ໃນລະຫວ່າງວັນທີ 22 – 26 ສິງຫາ 2022 ທີ່ຜ່ານມາ, ກົມຊັບສິນທາງປັນຍາ ໃນຖານະເປັນຈຸດປະສານດ້ານວຽກງານຊັບສິນທາງປັນຍາອາຊຽນ ຂອງ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມໜ່ວຍງານຮ່ວມມືດ້ານຊັບສິນທາງປັນຍາອາຊຽນ (AWGIPC) ຄັ້ງທີ 67 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ທີ່ມາລັກກາ, ປະເທດມາເລເຊຍ ຊຶ່ງປະທານກອງປະຊຸມໃນຄັ້ງນີ້ ແມ່ນທ່ານ Rowel S. Barba, ຫົວໜ້າສໍານັກງານຊັບສິນທາງປັນຍາ ແຫ່ງຟິລິບປິນ ແລະ ຕາງໜ້າຂອງ ສປປ ລາວ ນໍາໂດຍ ທ່ານ ມາຄະ ຈັນທະລາ, ຮອງຫົວໜ້າ ກົມຊັບສິນທາງປັນຍາ ພ້ອມຄະນະ.
ໃນກອງປະຊຸມໄດ້ ສະຫຼຸບ ແລະ ລາຍງານ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນວຽກດ້ານຊັບສິນທາງປັນຍາອາຊຽນ 2016-2025 ຊຶ່ງກໍານົດ 4 ເປົ້າໝາຍຍຸດທະສາດ ລວມມີ 19 ຂໍ້ລິເລີ່ມ ແລະ ລາຍງານແຜນວຽກບູລິມະສິດຂອງສົກປີ 2022 ຄື: ການສືກສາຄວາມເປັນໄປໄດ້ຂອງລະບົບສິດທິບັດອາຊຽນ (ຂໍ້ລິເລີ່ມ 9.5); ສັງລວມລາຍຊື່ຊ່ຽວຊານດ້ານຊັບສິນທາງປັນຍາຂອງອາຊຽນ (ຂໍ້ລິເລີ່ມ 13.1) ແລະ ການສືກສາບົດຮຽນທີ່ດີທີ່ສຸດ ໃນການປະເມີນມູນຄ່າຊັບສິນທາງປັນຍາ (ຂໍ້ລິເລີ່ມ 17.2). ໃນກອງປະຊຸມ, ຍັງໄດ້ຮັບຟັງການລາຍງານຄວາມຄຶບໜ້າຂອງແຕ່ລະໜ່ວຍງານ ເປັນຕົ້ນ ແມ່ນໜ່ວຍງານຮ່ວມມືດ້ານສິດທິບັດອາຊຽນ, ໜ່ວຍງານຮ່ວມມືດ້ານເຄື່ອງໝາຍການຄ້າອາຊຽນ, ໜ່ວຍງານດ້ານສະຖາບັນຊັບສິນທາງປັນຍາອາຊຽນ, ເຄືອຂ່າຍເຈົ້າໜ້າທີ່ບັງຄັບໃຊ້ສິດຊັບສິນທາງປັນຍາອາຊຽນ ແລະ ໜ່ວຍງານຮ່ວມມືດ້ານແບບອຸດສາຫະກຳອາຊຽນ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີນີ້.
ນອກຈາກນີ້, ກໍ່ໄດ້ມີກອງປະຊຸມປຶກສາຫາລືກັບບັນດາຄູ່ຮ່ວມເຈລະຈາ ເພື່ອສະຫຼຸບ, ລາຍງານແຜນວຽກຮ່ວມມືຂອງອາຊຽນ ແລະ ຄູ່ຮ່ວມເຈລະຈາ ເຊັ່ນ: ອົດສະຕາລີ-ນິວຊີແລນ, ສປ.ຈີນ, ສະຫະພາບເອີຣົບ, ຍີ່ປຸ່ນ, ສ.ເກົາຫຼີ, ສ.ອາເມລິກາ, ອັງກິດ ແລະ ອົງການຊັບສິນທາງປັນຍາໂລກ.
ພ້ອມດຽວກັນນັ້ນ, ໃນລະຫວ່າງກອງປະຊຸມດັ່ງກ່າວ, ກົມຊັບສິນທາງປັນຍາ ຍັງໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍກັບ ສຳນັກງານສິດທິບັດຍີ່ປຸ່ນ ໃນວັນທີ 25 ສິງຫາ 2022 ເພື່ອປຶກສາຫາລື ກ່ຽວກັບແຜນວຽກຮ່ວມມືສອງຝ່າຍ ສົກປີ 2022-2023, ຊື່ງຝ່າຍຍີ່ປຸ່ນກໍຢັ້ງຢືນ ຈະສືບຕໍ່ຊ່ວຍເຫຼືອ ສປປ ລາວ ໃນການພັດທະນາບຸກຄະລາກອນດ້ານຊັບສິນທາງປັນຍາ, ຈັດສຳມະນາເຜີຍແຜ່ ເພື່ອປູກຈິດສຳນຶກດ້ານວຽກງານຊັບສິນທາງປັນຍາ ແລະ ຈະພິຈາລະນາເພີ່ມຕື່ມສຳລັບຫົວຂໍ້ກິດຈະກຳໃໝ່ທີ່ ສປປ ລາວ ສະເໜີ ເປັນຕົ້ນ: ການໄປຖອດຖອນບົດຮຽນສໍາລັບພະນັກງານບໍລິຫານ ແລະ ໄປແລກປ່ຽນໄລຍະສັ້ນ ທີ່ປະເທດຍີ່ປຸ່ນ ອີກດ້ວຍ.
ຂ່າວ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ
ຂໍ້ມູນຈາກ: ພະແນດນະໂຍບາຍ ແລະ ພົວພັນຕ່າງປະເທດ