DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ກອງປະຊຸມ ທາບທາມຄຳເຫັນໃສ່ ຮ່າງຂໍ້ຕົກລົງວ່າດ້ວຍ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ

ໃນວັນທີ 14 ມິຖຸນາ 2022 ທີ່ຫ້ອງປະຊຸມຊັ້ນ 1, ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມຊັບສິນທາງປັນຍາ ໄດ້ຈັດກອງປະຊຸມ ທາບທາມຄຳເຫັນໃສ່ ຮ່າງຂໍ້ຕົກລົງວ່າດ້ວຍ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ໃຫ້ການສະໜັບສະໜູນໂດຍ: ອົງການເພື່ອການພັດທະນາລະຫວ່າງປະເທດ ແຫ່ງ ສະຫາລັດອາເມລິກາ ປະຈໍາ ສປປ ລາວ (USAID), ໂດຍໃຫ້ກຽດເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ, ກະຊວງອຸດສາຫະກໍາ ແລະ ການຄ້າ.

ໃນກອງປະຊຸມຄັ້ງນີ້ ມີທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ມີທ່ານ ພິທູນ ສິດທິມໍລະດາ, ຫົວໜ້າຫ້ອງການ, ກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ, ມີຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ, ກະຊວງອຸດສະຫະກຳ ແລະ ການຄ້າ, ບັນດາຜູ້ຕາງໜ້າຈາກກະຊວງອ້ອມຂ້າງ ແລະ ພະນັກງານທີ່ກ່ຽວຂ້ອງເຈົ້າຮ່ວມ.

ໃນໂອກາດນີ້ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ວ່າ: ຈຸດປະສົງ ກອງປະຊຸມຄັ້ງນີ້ ເພື່ອເປີດກວ້າງ ໃຫ້ບັນດາຜູ້ຕາງໜ້າ ຈາກຫ້ອງການ, ກົມ, ສະຖາບັນ ກະຊວງອຸດສະຫະກຳ ແລະ ການຄ້າ ແລະ ບັນດາກະຊວງອ້ອມຂ້າງ ເພື່ອທາບທາມຄໍາຄິດເຫັນຈາກບັນດາທ່ານໃສ່ໃນ ຮ່າງຂໍ້ຕົກລົງ ວ່າດ້ວຍລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ທີ່ກົມຊັບສິນ ປັນຍາ ໄດ້ປັບປຸງຄືນໃໝ່. ໃນໄລຍະຜ່ານມາ ກົມຊັບສິນທາງປັນຍາ ກໍ່ໄດ້ຈັດກອງປະຊຸມ ຜ່ານເນື້ອໃນຮ່ວມກັບ ບັນດາພະແນກພາຍໃນກົມຫຼາຍຄັ້ງ ແລະ ໄດ້ຮັບການເຫັນດີເປັນເອກະພາບນຳກັນ ແລະ ເພື່ອໃຫ້ຜູ້ເຂົ້າຮ່ວມທັງພາກລັດຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບບົດບາດຄວາມສຳຄັນ ຂອງວຽກງານລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໃນ ສປປ ລາວ ແລະ ເພື່ອໃຫ້ຮ່າງດັ່ງກ່າວ ມີເນື້ອໃນທີ່ຄົບຖວ້ນສົມບູນຂຶ້ນຕື່ມ.

ເນື້ອໃນຫຼັກຂອງ ຮ່າງຂໍ້ຕົກລົງ ວ່າດ້ວຍລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໄດ້ກໍານົດຫຼັກການ, ລະບຽບການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ເປັນຕົ້ນ: ການແຈ້ງຂໍ້ມູນລິຂະສິດ, ການດຳເນີນການຫຼັງການແຈ້ງຂໍ້ມູນລິຂະສິດ,ການຈຳກັດ ແລະ ການຍົກເວັ້ນສິດຕໍ່ລິຂະສິດ , ການຄຸ້ມຄອງອົງການຈັດຕັ້ງລິຂະສິດແບບລວມໝູ່, ການເປັນຜູ້ຕາງໜ້າໃນການແຈ້ງຂໍ້ມູນລິຂະສິດ, ແລະ ອົງການຄຸ້ມຄອງວຽກງານລິຂະສິດ  ເພື່ອແນໃສ່ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍ ຊັບສິນທາງປັນຍາ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳຂອງຊາດ.

ທ່ານ ຍັງກ່າວຕື່ມອີກ ວ່າ: ວຽກງານລິຂະສິດ ມີຈຸດປະສົງ ແລະ ຄວາມສຳຄັນ ແມ່ນເພື່ອປົກປ້ອງສິດ ຂອງນັກປະພັນ, ນັກສິລະປິນ ຫຼື ເຈົ້າຂອງລິຂະສິດ ທີ່ເກີດມາຈາກສະຕິປັນຍາໃນການສ້າງສັນຜົນງານຂອງຕົນ ໃນຂົງເຂດຜົນງານດ້ານວັນນະກຳ ແລະ ສິລະປະກຳ ບໍ່ວ່າຈະເປັນຜົນງານດ້ານດົນຕີ, ການສະແດງ, ການບັນທຶກສຽງ, ກາຍກະຈາຍສຽງ-ແຜ່ພາບ, ຜົນງານການຂຽນການປະພັນຕ່າງໆ ລ້ວນແລ້ວແຕ່ມີເອກະລັກ ມີຄຸນຄ່າທາງດ້ານເສດຖະກິດ ດັ່ງນັ້ນເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຄວນໄດ້ຮັບການເຄົາລົບສິດ ແລະ ໄດ້ຮັບການປົກປ້ອງຕາມກົດໝາຍ. ນອກນັ້ນ, ເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ພວກເຂົາເກີດມີຄວາມຄິດສ້າງສັນ, ມີການພັດທະນາຜົນງານໃໝ່ໆຂຶ້ນມາຮັບໃຊ້ສັງຄົມ ໃຫ້ກາຍເປັນສິນຄ້າ, ການບໍລິການ ແລະ ສ້າງລາຍໄດ້ ວຽກເຮັດງານທຳ ພ້ອມທັງເປັນການດຶງດູດການລົງທຶນ ໃນຂົງເຂດອຸດສາຫະກຳບັນເທິງ ເຮັດໃຫ້ມີການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ, ເປັນການອະນຸລັກຮັກສາມູນເຊື້ອສິລະປະວັດທະນະທຳ ແລະ ເສີມຂະຫຍາຍຮີດ ຄອງປະເພນີອັນດີງາມຂອງຊາດ.

ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກໍໄດ້ຜ່ານ ຮ່າງຂໍ້ຕົກລົງ​ ວ່າ​ດ້ວຍລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຊຶ່ງຮ່າງຂໍ້ຕົກລົງສະບັບນີ້ ປະກອບມີ 9 ໝວດ ແລະ 35 ມາດຕາ ເຊັ່ນ: ໝວດ​ທີ 1 ບົດ​ບັນຍັດ​ທົ່ວ​ໄປ ປະກອບມີ 6 ມາດຕາ; ໝວດ​ທີ 2 ການ​​ແຈ້ງ​ຂໍ້​ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ປະກອບມີ 4 ມາດຕາ; ໝວດທີ 3 ການດຳເນີນການຫຼັງ ການແຈ້ງຂໍ້ມູນລິຂະສິດ ແລະ ສິດທີ່ກ່ຽວຂ້ອງກັບລິຂະສິດ, ປະກອບມີ 3 ມາດຕາ; ໝວດທີ 4 ການໂອນສິດ ແລະ ການອະນຸຍາດນຳໃຊ້ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ປະກອບມີ 2 ມາດຕາ; ໝວດ​ທີ 5 ການຈຳກັດ ແລະ ການຍົກເວັ້ນສິດຕໍ່ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ປະກອບມີ 7 ມາດຕາ; ໝວດ​ທີ 6 ການ​ເປັນຜູ້ຕາງໜ້າໃນການແຈ້ງຂໍ້ມູນ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ປະກອບມີ 3 ມາດຕາ; ໝວດ​ທີ 7 ອົງການຈັດຕັ້ງລິຂະສິດ​ແບບລວມໝູ່, ປະກອບມີ 5 ມາກຕາ; ໝວດ​ທີ 8 ອົງການຄຸ້ມຄອງ ວຽກງານລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ​ອົງການຈັດຕັ້ງລິຂະສິດແບບ​ລວມໝູ່, ປະກອບມີ 3 ມາດຕາ ແລະ ໝວດທີ 9 ບົດບັນຍັດສຸດທ້າຍ ປະກອບມີ 2 ມາດຕາ.

ພ້ອມດຽວກັນນັ້ນ ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາເຫັນຢ່າງກົງໄປກົງມາໃສ່ໃນ ຮ່າງຂໍ້ຕົກລົງ​ ວ່າ​ດ້ວຍລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ເພື່ອໃຫ້ຮ່າງດັ່ງກ່າວ ມີເນື້ອໃນທີ່ຄົບຖວ້ນສົມບູນຂຶ້ນຕື່ມ ແລະ ເພື່ອໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ອີກດ້ວຍ.

ຂ່າວ ແລະ ພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ