DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ກອງປະຊຸມ ທາບທາມຄຳເຫັນໃສ່ ຮ່າງຂໍ້ຕົກລົງວ່າດ້ວຍ ພັນພືດໃໝ່

ໃນວັນທີ 07 ກໍລະກົດ 2022, ທີ່ຫ້ອງປະຊຸມຊັ້ນ 1, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ຈັດກອງປະຊຸມ ທາບທາມຄຳເຫັນໃສ່ ຮ່າງຂໍ້ຕົກລົງວ່າດ້ວຍ ພັນພືດໃໝ່, ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ.

ໃນກອງປະຊຸມຄັ້ງນີ້ ມີທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ, ຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກະຊວງກະສິກໍາ ແລະ ປ່າໄມ້, ມີທ່ານ ມາຄະ ຈັນທະລາ, ຮອງຫົວໜ້າ ກົມຊັບສິນທາງປັນຍາ, ບັນດາຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ, ພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ, ບັນດາຜູ້ຕາງໜ້າຈາກ ກົມປູກຝັງ, ສະຖາບັນຄົ້ນຄວ້າກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້, ຄະນະກະເສດສາດ ມະຫາວິທະຍາໄລ ແຫ່ງຊາດ, ມີບັນດາ ບໍລິສັດ ຜູ້ຕາງໜ້າ ແລະ ພະນັກງານທີ່ກ່ຽວຂ້ອງຂອງ ກົມຊັບສິນທາງປັນຍາ ເຂົ້າຮ່ວມ.

ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວເປີດກອງປະຊຸມໃນຄັ້ງນີ້ວ່າ: ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປີດກວ້າງໃຫ້ບັນດາຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ ກະຊວງອຸດສະຫະກຳ ແລະ ການຄ້າ, ບັນດາກະຊວງອ້ອມຂ້າງ ແລະ ພາກທຸລະກິດ ເພື່ອທາບທາມຄໍາຄິດເຫັນໃສ່ໃນ ຮ່າງຂໍ້ຕົກລົງ ວ່າດ້ວຍ ພັນພືດໃໝ່, ໂດຍສະເພາະ ການກໍານົດຫຼັກການ, ລະ ບຽບການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປົກປ້ອງພັນພືດໃໝ່ ເປັນຕົ້ນ ການຂໍຈົດທະບຽນພັນພືດໃໝ່,ການດຳເນີນການຫຼັງການຈົດທະບຽນພັນພືດໃໝ່, ການຄຸ້ມຄອງ ແລະ ການປົກປ້ອງພັນພືດໃໝ່, ການເປັນຜູ້ຕາງໜ້າ ແລະ ເພື່ອແນໃສ່ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍ ຊັບສິນທາງປັນຍາ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ເປັນການປະກອບສ່ວນເຂົ້າໃນການຜະລິດສະບຽງອາຫານໃຫ້ແກ່ຜູ້ບໍລິໂພກ ໃຫ້ພຽງພໍກັບຄວາມຕ້ອງການ ແລະ ພັດທະນາເສດຖະກິດ-ສັງຄົມ.

ທ່ານ ກ່າວຕື່ມອີກວ່າ: ພັນພືດໃໝ່ ແມ່ນພັນພືດທີ່ຍັງບໍ່ທັນຮູ້ຈັກກັນທົ່ວໄປ ຊຶ່ງເປັນກຸ່ມຂອງພືດທີ່​ມີລັກສະນະທາງພຶກສາຊາດ​ຢ່າງດຽວກັນ ແລະ ສາມາດກຳນົດຄຸນລັກສະນະຕ່າງໆ ທີ່ເປັນຜົນມາຈາກປະເພດພັນທຸກຳໃດໜຶ່ງ ຫຼື ຫຼາຍປະເພດພັນທຸກຳຮ່ວມກັນ, ມີຄວາມແຕກຕ່າງ​ຈາກ​ກຸ່ມ​ອື່ນ​ໃນ​ພືດ​ຊະນິດ​ດຽວກັນຢ່າງໜ້ອຍໜຶ່ງຄຸນລັກສະນະ, ຄວາມສະໝ່ຳສະເໝີເໝີ ແລະ ຄວາມຄົງ​ຕົວ ໃນເວລາ​ນຳໄປ​ຂະຫຍາຍ​ພັນ​.

ສໍາລັບເງື່ອນໄຂການ​ຈົດ​ທະບຽນເປັນພັນ​ພືດ​ໃໝ່ ຕ້ອງມີເງື່ອນໄຂ ດັ່ງນີ້: 1, ຄວາມໃໝ່: ພັນພືດຈະຖືວ່າໃໝ່ຖ້າໃນ​ເວລາ​​ຍື່ນ​ຄຳ​ຮ້ອງຂໍ​ສິດຂອງ​ ນັກ​ປະສົມ​ພັນ​ພືດນັ້ນສ່ວນຂະຫຍາຍພັນ ຫຼື ຜົນເກັບກ່ຽວ ຍັງບໍ່ໄດ້ຖືກວາງຂາຍ ຫຼື ແຈ​ກຢາຍໃຫ້ຜູ້ອື່ນ ນຳໃຊ້ໂດຍນັກ​ປະສົມ​ພັນ​ພືດ ຫຼື ດ້ວຍການເຫັນດີຂອງຜູ້ກ່ຽວ ​ໃນ​ການ​ສະ​ແຫວ​ງ ຫາ​ຜົນ​ປະ​ໂຫຍ​ດຈາກ​ພັນ​ພືດນັ້ນ ພາຍໃນເວລາ ຄື: (1), ໜຶ່ງປີລົງມາ ກ່ອນວັນຍື່ນຄຳຮ້ອງ ໃນດິນແດນ ຂອງ ສປປ ລາວ ແລະ (2), ສີ່ປີລົງມາ ກ່ອນວັນຍື່ນຄຳຮ້ອງ ຫຼື ຫົກປີລົງມາ ສຳລັບພືດຢືນຕົ້ນ ຫຼື ຕົ້ນ​ໝາກ​ອະງຸ່ນໃນດິນແດນ  ຂອງປະເທດອື່ນ; 2, ຄວາມແຕກຕ່າງ: ພັນພືດ ທີ່ຖືໄດ້ວ່າແຕກຕ່າງ ຖ້າຫາກສາມາດຈໍາແນກຄວາມແຕກຕ່າງທາງດ້ານຄຸນລັກສະນະໃດໜຶ່ງ ຫຼື ຫຼາຍຄຸນລັກສະນະ ຈາກພັນພືດອື່ນທີ່ຮັບຮູ້ກັນທົ່ວໄປ ໄດ້ຢ່າງຈະແຈ້ງ ໃນເວລາຍື່ນຄຳຮ້ອງ; 3, ຄວາມສະໝ່ຳສະເໝີ: ພັນພືດທີ່ຖືໄດ້ວ່າມີຄວາມສະໝໍ່າສະເໝີ ເຖິງວ່າຈະມີການປ່ຽນແປງທີ່ອາດຈະເກີດຈາກຮູບການສະເພາະຂອງການນໍາມາຂະຫຍາຍພັນ ແຕ່ຕ້ອງມີຄວາມສະໝ່ຳສະເໝີທາງດ້ານຄຸນລັກສະນະອື່ນທີ່ກ່ຽວຂ້ອງຂອງພັນພືດນັ້ນ; ແລະ 4, ຄວາມຄົງຕົວ: ພັນພືດທີ່ຖືໄດ້ວ່າມີຄວາມຄົງຕົວ ຖ້າຄຸນລັກສະນະທີ່ກ່ຽວຂ້ອງຂອງພັນພືດນັ້ນ ຍັງຄົງບໍ່ປ່ຽນແປງ ພາຍຫຼັງການຂະຫຍາຍພັນຄືນໃໝ່ ຫຼື ໃນກໍລະນີທີ່ມີຮອບວຽນສະເພາະ ຂອງການຂະຫຍາຍພັນ, ໃນຕອນທ້າຍຂອງແຕ່ລະຮອບວຽນດັ່ງກ່າວ. ນອກຈາກເງື່ອນໄຂທີ່ໄດ້ກຳນົດໄວ້ເທິງນີ້ ການຈົດທະບຽນ ຍັງຕ້ອງໄດ້ພິຈາລະນາການກຳນົດຊື່ຂອງພັນພືດໃໝ່ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ ມາດຕາ 74 ຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ ແລະ ມາດຕາ 12 ຂອງ​ຂໍ້​ຕົກລົງ​ສະບັບ​ນີ້ ແລະ ຕ້ອງເປັນຊະນິດພັນພືດ ທີ່ໄດ້ກຳນົດໄວ້ໃນ ຂໍ້ຕົກລົງ ວ່າດ້ວຍ ບັນຊີປະເພດ ແລະ ຊະນິດພັນພືດ ພັນພືດທີ່ສາມາດຈົດທະບຽນເປັນພັນພືດໃໝ່, ສະບັບເລກທີ 1266/ກຊປ.ອຄ, ລົງວັນທີ 15 ພະຈິກ 2021 ຂອງກົມຊັບສິນທາງປັນຍາ.

ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ