DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ກອງປະຊຸມ ທາບທາມ ຄໍາເຫັນໃສ່ ຮ່າງປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ

ໃນວັນທີ 05 ເມສາ 2023, ທີ່ ຫ້ອງປະຊຸມ ຊັ້ນ 4 ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດກອງປະຊຸມ ທາບທາມຄໍາເຫັນໃສ່ ຮ່າງປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ).

ໃນກອງປະຊຸມຄັ້ງນີ້ ມີທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ ກະຊວງ ອຄ, ມີບັນດາຄະນະ ກົມຊັບສິນທາງປັນຍາ, ມີຄະນະຮັບຜິດຊອບປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ, ຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ ພາຍໃນກະຊວງ ອຄ ແລະ ຜູ້ຕາງໜ້າຈາກບັນດາ ກະຊວງອ້ອມຂ້າງ ເຂົ້າຮ່ວມ.

ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເປັນການເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບ ປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ແລະ ແຜນວຽກໃນການຈັດຕັ້ງປະຕິບັດປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ພ້ອມທັງ ທາບທາມຄໍາເຫັນໃສ່ຮ່າງປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ (ສະບັບ ທຳອິດທີ່ກົມໄດ້ຮຽບຮຽງມາ).

ໃນໂອກາດນີ້ ທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ ໄດ້ກ່າວ ວ່າ: ການປັບປຸງກົດໝາຍສະບັບນີ້ ເນື່ອງຈາກວ່າ ວຽກງານຊັບສິນທາງປັນຍາ ໄດ້ຖືກມອບໂອນ ມາຂຶ້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າ ນັບແຕ່ປີ 2021, ເຮັດໃຫ້ບັນດານິຕິກໍາ ແລະ ລະບຽບການໃນການປົກປ້ອງ ແລະ ຄຸ້ມຄອງຊັບສິນທາງປັນຍາ ທີ່ອອກໃນເມື່ອກ່ອນ ຕ້ອງໄດ້ມີການປັບປຸງ ເພື່ອປ່ຽນຊື່ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມາເປັນ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເພື່ອກໍານົດການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ທາງດ້ານບໍລິຫານ ກ່ຽວກັບການລະເມີດໃຫ້ຈະແຈ້ງຂຶ້ນຕື່ມ ແລະ ໃຫ້ສອດຄ່ອງກັບສົນທິສັນຍາສາກົນທີ່ ສປປ ລາວ ມີແຜນທີ່ຈະເຂົ້າເປັນພາຄີ.

ໃນການປັບປຸງກົດໝາຍ ສະບັບນີ້ ແມ່ນໄດ້ກຳນົດ ກ່ຽວກັບສິດຂອງເຈົ້າຂອງຊັບສິນທາງປັນຍາ ກ່ຽວກັບການນໍຳເຂົ້າແບບຄູ່ຂະໜານ (Parallel Import). ພ້ອມທັງໄດ້ມີການປັບປຸງ ຂໍ້ຜິດພາດຕ່າງໆ ທີ່ຢູ່ໃນກົດໝາຍ. ຜ່ານມາ ຮ່າງປັບປຸງກົດໝາຍ ສະບັບດັ່ງກ່າວນີ້ ທາງກົມຊັບສິນທາງປັນຍາ ໄດ້ເລີ່ມກະກຽມຄົ້ນຄວ້າເນື້ອໃນດ້ານວິຊາການ ໃນແຕ່ລະຂົງເຂດຊັບສິນທາງປັນຍາ ຊຶ່ງໄດ້ເລີ່ມປັບປຸງ ມາແຕ່ເດືອນ ສິງຫາ 2021 ແລະ ໄດ້ເປີດກອງປະຊຸມປຶກສາຫາລື ເພື່ອຄົ້ນຄວ້າເນື້ອໃນດ້ານວິຊາການ ພາຍໃນກົມຫຼາຍຄັ້ງ. ນອກຈາກນີ້ ກໍໄດ້ນໍາສົ່ງຮ່າງປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບນີ້ ໃຫ້ແກ່ຊ່ຽວຊານຂອງອົງການຊັບສິນທາງປັນຍາໂລກ (WIPO) ແລະ ສະຫະພັນສາກົນເພື່ອການປົກປ້ອງພັນພືດໃຫມ່ (UPOV), ເພື່ອມີຄໍາເຫັນຕໍ່ຮ່າງປັບປຸງດັ່ງກ່າວ ໂດຍສະເພາະ ຄວາມສອດຄ່ອງຂອງກົດໝາຍ ຕໍ່ກັບສົນທິສັນຍາສາກົນ ຕ່າງໆ.

ທ່ານ ກ່າວຕື່ມອີກ ວ່າ: ຮ່າງປັບປຸງກົດໝາຍ ສະບັບນີ້ ແມ່ນໄດ້ປັບປຸງ ພາກພັນພືິດ, ລິຂະສິດ, ແບບອຸດສາຫະກຳ ແລະ ການແກ້ໄຂທາງດ້ານບໍລິຫານກ່ຽວກັບການລະເມີດ, ໂດຍສະເພາະ ການແບ່ງຂັ້ນຄຸ້ມຄອງຈາກສູນກາງລົງສູ່ທ້ອງຖິ່ນ, ປັບບາງປະໂຫຍກຄໍາສັບ ແລະ ຮຽບຮຽງຄືນໃຫມ່ ເພື່ອໃຫ້ເຂົ້າໃຈງ່າຍ ແຕ່ຮັກສາຄວາມໝາຍເດີມຂອງກົດໝາຍ, ປັບປຸງຊື່ກະຊວງ ຈາກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມາເປັນ ກະຊວງ ອຸດສາະກຳ ແລະ ການຄ້າ ເພື່ອເຮັດໃຫ້ການຈົດທະບຽນຊັບສິນອຸດສາຫະກໍາ, ພັນພືດໃໝ່, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ທັນສະໄໝ ແລະ ສອດຄ່ອງກັບລະບົບການຈົດທະບຽນສາກົນ, ການແກ້ໄຂທາງດ້ານບໍລິຫານ ກ່ຽວກັບການລະເມີດຊັບສິນທາງປັນຍາ ໃຫ້ເປັນຮູບປະທໍາ ແລະ ຊັດເຈນຂຶ້ນ.

ພ້ອມດຽວກັນນັ້ນ, ທ່ານ ຮອງລັດຖະມົນຕີ ກໍໄດ້ຮຽກຮ້ອງມາຍັງ ບັນດາຄະນະຮັບຜິດຊອບປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ແລະ ບັນດາທ່ານຜູ້ທີ່ເຂົ້າຮ່ວມກອງປະຊຸມ ເອົາໃຈໃສ່ ຄົ້ນຄວ້າ, ປະກອບຄຳຄິດຄໍາເຫັນໃສ່ ຮ່າງກົດໝາຍດັ່ງກ່າວ ເພີ່ຶອເຮັດໃຫ້ຮ່າງກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນ ແລະ ສົມບູນຍິ່ງຂຶ້ນ ເພື່ອສ້າງກົດໝາຍໃຫ້ສອດຄອງກັບລະບຽບ ກ່ຽວກັບການສ້າງນິຕິກຳ ຂອງ ສ ປປ ລາວ ກໍຄື ກົດໝາຍ ວ່າດ້ວຍການສ້າງນິຕິ.

ກອງປະຊຸມໃນຄັ້ງນີ້ ແມ່ນໄດ້ດໍາເນີນເປັນເວລາ 01 ວັນ ຈຶ່ງຈະສໍາເລັດ, ຊຶ່ງມີຜູ້ເຂົ້າຮ່ວມ ຈໍານວນ 40 ກວ່າທ່ານ.

ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ

ຂໍ້ມູນຈາກ: ພະແນກນະໂຍບາຍ ແລະ ພົວພັນຕ່າງປະເທດ