ໃນວັນທີ 03 ກຸມພາ 2022, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ນໍາໂດຍ, ທ່ານ ສັນຕິສຸກ ພູນສະຫວັດ ຮັກສາການຫົວໜ້າກົມຊັບສິນທາງປັນຍາ ພ້ອມດ້ວຍຄະນະວິຊາການ ໄດ້ເຂົ້າຮ່ວມກອງປະຊຸມສອງຝ່າຍ ກັບອົງການຊັບສິນທາງປັນຍາໂລກ (WIPO) ຜ່ານລະບົບກອງປະຊຸມທາງໄກ.
ໃນກອງປະຊຸມດັ່ງກ່າວ, ທັງສອງຝ່າຍໄດ້ປຶກສາບັນຫາສຳຄັນ ເພື່ອຂັບເຄື່ອນວຽກງານຊັບສິນທາງປັນຍາ ໃນ ສປປ ລາວ ໃຫ້ນັບມື້ນັບມີຄວາມເຂັ້ມແຂງຍິ່ງໆຂຶ້ນ ແລະ ກ້າວສູ່ສາກົນ ເປັນຕົ້ນ: ການພັດທະນາຍຸດທະສາດຊັບສິນທາງປັນຍາ ແຫ່ງຊາດ, ການສ້າງຕັ້ງ ສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກຳ (TISC), ການກະກຽມເຂົ້າເປັນພາຄີຂອງສັນຍາເຮັກ ວ່າດ້ວຍການຈົດທະບຽນສາກົນ ກ່ຽວກັບ ແບບອຸດສາຫະກຳ ແລະ ການຈັດຕັ້ງປະຕິບັດ ກິດຈະກຳສ້າງຄວາມເຂັ້ມແຂງ ໃຫ້ແກ່ສະມາຄົມສົ່ງເສີມຖິ່ນກຳເນີດກາເຟບໍລະເວນ ກ່ຽວກັບ ການສ້າງຍີ່ຫໍ້ ແລະ ການອອກແບບສິ່ງຫຸ້ມຫໍ່ຜະລິດຕະພັນ ພາຍໃຕ້ໂຄງການສ້າງສະພາບແວດລ້ອມທາງດ້ານຊັບສິນທາງປັນຍາ ກ່ຽວກັບ ການສ້າງຍີ່ຫໍ້ ແລະ ການອອກແບບ ເພື່ອສົ່ງເສີມຄວາມສາມາດໃນການແຂ່ງຂັນທຸລະກິດ (EIE Project).
ທ່ານຮັກສາການຫົວໜ້າກົມ ຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບວຽກງານຊັບສິນທາງປັນຍາ ແລະ ປຶກສາຫາລື ກ່ຽວກັບການຮ່ວມມືໃນຕໍ່ໜ້າ ໂດຍການສຸມໃສ່ ການພັດທະນາລະບົບຊັບສິນທາງປັນຍາ ສູ່ລະດັບສາກົນ, ຂະຫຍາຍຂອດການບໍລິການຊັບສິນທາງປັນຍາ ສູ່ທ້ອງຖິ່ນ, ເສີມສ້າງຂີດຄວາມສາມາດຂອງວຽກງານຊັບສິນທາງປັນຍາ. ພ້ອມນັ້ນ ກໍສະແດງຄວາມຄາດຫວັງວ່າ ຈະໄດ້ຮັບການຮ່ວມມື ແລະ ສະໜັບສະໜູນ ຈາກອົງການຊັບສິນທາງປັນຍາໂລກ ເພື່ອເຮັດໃຫ້ວຽກງານຊັບສິນທາງປັນຍາ ມີຄວາມເຂັ້ມແຂງຂຶ້ນໃນແຕ່ລະກ້າວ.
ຂໍ້ມູນຈາກ: ພະແນກນະໂຍບາຍ ແລະ ພົວພັນຕ່າງປະເທດ
ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ