DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ກອງປະຊຸມເປີດກວ້າງ ທາບທາມ ຄໍາຄິດຄໍາເເຫັນໃສ່ຮ່າງແຜນພັດທະນາຊັບສິນທາງປັນຍາ ຮອດປີ 2025 ແລະ ວິໄສທັດ 2030

ໃນວັນທີ 14 ຕຸລາ 2022 ທີ່ ໂຮງແຮມລາວພຣາຊາ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເປີດກວ້າງ ທາບທາມ ຄໍາຄິດຄໍາເເຫັນໃສ່ຮ່າງແຜນພັດທະນາຊັບສິນທາງປັນຍາ ຮອດປີ 2025 ແລະ ວິໄສທັດ 2030, ໃຫ້ການສະໜັບສະໜູນໂດຍ: ອົງການເພື່ອການພັດທະນາລະຫວ່າງປະເທດ ແຫ່ງ ສະຫາລັດອາເມລິກາ ປະຈໍາ ສປປ ລາວ (USAID), ໂດຍການເປັນປະທານຂອງ  ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ,

ໃນກອງປະຊຸມຄັ້ງນີ້ ມີທ່ານ ນ. ສີດາ ຢູຕຼີຈັນທະຈັກ ຮັກສາການແທນຫົວໜ້າ ກົມຊັບສິນທາງປັນຍາ, ທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ, ພ້ອມດ້ວຍພະແນກວິຊາການທີ່ກ່ຽວຂ້ອງ, ຜູ້ຕ່າງໜ້າຈາກ, ກົມ, ສະຖາບັນ ພາຍໃນກະຊວງ, ບັນດາກະຊວງອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈໍານວນ 50 ທ່ານ ເຂົ້າຮ່ວມ.

ຈຸດປະສົງຂອງການຈັດກອງປະຊຸມເປີດກວ້າໃນຄັ້ງນີ້  ແມ່ນເພື່ອທາບທາມຄໍາຄິດ ໃສ່ຮ່າງແຜນພັດທະນາຊັບສິນທາງປັນຍາ ຮອດປີ 2025 ແລະ ວິໄສທັດ 2030, ແນໃສ່ການຈັດຕັ້ງປະຕິບັດແຜນວຽກບູລິມະສິດ, ວຽກຈຸດສຸມໃນແຕ່ລະຂົງເຂດວຽກງານຊັບສິນທາງປັນຍາໃຫ້ຄົບຖ້ວນ ເພື່ອກໍານົດແຜນພັດທະນາວຽກງານຊັບສິນທາງປັນຍາໃນຕໍ່ໜ້າໃຫ້ມີປະສິດທິຜົນສູງ ແລະ ທັນການ. ສິ່ງສໍາຄັນ ແຜນພັດທະນາຊັບສິນທາງປັນຍາ ຕ້ອງສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ (2021-2025) ຜ່ານການພັດທະນາລະບົບຊັບສິນທາງປັນຍາ ໂດຍການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ,  ຊຶ່ງເນື້ອໃນຕົ້ນຕໍ່ຂອງຮ່າງແຜນພັດທະນານີ້ ແມ່ນເວົ້າເຖິງການພັດທະນາວຽກງານຊັບສິນທາງປັນຍາ ໃນ ສປປ ລາວ ແລະ ການພັດທະນາວຽກງານຊັບສິນທາງປັນຍາ ໃນລະດັບພາກພື້ນ ແລະ ສາກົນ, ໂດຍສະເພາະ ການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາ ໃນໄລຍະ 10 ປີ ຜ່ານມາ (ແຕ່ປີ 2010-2020) ເປັນຕົ້ນແມ່ນ ການຄຸ້ມຄອງ ແລະ ປົກປ້ອງຊັບສິນທາງປັນຍາ, ບັນດານິຕິກໍາດ້ານຊັບສິນທາງປັນຍາ, ການໂຄສະນາເຜີຍແຜ່ວຽກງານຊັບສິນທາງປັນຍາ ໂດຍຜ່ານໂຄງການຂອງລັດຖະບານ-ໂຄງການຊ່ວຍເຫຼືອຈາກຕ່າງປະເທດ, ການຈັດຕັ້ງປະຕິບັດສິດຊັບສິນທາງປັນຍາ ເພື່ອຖອດຖອນບົດຮຽນ, ແກ້ໄຂບັນຫາຄົງຄ້າງ ແລະ ກໍານົດແຜນພັດທະນາວຽກງານຊັບສິນທາງປັນຍາໃນ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030, ເປັນຕົ້ນ ແມ່ນ ການກໍານົດ ແຜນງານ, ແຜນກິດຈະກິດ, ເປົ້າໝາຍ, ວຽກຈຸດສຸມ ລວມທັງ ກົນໄກການຄຸ້ມຄອງ, ການຕິດຕາມກວດກາ ແລະ  ການປະເມີນຜົນ ໃຫ້ເປັນລະອຽດ ແລະ ຄົບຖ້ວນ ເພື່ອແນ່ໃສ່ການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາໃຫ້ໄດ້ຮັບປະສິດທິຜົນສູງສຸດໃນຕໍ່ໜ້າ.

ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ