DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ກອງປະຊຸມ ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍ ການແກ້ໄຂທາງດ້ານບໍລິຫານ ກ່ຽວກັບ ການຈົດທະບຽນ ຊັບສິນອຸດສາຫະກໍາ ແລະ ພັນພືດໃໝ່

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ຈັດກອງປະຊຸມ ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ກ່ຽວກັບການຈົດທະບຽນ ຊັບສິນອຸດສາຫະກໍາ ແລະ ພັນພືດໃໝ່, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນທີ 09 ພຶດສະພາ 2022, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ.

ໃນກອງປະຊຸມຄັ້ງນີ້ ມີທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ມີທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ,  ມີບັນດາຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ ແລະ ຜູ້ຕາງໜ້າ ຈາກກະຊວງອ້ອມຂ້າງ ແລະ  ຜູ້ທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ກໍໃຫ້ກຽດມີຄໍາເຫັນຕໍ່ກອງປະຊຸມ ວ່າ: ກອງປະຊຸມເປີດກວ້າງໃນຄັ້ງນີ້ ແມ່ນເພື່ອທາບທາມຄໍາຄິດເຫັນ ຈາກບັນດາທ່ານຜູ້ເຂົ້າຮ່ວມ  ເພື່ອປະກອບໃສ່ໃນ ຮ່າງຂໍ້ຕົກລົງ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ກ່ຽວກັບການຈົດທະບຽນຊັບສິນອຸດສາຫະກຳ ແລະ ພັນພືດໃໝ່, ທີ່ກົມຊັບສິນທາງປັນຍາໄດ້ສ້າງຂຶ້ນມາໃໝ່ນີ້. ໃນໄລຍະຜ່ານມາທາງກົມດັ່ງກ່າວ ກໍໄດ້ຈັດກອງປະຊຸມ ຜ່ານເນື້ອໃນຮ່ວມກັບ ບັນດາກົມພາຍໃນກະຊວງ ແລະ ໄດ້ຮັບການເຫັນດີເປັນເອກະພາບນຳກັນ ທາງດ້ານເນື້ອໃນຫຼັກຂອງ ຮ່າງຂໍ້ຕົກລົງ, ສະນັ້ນ ເພື່ອກຳນົດ ຫຼັກການ, ລະບຽບການ ແລະ ຂັ້ນຕອນ ການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ກ່ຽວກັບ ການຈົດທະບຽນດັ່ງກ່າວ ໃຫ້ມີປະສິດ ທິພາບ, ປະສິດທິຜົນຫຼາຍຂຶ້ນ ແລະ ຍັງເປັນເຄື່ອງມືໜຶ່ງທີ່ນໍາໃຊ້ເຂົ້າໃນການປ້ອງກັນ ການລະເມີດສິດຊັບສິນທາງປັນຍາ. ນອກຈາກນີ້, ຂໍ້ຕົກລົງສະບັບນີ້ ຍັງເປັນການສົ່ງເສີມໃຫ້ ເຈົ້າຂອງສິດຊັບສິນທາງປັນຍາ ໄດ້ຮັບຮູ້ ແລະ ເຂົ້າໃຈສິດຜົນປະໂຫຍດຂອງຕົນ ທີ່ໄດ້ການປົກປ້ອງຕາມກົດໝາຍ ແລະ ເປັນການຜັນຂະຫຍາຍ ມາດຕາ 130 ຂອງກົດໝາຍຊັບສິນທາງປັນຍາ ໃຫ້ເປັນອັນລະອຽດ ແນໃສ່ຮັບປະກັນການຈົດທະບຽນ ຊັບສິນອຸດສາຫະກຳ ແລະ ພັນພືດໃໝ່ ໃຫ້ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ ເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ.

ສໍາລັບຂັ້ນຕອນ ການຈົດທະບຽນເພື່ອຈະໄດ້ປົກປ້ອງຊັບສິນທາງປັນຍານັ້ນ, ຫຼັງຈາກຜູ້ຍື່ນຄໍາຮ້ອງນໍາສົ່ງສໍານວນຄໍາຮ້ອງແລ້ວ, ທາງກົມຈະມີການກວດສອບເບື້ອງຕົນ ແລະ ພິມເຜີຍແຜ່, ການຄັດຄ້ານ ແມ່ນຈະເກີດຂຶ້ນກ່ອນການຈົດທະບຽນ, ການປະຕິເສດ ແມ່ນເກີດຂຶ້ນໃນຂັ້ນຕອນການຈັດຕັ້ງປະຕິບັດ ຂອງການຈົດທະບຽນ, ສ່ວນການ ລົບລ້າງ ຫຼື ຍົກເລີກ ແມ່ນດໍາເນີນການຫຼັງການຈົດທະບຽນ ທັງ 3 ຂັ້ນຕອນທີ່ກ່າວມານີ້ ແມ່ນດໍາເນີນການໃນ ຂັ້ນຕອນການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ກ່ຽວກັບ ການຈົດທະບຽນ ຊັບສິນອຸດສາຫະກຳ ແລະ ພັນພືດໃໝ່ ຕາມຫຼັກການ ຄວາມສະໝັກໃຈ, ຍຸຕິທຳ, ສະເໝີພາບ ແລະ ຮັກສາຄວາມລັບ. ເພື່ອເຮັດການຈັດຕັ້ງປະຕິບັດຕາມລະບຽບການແກ້ໄຂທາງດ້ານບໍລິຫານ ເຮັດໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມເປັນທໍາ, ຍຸຕິທໍາ ຍິ່ງຂຶ້ນ.

ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ