DIP: 021 213470-148 | IP Service Center: 021 218710

Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ກອງປະຊຸມສໍາມະນາ ວ່າດ້ວຍການບັງຄັບໃຊ້ກົດໝາຍ ຕໍ່ສິນຄ້າປອມແປງໃນພາກພື້ນ ອິນໂດ-ປາຊີຟິກ

ກອງປະຊຸມສໍາມະນາ ວ່າດ້ວຍການບັງຄັບໃຊ້ກົດໝາຍ  ຕໍ່ສິນຄ້າປອມແປງໃນພາກພື້ນ ອິນໂດ-ປາຊີຟິກ

ຄະນະຜູ້ແທນ ຂອງ ສປປ ລາວ, ປະກອບມີ ກົມຊັບສິນທາງປັນຍາ, ເຈົ້າໜ້າທີ່ພາສີ, ກົມອາຫານ ແລະ ຢາ, ສານໄອຍະການປະຊາຊົນ ຈໍານວນທັງໝົດ 6 ທ່ານ, ເຂົ້າຮ່ວມ ກອງປະຊຸມສໍາມະນາ ວ່າດ້ວຍການບັງຄົບໃຊ້ກົດໝາຍ ຕໍ່ສິນຄ້າປອມແປງ ໃນພາກພື້ນ ອິນໂດ-ປາຊີຟິກ “Indo-Pacific Workshop on Enforcement against Trade in Counterfeit Goods” ຊຶ່ງຈັດໂດຍ ລັດຖະບານສະຫະລັດອາເມລິກາ ແລະ ກອງເລຂາອາຊຽນ, ໃນລະຫວ່າງວັນທີ 28 ມິຖຸນາ – 01 ກໍລະກົດ 2022 ທີ່ໂຮງແຮມ Amari Watergate ນະຄອນຫຼວງ ກຸງເທບ ປະເທດໄທ.

ຈຸດປະສົງ ຂອງກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອຮັບຟັງບົດຮຽນຈາກເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຂອງ ສະຫະລັດອາເມລິກາ ເປັນຕົ້ນ: ຫ້ອງການພາສີ ແລະ ປົກປ້ອງຊາຍແດນ ສະຫະລັດອາເມລິກາ (CBP) ກ່ຽວກັບເຕັກນິກ ແລະ ວິທີການປາບປາມການຄ້າຂາຍສິນຄ້າລະເມີດຊັບສິນທາງປັນຍາຕາມເຂດຊາຍແດນ.

ນອກຈາກນັ້ນ, ໃນກອງປະຊຸມສໍາມະນາຄັ້ງນີ້ ຍັງເປັນເວທີໃຫ້ເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຂອງບັນດາປະເທດໃນພາກພື້ນ ອິນໂດ-ປາຊີຟິກ ແລະ ສະຫະລັດອາເມລິກາ ໄດ້ແລກປ່ຽນບົດຮຽນ ກ່ຽວກັບການວິເຄາະຄວາມສ່ຽງດ້ານເສັ້ນທາງ ແລະ ວິທີການຄ້າຂາຍສິນຄ້າປອມແປງຂ້າມຊາຍແດນ, ລວມທັງບັນຫາຂອງການຂະຫຍາຍຕົວຂອງການນໍາໃຊ້ ລະບົບໄປສະນີ ສໍາລັບການຄ້າຂາຍສິນຄ້າປອມແປງຂະໜາດນ້ອຍ, ບັນຫາສິນຄ້າປອມແປງໃນການຂົນສົ່ງຜ່ານແດນ ພ້ອມທັງສິນຄ້າປອມແປງຢູ່ໃນເຂດການຄ້າເສລີ ແລະ ອື່ນໆ.

ຂ່າວ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ

ຂໍ້ມູນຈາກ: ກົມພາສີ ກະຊວງການເງິນ

ກອງປະຊຸມສໍາມະນາ ວ່າດ້ວຍການບັງຄັບໃຊ້ກົດໝາຍ  ຕໍ່ສິນຄ້າປອມແປງໃນພາກພື້ນ ອິນໂດ-ປາຊີຟິກ ກອງປະຊຸມສໍາມະນາ ວ່າດ້ວຍການບັງຄັບໃຊ້ກົດໝາຍ  ຕໍ່ສິນຄ້າປອມແປງໃນພາກພື້ນ ອິນໂດ-ປາຊີຟິກ ກອງປະຊຸມສໍາມະນາ ວ່າດ້ວຍການບັງຄັບໃຊ້ກົດໝາຍ  ຕໍ່ສິນຄ້າປອມແປງໃນພາກພື້ນ ອິນໂດ-ປາຊີຟິກ ກອງປະຊຸມສໍາມະນາ ວ່າດ້ວຍການບັງຄັບໃຊ້ກົດໝາຍ  ຕໍ່ສິນຄ້າປອມແປງໃນພາກພື້ນ ອິນໂດ-ປາຊີຟິກ