ້າສຳນັກງານຊັບສິນທາງປັນຍາ ຈີນ-ອາຊຽນ ຄັ້ງທີ 14 ທີ່ ນານນິງ, ສປ. ຈີນ ກອຄ ລົງນາມ MOU ແລະ ເຂົ້າຮ່ວມກອງປະຊຸມລະດັບຫົວໜ້າສຳນັກງານຊັບສິນທາງປັນຍາ ຈີນ-ອາຊຽນ ຄັ້ງທີ 14 ທີ່ ນານນິງ, ສປ. ຈີນ ກອຄ ລົງນາມ MOU ແລະ ເຂົ້າຮ່ວມກອງປະຊຸມລະດັບຫົວໜ້າສຳນັກງານຊັບສິນທາງປັນຍາ ຈີນ-ອາຊຽນ ຄັ້ງທີ 14 ທີ່ ນານນິງ, ສປ. ຈີນ