DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ກອງປະຊຸມເຜີຍແຜ່ວຽກງານການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ເນື່ອງໃນ ວັນສະເຫຼີມສະຫຼອງວັນວິທະຍາສາດ ແຫ່ງຊາດ 12 ຕຸລາ ຄົບຮອບ 35 ປີ

ຫ້ອງການສະພາວິທະຍາສາດ ແຫ່ງຊາດ, ກະຊວງວຶກສາທິການ ແລະ ກິລາ ຮ່ວມກັບ ມະຫາ ວິທະຍາໄລ ແຫ່ງຊາດ ຈັດກອງປະຊຸມ ເຜີຍແຜ່ວຽກງານການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ເນື່ອງໃນ ວັນສະເຫຼີມສະຫຼອງວັນວິທະຍາສາດ ແຫ່ງຊາດ 12 ຕຸລາ ຄົບຮອບ 35 ປີ, ໃນວັນທີ  14 ຕຸລາ 2022 ຜ່ານມາ, ທີ່ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ, ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ສຸລິອຸດົງ ສຸນດາຣາ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.

ໃນກອງປະຊຸມ ມີ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ຮສ. ປອ. ນ. ສົມຈັນ ບຸນພັນມີ, ຮອງອະທິການບໍດີ ມະຫາ ວິທະຍາໄລແຫ່ງຊາດ, ທ່ານ ສຈ. ປອ. ດຣ ມາຍຟອງ ມາຍຊາຍ, ຮອງອະທິການບໍດີ ມະຫາວິທະຍາໄລວິທະຍາສາດສຸຂະພາບ, ທ່ານ ນ. ແກ້ວໄພວັນ ດວງສະຫວັນ, ຫົວໜ້າຫ້ອງການສະພາວິທະຍາສາດ ແຫ່ງຊາດ, ທ່ານ ມາຄະ ຈັນທະລາ ຮອງຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ, ຕາງໜ້າຈາກສະຖາບັນຄົ້ນຄ້ວາປະຫວັດສາດ ແລະ ບູຮານວິທະຍາ, ຕາງໜ້າຈາກສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ບັນດາທ່ານຄະນະບໍດີ  ມະຫາວິທະຍາໄລແຫ່ງຊາດ, ພະນັກງານວິຊາການທີ່ກ່ຽວ ຂ້ອງ ແລະ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ປອ. ສຸລິອຸດົງ ສຸນດາຣາ ຮອງລັດຖະມົນຕີ ກໍໄດ້ໃຫ້ກຽດກ່າວເປີດກອງປະຊຸມ ວ່າ: ດັ່ງທີ່ພວກທ່ານຮັບຮູ້ແລ້ວວ່າ ໃນກອງປະຊຸມສະໄໝສາມັນ ເທື່ອທີ V ຂອງສະພາແຫ່ງຊາດຊຸດ ທີ VII ປີ 2013, ໄດ້ຮັບຮອງ​ເອົາກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກໍໄດ້ຮັບຮອງເອົາ 12 ຕຸລາເປັນວັນວິທະຍາສາດແຫ່ງຊາດ, ເນື່ອງຈາກວ່າ ວັນ, ເດືອນ ດັ່ງກ່າວໃນປີ 1987 ປະທານປະເທດແຫ່ງ ສປປ ລາວ ໄດ້ເຊັນຂໍ້ຕົກລົງ ສ້າງຕັ້ງສະພາວິທະຍາສາດ-ເຕັກນິກ ຄັ້ງທຳອິດຂອງ ສປປ ລາວ. ວັນທີ 12 ຕຸລາ ແລະ ຍັງເປັນວັນທີ່ມີຫລາຍຄວາມໝາຍ ຂອງ ສປປ ລາວ ເປັນຕົ້ນ ແມ່ນ ວັນປະກາດເອກະລາດ, ວັນການທູດລາວ ແລະ ວັນແຫ່ງຊາດຕ້ານຢາເສບຕິດ.

ໃນໄລຍະຜ່ານມາ ພັກ ແລະ ລັດ ໄດ້ເອົາໃຈໃສ່ ກຳນົດທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ IX (2021-2025) ຂອງມະຕິກອງປະຊຸມສະພາແຫ່ງຊາດໄດ້ກໍານົດ ວ່າ: ‘‘ຊັບພະຍາກອນມະນຸດ ມີຄຸນນະພາບສູງຂຶ້ນ ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະ ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ, ສ້າງມູນຄ່າເພີ່ມການຜະລິດ ແລະ ບໍລິການ’’. ຜົນຈາກການພັດທະນາວຽກງານວິທະຍາສາດໃນໄລຍະຜ່ານມາເຫັນວ່າ ໄດ້ຮັບໝາກຜົນໃນຫຼາຍດ້ານເປັນຕົ້ນ: (1) ປັບປຸງລະບົບການຄຸ້ມຄອງໃນການຄົ້ນຄວ້າວິທະຍາສາດໃຫ້ມີຄວາມເຂັ້ມແຂງຂຶ້ນ ເປັນຕົ້ນ: ໄດ້ຄົ້ນຄວ້າສ້າງ ແລະ ປັບປຸງກົດໝາຍສຳເລັດ 08 ສະບັບ ແລະ ນິຕິກໍາລຸ່ມກົດໝາຍ 30 ສະບັບ; ສະຖາບັນຄົ້ນຄວ້າໄດ້ຮັບການສ້າງຕັ້ງຂຶ້ນຫລາຍແຫ່ງ ແລະ ມີການເຄື່ອນໄຫວວຽກງານການຄົ້ນຄວ້າວິໄຈ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາຂະແຫນ່ງການຕ່າງໆ ໄດ້ນັບມື້ນັບຫລາຍຂຶ້ນ; (2) ກໍ່ສ້າງນັກຄົ້ນຄວ້າ, ນັກວິທະຍາສາດ ທີ່ເປັນມືອາຊີບໄດ້ຈຳນວນໜຶ່ງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານຄົ້ນຄວ້າວິທະຍາສາດໃນໄລຍະໃໝ່; (3) ໄດ້ຕອບສະໜອງສິ່ງອຳນວຍຄວາມສະດວກ ທີ່ຈຳເປັນໃຫ້ແກ່ການຄົ້ນຄວ້າວິທະຍາສາດ ເຊັ່ນ: ພື້ນຖານໂຄງລ່າງ, ສ້າງຫ້ອງທົດລອງທີ່ທັນສະໄໝ, ສ້າງສູນຂໍ້ມູນເອເລັກໂຕຼນິກ, ເຄື່ອງທົດລອງເປັນຕົ້ນ; (4) ສ້າງຄວາມເຂັ້ມແຂງໃນການບໍລິການ ດ້ານວິທະຍາສາດ ແລະ ເຕັກໂນໂລຊີຮັບໃຊ້ສັງຄົມ, ການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ ແລະ ສາມາດເຂົ້າເຖິງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ; (5) ໄດ້ເສີມຂະຫຍາຍສາຍພົວພັນ ແລະ ຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ກັບບັນດາປະເທດ ໃນລະດັບພາກພື້ນ ແລະ ສາກົນ ໂດຍຜ່ານຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ຊຶ່ງນັບມື້ນັບກວ້າງຂວາງອອກ.

ທ່ານໄດ້ກ່າວຕື່ມອີກ ວ່າ: ໃນໄລຍະຜ່ານມາ ພວກເຮົາສາມາດຈັດຕັ້ງປະຕິບັດວຽກງານສຳເລັດໄດ້ຫລາຍດ້ານ; ແຕ່ເມື່ອເບິ່ງລວມແລ້ວເຫັນວ່າ: ວຽກງານດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ປະເທດພວກເຮົາຍັງບໍ່ທັນເຂັ້ມແຂງເທົ່າທີ່ຄວນ. ສະນັ້ນ, ຈື່ງຮຽກຮ້ອງໃຫ້ພວກເຮົາຕ້ອງໄດ້ສືບຕໍ່ຄື: ຕ້ອງໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ ໃນການຈັດຕັ້ງ, ຄຸ້ມຄອງ ແລະ ການເຄື່ອນໄຫວຂອງວຽກງານວິທະຍາສາດຢູ່ປະເທດພວກເຮົາ; ກໍ່ສ້າງ ແລະ ສົ່ງເສີມໃຫ້ຄົນຮຸ້ນໜຸ່ມ ໃຫ້ກາຍເປັນນັກວິທະຍາສາດ ໃຫ້ນັບມື້ນັບຫລາຍຂຶ້ນ; ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນການສຶກສາ, ມະຫາວິ ທະຍາໄລ ຜູ້ປະກອບການຕ່າງໆ ລວມທັງອົງການຈັັດຕັ້ງທາງສັງຄົມ ໃຫ້ເຂົ້າມາມີສ່ວນຮ່ວມໃນວຽກງານການຄົ້ນຄວ້າດ້ານວິທະຍາສາດ; ປັບປຸງກົດໝາຍ ແລະ ບັນດານິຕິກຳລຸ່ມກົດໝາຍ, ລວມທັງລະບຽບການສົ່ງເສີມການຄົ້ນຄວ້າ-ວິໄຈ ແລະ ພັດທະນານະວັດຕະກຳໃໝ່ ໃຫ້ມີຄວາມສອດຄ່ອງຫຼາຍຂຶ້ນ; ສ້າງຄວາມເຂັ້ມແຂງແກ່ສະພາວິທະຍາສາດແຫ່ງຊາດ, ກອງທຶນພັດທະນາວິທະຍາສາດໃຫ້ເປັນລະບົບຊັດເຈນ, ຄົບຊຸດ ແລະ ເລັ່ງພັດທະນາບຸກຄະລາກອນໃຫ້ມີຄວາມເຂັ້ມແຂງ. ນຳໃຊ້ເຕັກໂນໂລຊີທັນສະໄໝ ເຂົ້າໃນການຜະລິດສິນຄ້າ ແລະ ຫັນເປັນທັນສະໄໝເພື່ອຮອງຮັບການປະຕິວັດອຸດສາຫະກຳ 4.0 ຢູ່ປະເທດເຮົາ. ພ້ອມນັ້ນ ທ່ານກໍໄດ້ຮຽກຮ້ອງມາຍັງບັນດາທ່ານ ນັກວິທະຍາສາດ, ນັກຄົ້ນຄວ້າ, ຄູອາຈານ, ນັກຮຽນຮູ້, ປັນຍາຊົນ ແລະ ນັກວິຊາການທັງຫຼາຍ ຈົ່ງເອົາໃຈໃສ່ຄົ້ນຄວ້າວິໄຈ, ນໍາໃຊ້ຫົວຄິດປະດິດສ້າງຂອງຕົນ ແລະ ຍົກລະດັບຄວາມຮູ້ຄວາມສາມາດຂອງຕົນໃຫ້ສູງຂຶ້ນ. ໂດຍສະເພາະ ແມ່ນນໍາໃຊ້ຜົນຂອງການຄົ້ນຄວ້າວິທະຍາສາດເຂົ້າໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX  ໃຫ້ປະກົດຜົນເປັນຈິງຕາມທິດພັດທະນາແບບຍືນຍົງ ແລະ ສີຂຽວ.

ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການບັນຍາຍຈາກ ນັກວິທະຍາການ ໃນຫົວຂໍ້ຕ່າງໆ ເຊັ່ນ: ການຄົ້ນຄວ້າວິທະຍາສາດ ຂົງເຂດສັງຄົມ; ສັງຄົມອັດສະລິຍະ (Smart society); ການຄົ້ນຄວ້າວິທະຍາສາດຂອງ ມະຫາວິທະຍາໄລ ແຫ່ງຊາດ; ການສົ່ງເສີມການຄົ້ນຄວ້າວິທະຍາສາດ ໃນສາຍການສຶກສາຊັ້ນສູງຂອງ ສປປ ລາວ; ການຄົ້ນຄວ້າໃນຂົງເຂດສາທາລະນະສຸກ; ການຄົ້ນຄວ້າວິທະຍາສາດ ກະສິກໍາຕໍ່ກັບການຄໍ້າສະບຽງອາຫານ ແຫ່ງຊາດ; ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ແລະ ການເຂົ້າເຖິງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ.

ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ