ໃນລະຫວ່າງວັນທີ 4 ຫາ 5 ຕຸລາ 2022 ຜ່ານມານີ້, ທີ່ຫ້ອງປະຊຸມ ພະແນກການເງິນ, ແຂວງຜົ້ງສາລີ, ມີກອງປະຊຸມວິຊາການ ເພື່ອປຶກສາຫາລື ກ່ຽວກັບການປັບປຸງຮ່າງເອກະສານຄຸນລັກສະນະຂອງ ຊາກໍແມນ, ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊບັນດິດ ໄຊຍະວົງຄຳດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ອຸດອນ ມະນີຈັນ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຜົ້ງສາລີ.
ເຂົ້າຮ່ວມມີບັນດາ ຄະນະຈາກສູນກາງ, ພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ບັນດາເມືອງ, ທິມງານໂຄງການ ແລະ ສະມາຊິກສະມາຄົມສົ່ມເສີມຖິ່ນກຳເນີດ ຊາກໍແມນ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີຄືນ ກ່ຽວກັບຫຼັກການຖິ່ນກຳເນີດ, ຫຼັກການຂອງເອກະ ສານຄຸນລັກສະນະ, ຜົນຂອງການຊີມຊາກໍແມນ ຈາກຊ່ຽວຊານຕ່າງປະເທດ, ຜົນການສຳຫຼວດເກັບກຳຂໍ້ມູນຜົນຜະລິດຊາໃນພື້ນທີຖິ່ນກຳເນີດ, ຮ່າງເອກະສານຄຸນລັກສະນະ ແລະ ຈຸດສຳຄັນຂອງເອກະສານຄຸນລັກສະນະ ທີ່ຈະຕ້ອງໄດ້ປັບປຸງ.
ການຈັດກອງປະຊຸມວິຊາການໃນຄັ້ງນີ້ ເພື່ອປຶກສາຫາລື ກ່ຽວກັບການປັບປຸງຮ່າງເອກະສານຄຸນລັກສະນະຊາກໍແມນ ໃນຄັ້ງນີ້ ເພື່ອເປັນການເກັບກຳຂໍ້ມູນຜົນຜະລິດຂອງ ຊາກໍແມນ ທີ່ມີການຜະລິດໃນປະຈຸບັນ ເປັນຕົ້ນ ເນື້ອທີສວນຊາ, ຈຳນວນໃບຊາທີ່ເກັບໄດ້ ແລະ ການປຸງແຕ່ງ ແລະ ໄດ້ລົງຢ້ຽມຢາມໂຮງງານປຸງແຕ່ງຊາ ເພື່ອເກັບກຳຂໍ້ມູນວິທີການປຸງແຕ່ງເປັນຜະລິດຕະພັນຊາແຕ່ລະຜະລິດຕະພັນ, ໄດ້ນໍາສະເໜີຜົນການສໍາຫຼວດເກັບກຳຂໍ້ມູນຜົນຜະລິດຊາໃນພື້ນທີຖິ່ນກໍາ ເນີດ ຫຼື (GI) ຂອງທິມງານໂຄງການໃນຄັ້ງກ່ອນຢູ່ແຂວງຜົ້ງສາລີ ກ່ຽວກັບຊາຊະນິດຕ່າງໆ ທີ່ນຳມາປຸງແຕ່ງ, ອາຍຸຂອງຕົ້ນຊາ, ພື້ນທີ່ປູກຊາ ແລະ ຈຳນວນຊາທີ່ຜະລິດໄດ້ຢູ່ໃນບ້ານຕ່າງໆ, ໄດ້ນຳສະເໜີຜົນຂອງການຊີມຊາເບື້ອງຕົ້ນ ເຊັ່ນ: ຄຸນລັກສະນະ ແລະ ແນວໂນ້ມທີ່ຈະສາມາດຂາຍໃນຕະຫຼາດໄດ້ ແລະ ການຮ່ວມງານກັນ, ໄດ້ປັບປຸງເນື້ອໃນຕົ້ນຕໍ່ຂອງຮ່າງເອກະສານຄຸນລັກສະນະ ທີ່ຍັງບໍ່ສອດຄ່ອງ ໂດຍໄດ້ອີງໃສ່ການປະເມີນຂອງທິມງານໂຄງການ, ຄຸນລັກສະນະຊາດັ່ງກ່າວນີ້ ຈະໄດ້ເປັນຕົວຊີ້ວັດ ແລະ ເປັນໃບເບີກທາງ ໃຫ້ເຂົ້າສູ່ຕະຫຼາດສາກົນ ແລະ ຈັດສັນຄຸນນະພາບຊາເປັນຫຼັກ ໃນການຕໍ່ລອງໃຫ້ໄດ້ສ່ວນແບ່ງຂອງຕະຫຼາດໃຫ້ຫຼາຍຂຶ້ນກວ່າເກົ່າ.
ໃນໂອກາດນີ້, ປະທານກອງປະຊຸມ ຍັງໄດ້ມີຄຳເຫັນເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ກໍຄື ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຈົ່ງພ້ອມກັນນຳເອົາບັນເນື້ອໃນຂອງກອງປະຊຸມໄປຈັດຕັ້ງປະຕິບັດວຽກງານເຂົ້າໃນຂະແໜງການຕົນຮັບຜິດຊອບ ໃຫ້ເກີດດອກອອກຜົນ ແລະ ທັນເວລາ.
ຂໍ້ມູນຈາກ: GI Lao PDR
ຂ່າວ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ