DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ກອງປະຊຸມຜ່ານ ຮ່າງຂໍ້ຕົກລົງ ວ່າດ້ວຍແບບອຸດສາຫະກຳ

ໃນລະຫວ່າງວັນທີ 18-19 ພຶດສະພາ 2022, ທີ່ຫ້ອງປະຊຸມຊັ້ນ 1, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ຈັດກອງປະຊຸມຜ່ານ ຮ່າງຂໍ້ຕົກລົງ ວ່າດ້ວຍແບບອຸດສາຫະກຳ, ໂດຍໃຫ້ກຽດເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ.

ໃນກອງປະຊຸມຄັ້ງນີ້ ມີທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ມີບັນດາ ທ່ານຮອງຫົວກົມຊັບສິນທາງປັນຍາ, ຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ, ພາກສ່ວນທຸລະກິດ ແລະ ພະນັກ ງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍໄດ້ໃຫ້ກຽດກ່າວເປີດກອງປະຊຸມ ວ່າ: ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປີດກວ້າງ ໃຫ້ບັນດາ ຫ້ອງການ, ກົມ, ສະຖາບັນ ອ້ອມຂ້າງກະຊວງ ແລະ ພາກສ່ວນທຸລະກິດ ໄດ້ມີສ່ວນຮ່ວມໃນການປະກອບຄໍາຄິດເຫັນໃສ່ໃນ ຮ່າງຂໍ້ຕົກລົງ ວ່າດ້ວຍແບບອຸດສາຫະກຳ ທີ່ກົມຊັບສິນທາງປັນຍາໄດ້ປັບປຸງຄືນໃໝ່. ໃນໄລຍະຜ່ານມາກົມຊັບສິນທາງປັນຍາ ກໍໄດ້ຈັດກອງປະຊຸມ ຜ່ານເນື້ອໃນພາຍໃນກົມ ແລະ ໄດ້ຮັບການເຫັນດີເປັນເອກະພາບນຳກັນ.

ດັ່ງທີ່ບັນດາທ່ານອາດຈະເຄີຍໄດ້ຍິນ ຫຼື ໄດ້ຮັບຮູ້ມາກ່ອນແລ້ວວ່າ ແບບອຸດສາຫະກໍາ ແມ່ນ ຮູບແບບ, ຮູບຮ່າງ ຫຼື ຮູບຊົງ ພາຍນອກຂອງຜະລິດຕະພັນທີ່ສ້າງຂຶ້ນ. ສະນັ້ນ, ຈຶ່ງເປັນອີກຊ່ອງທາງໜຶ່ງສໍາລັບບັນດານັກອອກແບບ ທີ່ຈະສາມາດປົກປ້ອງຊັບສິນທາງປັນຍາ ກໍຄື ຜົນງານການອອກແບບທີ່ຕົນສ້າງຂຶ້ນ ໂດຍການຍື່ນຂໍຈົດທະບຽນແບບອຸດສາຫະກໍາ ເຊັ່ນວ່າ: ແບບຂອງເສື້ອຜ້າ, ກະເປົາ, ເກີບ, ເຄື່ອງປະດັບ… ກໍ່ລ້ວນແລ້ວແຕ່ສາມາດຍື່ນຂໍຈົດທະບຽນແບບອຸດສາຫະກໍາໄດ້. ໃນໄລຍະຜ່ານມາ ໄດ້ມີການຍື່ນຄໍາຮ້ອງຂໍຈົດທະບຽນ ນໍາກົມຊັບສິນທາງປັນຍາຈໍານວນໜຶ່ງ ເປັນຕົ້ນແມ່ນຜະລິດຕະພັນ ຫຼື ສິນຄ້າ ທີ່ກ່ຽວກັບ ຍານພາຫະນະ (ລົດຈັກຮອນດ້າ), ເຄື່ອງອາໄຫຼ່ລົດ, ບັນຈຸພັນ ແລະ ການຫຸ້ມຫໍ່ຕ່າງໆ (ກະຕຸກນ້ຳດື່ມ, ນໍ້າອັດລົມ…) ແຕ່ຍັງບໍ່ໄດ້ຫຼາຍເທົ່າທີ່ຄວນ.

ຕໍ່ກັບສະພາບການດັ່ງກ່າວ ກົມຊັບສິນທາງປັນຍາ ຍັງໄດ້ມີການສຶກສາຄົ້ນຄວ້າ ບັນດາສັນຍາສາກົນທີ່ກ່ຽວຂ້ອງກັບວຽກງານແບບອຸດສາຫະກໍາ ໂດຍສະເພາະ ແມ່ນສັນຍາເຮັກ ວ່າດ້ວຍການຈົດທະບຽນສາກົນ ກ່ຽວກັບແບບອຸດສາຫະກໍາ ເພື່ອອໍານວຍຄວາມສະດວກໃຫ້ແກ່ບັນດານັກອອກແບບຢູ່ໃນທົ່ວໂລກ ສາມາດຍື່ນຂໍຈົດທະບຽນຜົນງານຂອງຕົນ ຢູ່ນໍາສໍານັກງານຊັບສິນທາງປັນຍາທີ່ເປັນພາຄີ, ຊຶ່ງສາມາດຂໍປົກປ້ອງແບບຂອງຕົນ ຢູ່ໃນຫຼາຍປະເທດຕາມທີ່ຕ້ອງການ ໂດຍການຍື່ນຄໍາຮ້ອງພຽງແຕ່ສະບັບດຽວເທົ່ານັ້ນ ແລະ ສປປ ລາວ ແມ່ນຢູ່ໃນຂັ້ນຕອນຂອງການກະກຽມ ເພື່ອເຂົ້າເປັນພາຄີຂອງສັນຍາສາກົນດັ່ງກ່າວໃນມໍ່ໆນີ້.

ທ່ານຍັງໄດ້ກ່າວຕື່ມວ່າ: ເນື້ອໃນຫຼັກຂອງ ຮ່າງຂໍ້ຕົກລົງ ວ່າດ້ວຍແບບອຸດສາຫະກຳ ສະບັບນີ້ ໄດ້ກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານແບບອຸດສາຫະກຳ, ໂດຍສະເພາະ ຂັ້ນຕອນການຈົດທະບຽນ, ການດຳເນີນການຫຼັງການຈົດທະບຽນ, ການເປັນຜູ້ຕາງໜ້າ ແລະ ການຄຸ້ມຄອງວຽກງານແບບອຸດສາຫະກຳ ເພື່ອແນໃສ່ການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ກ່ຽວກັບແບບອຸດສາຫະກຳ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ສະນັ້ນ, ກົມຊັບສິນທາງປັນຍາ ຈຶ່ງໄດ້ເປີດກອງປະຊຸມນີ້ຂຶ້ນ ເພື່ອຮັບຟັງຄຳເຫັນ ຫຼື ຄຳແນະນໍາ ຈາກບັນດາທ່ານຜູ້ເຂົ້າຮ່ວມ ຕໍ່ຮ່າງຂໍ້ຕົກລົງສະບັບນີ້ ເພື່ອເຮັດໃຫ້ມີເນື້ອໃນທີ່ຄົບຖວ້ນ ແລະ ສົມບູນຂຶ້ນຕື່ມ.

ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ