ໃນວັນທີ 09 ມີນາ 2022 ຜ່ານມາ ໄດ້ມີກອງປະຊຸມສອງຝ່າຍ ລະຫວ່າງ ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສຳນັກງານຄຸ້ມຄອງຊັບສິນທາງປັນຍາ ແຫ່ງ ສປ.ຈີນ (CNIPA), ຊຶ່ງຝ່າຍລາວ ນໍາໂດຍ ທ່ານ ສັນຕິສຸກ ພູນສຸຫວັດ, ຮັກສາການຫົວໜ້າກົມຊັບສິນທາງປັນຍາ ພ້ອມດ້ວຍຄະນະວິຊາການ 2 ທ່ານ ແລະ ຝ່າຍ CNIPA ນໍາໂດຍ ທ່ານ ເສິນ ຊາງຢູ, ຫົວໜ້າສໍານັກງານ ແລະ ຄະນະວິຊາການ 6 ທ່ານ, ໂດຍຜ່ານລະບົບກອງປະຊຸມທາງໄກ.
ໃນກອງປະຊຸມ ທັງສອງຝ່າຍກໍໄດ້ລາຍງານ ກ່ຽວກັບສະພາບການຂອງຕົນຕໍ່ກອງປະຊຸມຮັບຊາບ, ພ້ອມນັ້ນ ກໍໄດ້ຢັ້ງຢືນວ່າ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນຂົງເຂດຊັບສິນທາງປັນຍາ ແລະ ໜັງສືແຈ້ງເຈດຈໍານົງຮ່ວມ ວ່າດ້ວຍການຮ່ວມມື ເພື່ອອຳນວຍຄວາມສະດວກໃນການອອກສິດທິບັດຂອງລາວ ຍັງສືບຕໍ່ມີຜົນສັກສິດ ເຖິງວ່າກົມດັ່ງກ່າວ ຈະຖືກຍົກຍ້າຍມາຂຶ້ນກັບກະຊວງໃໝ່ກໍ່ຕາມ ແລະ ລາຍງານຈຳນວນຄຳຮ້ອງຂໍຮັບສິດທິບັດ ຜ່ານໂຄງການຮ່ວມມື ເພື່ອອຳນວຍຄວາມສະດວກໃນການອອກສິດທິບັດຂອງລາວ (CPG) ປັດຈຸບັນມີ ທັງໝົດ 1 ຄໍາຮ້ອງ. ພ້ອມນັ້ນກໍໄດ້ມີການສະເໜີແຜນວຽກການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໜັກໃສ່ 5 ຂົງເຂດຄື: ການແລກປ່ຽນຂໍ້ມູນຂ່າວສານ, ການຝຶກອົບຮົມສ້າງຂິດຄວາມສາມາດ, ການຈັດຕັ້ງປະຕິບັດໂຄງການ CPG, ການປູກຈິດສຳນຶກດ້ານຊັບສິນທາງປັນຍາ ແລະ ການຮ່ວມມືພາຍໃຕ້ໂຄງການ Belt and Road Initiative ແລະ ການຮ່ວມມືພາຍໃຕ້ຂອບອາຊຽນ-ຈີນ ແລະ ຕິດຕາມຄວາມຄືບໜ້າ ກ່ຽວກັບຄຳຮ້ອງຂໍຍື່ນຈົດທະບຽນເຄື່ອງໝາຍການຄ້າ “ປາກຊ່ອງ” ຢູ່ ສປ. ຈີນ.
ໃນກອງປະຊຸມຄັ້ງນີ້ ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ດັ່ງນີ້: ສືບຕໍ່ເພີ່ມທະວີການຮ່ວມມື ຢ່າງຮອບດ້ານ ກ້າວສູ່ລວງເລີກ ທາງດ້ານການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນເອົາບົດຮຽນທີ່ດີທີ່ສຸດຂອງຈີນ ໃນຮ່າງຍຸດທະສາດ ຕາມການສະເໜີຂອງຝ່າຍລາວ; ສືບຕໍ່ຈັດການຝຶກອົບຮົມ ໃນຂົງເຂດຊັບສິນທາງປັນຍາ ເພື່ອຍົກລະດັບຂີດຄວາມສາ ມາດຂອງພະນັກງານກົມຊັບສິນທາງປັນຍາ ຜ່ານລະບົບກອງປະຊຸມທາງໄກ ແລະ ກັບທີ່ ພາຍຫຼັງທີ່ສະຖານະການໂຄວິດ-19 ດີຂຶ້ນ; ສືບຕໍ່ ຈັດຕັ້ງປະຕິບັດໂຄງການ CPG ໂດຍເພີ່ມທະວີການໂຄສະນາເຜິຍແຜ່ ກ່ຽວກັບ ໂຄງການດັ່ງກ່າວໃຫ້ສາທາລະນາຊົນຮັບຮູ້ ແລະ ເຫັນໄດ້ຄວາມວ່ອງໄວ ແລະ ປະຢັດເວລາ ໃນການຂໍຮັບສິດທິບັດຂອງລາວ; ສືບຕໍ່ສົ່ງເສີມການປູກຈິດສຳນຶກ ໃຫ້ແກ່ ສາທາລະນະຊົນຂອງສອງປະເທດ ກ່ຽວກັບຊັບສິນທາງປັນຍາ; CNIPA ຈະເຊີນຄະນະຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ເຂົາຮ່ວມງານ ສຳມະນາລະດັບສູງ ກ່ຽວກັບຊັບສິນທາງປັນຍາ ຄັ້ງທີ 3 (3rd IP Symposium) ພາຍໃຕ້ການຮ່ວມມື ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ (Belt and Road Initiative) ພາຍຫຼັງທີ່ສະຖານະການໂຄວິດ-19 ດີຂຶ້ນ ແລະ CNIPA ຮັບຊາບຂໍ້ສະເໜີ ໃຫ້ພິຈາລະນາປະຕິເສດຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ “ປາກຊ່ອງ” ແລະ ໄດ້ມອບໃຫ້ພະແນກເຄື່ອງໝາຍການຄ້າຂອງ CNIPA ຕັ້ງໜ້າຄົ້ນຄວ້າ ແລ້ວຈະແຈ້ງຕອບກົມຊັບສິນທາງປັນຍາໃນພາຍຫຼັງ.
ຂ່າວ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ
ຂໍ້ມູນຮູບພາບຈາກ: ພະແນກນະໂຍບາຍ ແລະ ພົວພັນຕ່າງປະເທດ