ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ (ກອຄ) ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ), ຈັດກອງປະຊຸມເຜີຍແຜ່ ວຽກງານຊັບສິນທາງປັນຍາ ແລະ ຝຶກອົບຮົມການຮັບຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກໍາ ເຄື່ອງໝາຍການຄ້າ ແຈ້ງຂໍ້ມູນລີຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ຂຶ້ນໃນລະຫວ່າງວັນທີ 4-5 ມັງກອນ 2022, ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ, ເປັນປະທານຮ່ວມໂດຍ ທ່ານ ພູໂຂງ ບັນນະວົງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ ກອຄ, ມີບັນດາທ່ານຮອງຫົວໜ້າ ກົມຊັບສິນທາງປັນຍາ ກອຄ, ທ່ານຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກອຄ, ຄະນະພະແນກອຸດສາຫະກຳ ແລະ ການຄ້າ ນວ, ຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳ, ມີຜູ້ຕາງໜ້າຈາກພະແນກການອ້ອມຂ້າງ ນວ, ບັນດາຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ 9 ຕົວເມືອງ, ພະນັກງານວິຊາການ ແລະ ຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເປັນການສ້າງຄວາມເຂັ້ມແຂງໃນວຽກງານຊັບສິນທາງປັນຍາ ໃຫ້ຂະແໜງ ການທ້ອງຖິ່ນ ແລະ ຜູ້ປະກອບການຕ່າງໆ ໄດ້ຮັບຮູ້ ເຂົ້າໃຈ ແລະ ເພື່ອເປັນການຊຸກຍູ້ ສົ່ງເສີມ ຫົວຄິດປະດິດສ້າງ, ການປະດິດຄິດແຕ່ງ, ເສດຖະກິດພູມປັນຍາ ຮັບປະກັນຜົນປະໂຫຍດອັນຊອບທໍາຂອງສັງຄົມ ແລະ ຜົນປະໂຫຍດຂອງລັດ ໂດຍສະເພາະ ແມ່ນສ້າງຄວາມເຂັ້ມແຂງໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ຂັ້ນທ້ອງຖິ່ນ ສາມາດຮັບຄໍາຮ້ອງ ຂໍຈົດທະບຽນແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄຳສະເໜີແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ພ້ອມທັງປ້ອນຂໍໍ້ມູນ ອັບໂຫຼດເອກະສານ ເຂົ້າໃນ ລະບົບ IPAS.
ກອງປະຊຸມໃນຄັ້ງນີ້ ແມ່ນໜຶ່ງໃນແຜນບູລິມະສິດຂອງ ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍສະເພາະ ແມ່ນສ້າງຄວາມເຂົ້າໃຈ ແລະ ຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ ຜູ້ປະກອບການຂະໜາດນ້ອຍ ແລະ ກາງ ແລະ ນັກທຸລະກິດ ເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ກໍຄື ການນຳໃຊ້ຊັບສິນທາງປັນຍາ ເພື່ອປົກປ້ອງພູມປັນຍາ ໃນການປະດິດສ້າງ ແລະ ປະດິດຄິດແຕ່ງ ທັງເປັນການປົກປ້ອງຜົນປະໂຫຍດຂອງຕົນ ເຂົ້າໃນການສ້າງມູນຄ່າເພີ່ມຂອງສິນຄ້າ ແລະ ສາມາດແຂ່ງຂັນໃນຕະຫຼາດໄດ້ ເຊິ່ງໃນສະພາບການທີ່ມີຄວາມກ້າວໜ້າໃນແຕ່ລະວັນ ຕັ້ງແຕ່ມີລະບົບຊັບສິນທາງປັນຍາເຂົ້າມາ ສປປ ລາວ ການນຳໃຊ້ລະບົບດັ່ງກ່າວເຂົ້າຊ່ວຍ ແມ່ນມີທ່າອ່ຽງຂະຫຍາຍຕົວຢ່າງຫຼວງຫຼາຍ ເປັນຕົ້ນ ມີການຍື່ນຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ 55.000 ເຄື່ອງໝາຍ ແບບອຸດສາຫະກຳຫລາຍກວ່າ 550 ສະບັບ ມີການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຫຼາຍກວ່າ 700 ສະບັບ ແລະ ການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ຫຼາຍກວ່າ 100 ກໍລະນີນີ້ສະແດງໃຫ້ເຫັນເຖິງຄວາມຕື່ນຕົວ ແລະ ເຫັນໄດ້ຄວາມສຳຄັນຂອງວຽກງານຊັບສິນທາງປັນຍາ ໃນສປປ ລາວ ທີ່ນັບມື້ນັບເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ.
ທ່ານ ພູໂຂງ ບັນນະວົງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ໄດ້ກ່າວວ່າ: ຕະຫຼອດໄລຍະຜ່ານມາ ການນໍາຂອງນະຄອນຫຼວງວຽງຈັນ ກໍ່ໄດ້ໃຫ້ຄວາມສໍາຄັນແກ່ວຽກງານຊັບສິນທາງປັນຍາຫຼາຍສົມຄວນ ເຮັດໃຫ້ວຽກງານດັ່ງກ່າວນີ້ ໄດ້ມີການຫັນປ່ຽນທີ່ຕັ້ງໜ້າ ໃນຫຼາຍດ້ານ ຊຶ່ງເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ເປັນການປະກອບສ່ວນທີ່ສໍາຄັນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງນະຄອນຫຼວງວຽງຈັນ ພ້ອມກັນນີ້ ວຽກງານຊັບສິນທາງປັນຍາ ກໍ່ໄດ້ເຊື່ອມສານເຂົ້າທຸກຂົງເຂດວຽກງານ ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນຫຼາຍໆດ້ານ ເຮັດໃຫ້ບົດບາດຂອງວຽກງານຊັບສິນທາງປັນຍາ ມີຄວາມສໍາຄັນ ໃນການດໍາລົງຊີວິດປະຈໍາວັນ, ສະນັ້ນ ຈຶ່ງເວົ້າໄດ້ວ່າ ວຽກງານດັ່ງກ່າວ ແມ່ນນັບມື້ນັບພົ້ນເດັ່ນຂຶ້ນເລື້ອຍໆ.
ຮູບພາບ ແລະ ຂ່າວ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ