DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ກອງປະຊຸມສຳມະນາ ກ່ຽວກັບນະໂຍບາຍຂອງປະເທດຄູ່ຮ່ວມມື ແລະ ການເກັບກໍາຂໍ້ມູນການຄົ້ນຄວ້າ ພາຍໃຕ້ໂຄງການແລກປ່ຽນຄວາມຮູ້ KSP

ໃນລະຫວ່າງວັນທີ 21-23 ກຸມພາ 2023 ຜ່ານມາ, ທີ່ ໂຮງແຮມ ຄຣາວພາຊາ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ສະຖາບັນພັດທະນາ ສ.ເກົາຫຼີ, ອົງການຍຸດທະສາດ IP ຂອງ ສ.ເກົາຫຼີ ຈັດກອງປະຊຸມສຳມະນາ ກ່ຽວກັບນະໂຍບາຍຂອງປະເທດຄູ່ຮ່ວມມື ແລະ ການເກັບກໍາຂໍ້ມູນການຄົ້ນຄວ້າ ພາຍໃຕ້ໂຄງການແລກປ່ຽນຄວາມຮູ້ KSP, ໂດຍໃຫ້ກຽດເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ.

ໃນກອງປະຊຸມສໍາມະນາໃນຄັ້ງນີ້ ມີບັນຄະນະຊ່ຽວຊານຈາກໂຄງການ KSP, KDI & KISTA ບັນດາຜູ້ຕາງໜ້າຈາກ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕາງໜ້າຈາກກະຊວງກະສິກຳ ແລະ ປ່າໄມ້, ສານປະຊາຊົນ ນະຄອນຫຼວງ ແລະ ພະນັກງານທີ່ກ່ຽວຂ້ອງຂອງ ກົມຊັບສິນທາງປັນຍາ ເຂົ້າຮ່ວມ.

ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ ໄດ້ກ່າວ ວ່າ: ກອງປະຊຸມສຳມະນາ ກ່ຽວກັບ ນະໂຍບາຍຂອງປະເທດຄູ່ຮ່ວມມື ແລະ ການເກັບກໍາຂໍ້ມູນການຄົ້ນຄວ້າ ພາຍໃຕ້ໂຄງການແລກປ່ຽນຄວາມຮູ້ ເພື່ອສ້າງຄວາມເຂັ້ມແຂງດ້ານຊັບສິນທາງປັນຍາ ຕໍ່ການພັດທະນາກະສິກໍາ ຢູ່ ສປປ ລາວ ຊຶ່ງກິດຈະກຳໃນຄັ້ງນີ້ ເປັນກິດຈະກຳສືບຕໍ່ຈາກສຳມະນາໃນຄັ້ງກ່ອນ ທີ່ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2022 ທີ່ຜ່ານມາ ຊຶ່ງຊ່ຽວຊານຂອງໂຄງການໄດ້ມາເກັບກໍາຂໍ້ມູນເບື້ອງຕົ້ນ ເພື່ອປະກອບເຂົ້າບົດຄົ້ນຄວ້າດ້ານວຽກງານຊັບສິນທາງປັນຍາ ທີ່ຕິດພັນກັບຂົງເຂດກະສິກໍາ ຂອງ ສປປ ລາວ.

ໃນບົດຄົ້ນຄວ້າດັ່ງກ່າວ ໄດ້ກໍານົດບັນດາຫົວຂໍ້ຄົ້ນຄວ້າ 03 ຫົວຂໍ້ຫຼັກ ຄື: ພັດທະນາກົດໝາຍຊັບສິນທາງປັນຍາ ໂດຍສະເພາະ ໃນຂົງເຂດເຄື່ອງໝາຍການຄ້າ; ໃຫ້ຄຳປືກສາກ່ຽວກັບ ການຍື່ນຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ສຳລັບຜະລິດຕະພັນກະສິກຳ; ແລະ ຄຳປຶກສາແກ່ ກົມຊັບສິນທາງປັນຍາ ເພື່ອພັດທະນາລະບົບການຈົດທະບຽນເຄື່ອງໝາຍການຄ້າ ສຳລັບຜະລິດຕະພັນກະສິກຳ ລວມທັງການຈົດທະບຽນຖິ່ນກໍາເນີດ (GI) ຫຼື ຜະລິດຕະພັນກະສິກໍາ ທີ່ເປັນທ່າແຮງ.

ໃນກອງປະຊຸມສຳມະນາໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີຈາກ ຊ່ຽວຊານຂອງ ສ.ເກົາຫຼີ ໂດຍສະເພາະ ຄວາມຄືບໜ້າຂອງບົດຄົ້ນຄວ້າດັ່ງກ່າວ, ການນໍາໃຊ້ຜົນປະໂຫຍດ ແລະ ລະບົບເຄື່ອງໝາຍການຄ້າ ໃນການສົ່ງອອກຂອງ ສປປ ລາວ, ທຽບໃສ່ກັບບັນດາປະເທດຄູ່ຮ່ວມມື ແລະ ການນໍາສະເໜີ ກ່ຽວກັບລະບົບການປົກປ້ອງຖິ່ນກຳເນີດ ລວມທັງຂັ້ນຕອນການຄວບຄຸມຄຸນະພາບສິນຄ້າກະສິກຳ.

ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ