ໃນວັນທີ 17 ທັນວາ 2018 ນີ້, ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ຫົວພັນ ໄດ້ຈັດກອງປະຊຸມ ກ່ຽວກັບການກະ ກຽມຈົດທະບຽນຖິ່ນກຳເນີດຜ້າໄໝ ຫົວພັນຂຶ້ນ ທີ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຫົວພັນ. ໂດຍການຮ່ວມເປັນປະທານຂອງທ່ານປອ. ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນ ທາງປັນຍາ ແລະ ທ່ານ ສົມຈິດ ພັນພິພັກ, ຮອງຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີແຂວງ ຫົວພັນຊຶ່ງມີຜູ້ເຂົ້າຮ່ວມ ຈາກບັນດາພະແນກການ ອ້ອມຂ້າງແຂວງ ຄື: ພະແນກກະສິກຳ ແລະ ປ່າໄມ້, ພະແນກອຸດສາຫະກໍາ ແລະ ການຄ້າ, ຫ້ອງວ່າການ ແຂວງ, ພະແນກ ຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ສະຫະພັນແມ່ຍິງ ແຂວງ, ສະພາການຄ້າ ແລະ ອຸດສາຫະກຳແຂວງ ນອກນັ້ນ, ຍັງມີຜູ້ຜະລິດ ຜູ້ປະກອບການຜ້າໄໝ, ຜູ້ຜະລິດຜູ້ປະກອບການເຂົ້າໄກ່ນ້ອຍ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 31 ທ່ານ.
ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືຮ່ວມກັບຜູ້ຜະລິດ, ຜູ້ປະກອບການຜ້າໄໝ ແລະ ອໍານາດການປົກຄອງ ແຂວງຫົວພັນກ່ຽວກັບການວາງແຜນ ແລະ ກະກຽມຈົດທະບຽນຖິ່ນກໍາເນີດຜ້າໄໝຈາກແຂວງຫົວພັນ ແລະ ປຶກສາຫາລືກັບສະມາຄົມ ສົ່ງ ເສີມເຂົ້າໄກ່ນ້ອຍແຂວງຫົວພັນກ່ຽວກັບແຜນ ການໃນການສ້າງຄວາມເຂັ້ມແຂງ ໃຫ້ສະມາຄົມ ແລະ ສົ່ງເສີມເຂົ້າໄກ່ນ້ອຍຫົວພັນ ພາຍຫຼັງ ໄດ້ຮັບການຈົດທະບຽນຖິ່ນກຳເນີດ ໃນເດືອນພະຈິກ 2018 ທີ່ຜ່ານມາ.
ໃນກອງປະຊຸມດັ່ງກ່າວ ແມ່ນໄດ້ມີການປຶກສາຫາລືກ່ຽວກັບບັນດາໜ້າວຽກຕ່າງໆໃນການ ກະກຽມຈົດທະບຽນຖິ່ນກຳເນີດຜ້າໄໝ ຫົວພັນ ພ້ອມທັງໄດ້ໃຫ້ຄວາມກະຈ່າງແຈ້ງກ່ຽວກັບ ຊັບສິນທາງ ປັນຍາປະເພດຕ່າງໆ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມມີຄວາມເຂົ້າໃຈ ກ່ຽວກັບ ຊັບສິນທາງປັນຍາເພີ່ມຂຶ້ນ. ພ້ອມນັ້ນ,ໃນກອງປະຊຸມຄັ້ງນີ້ ຍັງມີທ່ານສະເຕຟານປາດເຊີຣີຊ່ຽວຊານດ້ານຖິ່ນກຳເນີດປະ ຈໍາໂຄງການເປັນຜູ້ສະເໜີ ແລະ ຍົກໃຫ້ເຫັນເຖິງ ຄວາມສໍາຄັນ ແລະ ຜົນປະໂຫຍດຈາກການ ປົກປ້ອງ ຖິ່ນກໍາເນີດຜ້າໄໝຫົວພັນລວມທັງຂັ້ນຕອນການຈົດທະບຽນຖິ່ນກໍາ ເນີດໃຫ້ຜູ້ຜະລິດ, ຜູ້ປະກອບການຜ້າໄໝ ແລະ ພາກສ່ວນກ່ຽວຂ້ອງ ຂັ້ນແຂວງ 6 ພາກສ່ວນໄດ້ຮັບຊາບ ພ້ອມທັງໄດ້ເກັບກຳຂໍ້ມູນ ກ່ຽວກັບ ສະພາບການຜະລິດ ແລະ ຄ້າຂາຍຜ້າໄໝຫົວພັນ ເພື່ອເປັນຂໍ້ມູນ ໃຫ້ແກ່ການວາງແຜນຈົດທະບຽນ ຖິ່ນກໍາເນີດຜ້າໄໝຫົວ ພັນໃນຕໍ່ໜ້າ. ພາຍຫຼັງການປຶກສາຫາລືເຫັນວ່າພາກສ່ວນທີ່ເຂົ້າຮ່ວມກອງປະຊຸມ ມີຄວາມເຂົ້າໃຈຫຼາຍຂຶ້ນ ກ່ຽວກັບວຽກງານຖິ່ນກໍາເນີດ ແລະ ເຮັດໃຫ້ຜະລິດຜູ້ປະກອບການ ຜ້າໄໝຫົວພັນ, ມີຄວາມສົນໃຈໃນການຈົດທະບຽນຖິ່ນກຳເນີດຜ້າໄໝຫົວພັນ. ຈາກນັ້ນ, ກອງປະຊຸມໄດ້ເປັນເອກະ ພາບໃຫ້ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງພັນສະເໜີຫາອຳນາດການ ປົກຄອງ ແຂວງຫົວພັນ ເພື່ອຂໍອະນຸມັດ ສ້າງຕັ້ງຄະນະກຳມະການສະເພາະກິດທີ່ປະກອບດ້ວຍຂະແໜງການກ່ຽວຂ້ອງຂັ້ນແຂວງທີ່ເຮັດໜ້າທີ່ຕາມ ພາລະບົດບາດຂອງແຕ່ລະພາກສ່ວນໃນການ ຊີ້ນໍາ ວຽກງານການພັດທະນາສິນຄ້າຖິ່ນກໍາເນີດຂັ້ນແຂວງ ແລະ ໄດ້ເກັບກຳເອົາລາຍຊື່ຜູ້ຜະລິດ ແລະ ຜູ້ປະ ກອບການໄດ້ຈຳນວນ 05 ທ່ານທີ່ເຫັນດີເຂົ້າຮ່ວມເປັນຜູ້ເລີ່ມສ້າງຕັ້ງສະມາຄົມສົ່ງເສີມຜ້າໄໝຫົວພັນ ເພື່ອກະກຽມ ຈົດທະບຽນຖິ່ນກໍາເນີດຜ້າໄໝຫົວພັນ ໃນຕໍ່ໜ້າ.
ໃນຕອນບ່າຍຂອງວັນດຽວກັນ ຍັງໄດ້ສືບຕໍ່ຈັດກອງປະຊຸມຮ່ວມກັບສະມາຄົມສົ່ງເສີມເຂົ້າໄກ່ນ້ອຍແຂວງຫົວພັນເພື່ອປຶກສາຫາບືກກ່ຽວກັບທິດທາງ ແລະ ແຜນການໃນການສ້າງ ຄວາມເຂັ້ມແຂງໃຫ້ສະມາ ຄົມສົ່ງເສີມຖິ່ນກໍາເນີດເຂົ້າໄກ່ນ້ອຍແຂວງຫົວພັນ ເພື່ອເຮັດ ໃຫ້ສະມາຄົມສາມາດສືບຕໍ່ຈັດຕັ້ງປະຕິບັດຕາມພາລະບົດບາດ ດ້ານການສົ່ງເສີມຖິ່ນກໍາເນີດເຂົ້າໄກ່ ນ້ອຍຫົວພັນພາຍຫຼັງທີ່ໄດ້ຮັບການຈົດທະ ບຽນໃນເດືອນພະຈິກທີ່ຜ່ານມາ.
ຜ່ານການປຶກສາຫາລືເຫັນວ່າຍັງມີຫລາຍໜ້າວຽກທີ່ຍັງຕ້ອງໄດ້ສືບຕໍ່ ແລະ ປັບປຸງເປັນຕົ້ນແມ່ນສືບຕໍ່ກໍານົດຄຸນລັກສະນະສະເພາະເຂົ້າໄກ່ນ້ອຍຫົວພັນໃຫ້ສໍາເລັດ, ການສ້າງຄວາມເຂັ້ມແຂງດ້ານ ຄຸ້ມຄອງການດໍາເນີນງານຂອງສະມາຄົມ ແລະ ການສົ່ງເສີມການ ຕະຫຼາດແນໃສ່ສ້າງມູນຄ່າເພີ່ມໃຫ້ເຂົ້າໄກ່ນ້ອຍ. ການຈົດທະບຽນຜ້າໄໝຫົວພັນ ແລະ ສົ່ງເສີມຖິ່ນ ກໍາເນີດເຂົ້າໄກ່ນ້ອຍ ແມ່ນໄດ້ຮັບການ ສະໜັບສະໜູນທາງດ້ານເຕັກນິກວິຊາການ ແລະ ທຶນຮອນຈາກໂຄງການສົ່ງເສີມການສົ່ງອອກຂອງວິສາຫະກິດຂະໜາດນ້ອຍ ແລະ ກາງໂດຍຜ່ານການພັດທະນາຖິ່ນກໍາເນີດຜະລິດຕະພັນ ຮ່ວມມື ກັບທະນາຄານພັດທະນາອາຊີຫຼື ADB ພາຍໃຕ້ແຜນງານການພັດທະນາວິສາຫະກິດຂະໜາດນ້ອຍແລະກາງ.