ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຮ່ວມກັບ ສະມາຄົມຊັບສິນ ທາງປັນຍາ ອາຊຽນ ແລະ ບໍລິສັດ ທິວລິກີແອນກິບບິນສາກົນ ຈຳກັດ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມເຜີຍແຜ່ ວຽກງານຂອງສະມາຄົມຊັບສິນທາງປັນຍາອາຊຽນ ຂຶ້ນໃນວັນທີ 3 ກຸມພາ 2016 ທີ່ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ດຣ. ຄຳເພັດ ວົງດາລາ, ຮອງຫົວໜ້າກົມຊັບສິນທາງ ປັນຍາ ກວຕ ແລະ ທ່ານ ຊິວ ໄພ ກຽດ (Chew phye keat) ປະທານສະມາ ຄົມຊັບສິນທາງປັນຍາອາຊຽນ, ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ນາງ ດາລະນີ ວັດຈະນະວຸດທິວົງ, ຜູ້ບໍລິຫານງານ ບໍລິສັດ ທິວລິກີ ແອນກິບບິນສາກົນ ຈໍາກັດ ປະຈໍາ ສປປ ລາວ ແລະ ສະມາຊິກ ສະມາຄົມຊັບ ສິນທາງປັນຍາ ອາຊຽນ ຈາກ ປະເທດມຽນມາ, ພ້ອມດ້ວຍພະນັກງານຈາກກົມຊັບສິນທາງປັນຍາ ເຂົ້າຮ່ວມຢ່າງ ພ້ອມພຽງ.
ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການເຜີຍແຜ່ ວຽກງານຂອງສະມາຄົມ ຊັບສິນທາງປັນຍາອາຊຽນ ແລະ ເພື່ອກະກຽມການສະເຫຼີມ ສະຫຼອງການສ້າງຕັ້ງສະມາຄົມຊັບສິນທາງປັນຍາ ຄົບຮອບ 20 ປີ ຊຶ່ງຈະຈັດຂຶ້ນທີ່ ກົວລາລຳເປີ, ປະເທດມາເລເຊຍ ໃນລະຫວ່າງວັນທີ 4-6 ມີນາ 2016 ນີ້ ແລະ ເພື່ອເປັນການແນໃສ່ເພີ່ມທະວີການຮ່ວມມື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ເພື່ອພັດທະນາຂະແໜງການຊັບສິນທາງປັນຍາ ໃນພາກພື້ນໃຫ້ນັບມື້ນັບເຂັ້ມ ແຂງຂຶ້ນ.
ກອງປະຊຸມໃນຄັ້ງນີ້, ຍັງເປັນໂອກາດອັນດີໃຫ້ແກ່ກົມຊັບສິນທາງປັນຍາ ກໍຄື ຜູ້ຕາງໜ້າພາກທຸລະກິດ ທີ່ດຳເນີນທຸລະກິດກ່ຽວກັບການຈົດທະບຽນຊັບສິນ ທາງປັນຍາຢູ່ໃນ ສປປ ລາວ ທີ່ຈະໄດ້ຮັບຂໍ້ມູນຂ່າວສານທີ່ເປັນປະໂຫຍດຈາກສະມາຄົມຊັບສິນທາງປັນຍາອາຊຽນ, ພ້ອມທັງເປັນການເປີດກວ້າງໂອກາດການຮ່ວມມື ລະຫວ່າງ ກົມຊັບສິນທາງປັນຍາ ກັບ ພາກທຸລະກີດ ແລະ ຕົວແທນຈົດທະບຽນເພື່ອການປົກປ້ອງຊັບສິນທາງປັນຍາ ໃນ ສປປ ລາວ ແລະ ເປັນການເຊື່ອມໂຍງ ກັບອາຊຽນໃຫ້ນັບມື້ນັບຫຼາຍຂຶ້ນໂດຍສະເພາະກັບສະມາຄົມຊັບສິນທາງປັນຍາອາຊຽນ.