DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ກອງປະຊຸມ ວຽກງານຊັບສິນທາງປັນຍາ ໃນທົ່ວປະເທດ ປະຈຳປີ 2022

ໃນຕອນເຊົ້າວັນທີ 19 ມັງກອນ 2023, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມ ວຽກງານຊັບສິນທາງປັນຍາ ທົ່ວປະເທດ ປະຈຳປີ 2022 ທີ່ຫ້ອງປະຊຸມຊັ້ນ 1 ກະຊວງ ອຄ, ໃຫ້ກຽດເປັນປະທານກອງປະຊຸມຂອງ ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ.
ໃນກອງປະຊຸມຄັ້ງນີ້ ມີທ່ານ ນ. ສີດາ ຢູຕຼີຈັນທະຈັກ, ຮັກສາການແທນຫົວໜ້າ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນ, ຫົວໜ້າພະແນກ, ຮອງພະແນກອຸກສາຫະກໍາ ແລະ ການຄ້າ ແຂວງ/ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ ຈໍານວນ 100 ທ່ານ.
ຈຸດປະສົງຂອງກອງປະຊຸມໃນມື້ນີ້ ແມ່ນເພື່ອເປັນການທົບທວນ ກວດກາຄືນການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາໃນຂອບເຂດທົ່ວປະເທດ, ຊຶ່ງພວກເຮົາຈະໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ປະກອບຄໍາຄິດເຫັນ, ປຶກສາຫາລືແກ້ໄຂບັນຫາຄົງຄ້າງ ໂດຍສະເພາະ ກົນໄກການປະສານງານ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ. ພ້ອມດຽວກັນນີ້, ກໍຈະໄດ້ກໍານົດຄາດໝາຍສູ້ຊົນໃນປີ 2023 ແນໃສ່ພັດທະນາວຽກງານຊັບສິນທາງປັນຍາໃຫ້ມີຄວາມກ້າວໜ້າ ແລະ ຂະຫຍາຍການບໍລິການໃຫ້ທົ່ວເຖິງໃນຂອບເຂດທົ່ວປະເທດ, ຊຸກຍູ້ສົ່ງເສີມການສ້າງມູນຄ່າເພີ່ມ ແລະ ສ້າງຄວາມສາມາດໃນການແຂ່ງຂັນຂອງທຸລະກິດ, ຍາດແຍ່ງເອົາການລົງທຶນພາຍໃນ ແລະ ຕ່າງປະເທດ, ສ້າງເງື່ອນໄຂໃນການຍົກລະດັບການໃຫ້ບໍລິການດ້ານຊັບສິນທາງປັນຍາຂອງທ້ອງຖິ່ນໃຫ້ມີຄວາມເຂົ້າໃຈ ແລະ ມີຄວາມເປັນເອກະພາບສູງຕໍ່ວຽກງານການພັດທະນາ ແລະ ການບໍລິການຊັບສິນທາງປັນຍາ ເພື່ອປະກອບສ່ວນເປັນກໍາລັງແຮງຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ.
ທ່ານ ນ. ສີດາ ຢູຕຼີຈັນທະຈັກ, ຮັກສາການແທນຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ກໍໄດ້ຜ່ານບົດລາຍງານ ການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາ ປະຈໍາປີ 2022 ແລະ ທິດທາງແຜນພັດທະນາວຽກງານຊັບສິນທາງປັນຍາ ປະຈຳປີ 2023 ວ່າ: ໃນໄລຍະຜ່ານມາ, ກົມກໍໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ ພະນັກງານຂັ້ນທ້ອງຖິ່ນ, ຜູ້ປະກອບການຂະໜາດນ້ອຍ ແລະ ກາງ (SMEs), ນັກທຸລະກິດ, ກຸ່ມຜູ້ຜະລິດ, ຊາວກະສິກອນ ໃຫ້ເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເປັນສິນຄ້າ. ນອກຈາກນັ້ນ ກໍຍັງໄດ້ກະກຽມເປີດຝຶກອົບຮົມກ່ຽວກັບໂຄງການນຳໃຊ້ຊັບສິນທາງປັນຍາເຂົ້າສູ່ຂະບວນການຜະລິດ ເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ, ສ້າງຄວາມເຂັ້ມແຂງວຽກງານຊັບສິນທາງປັນຍາ ເພື່ອຊ່ວຍກຸ່ມຜູ້ຜະລິດ ໃນການສ້າງມູນຄ່າເພີ່ມຜະລິດຕະພັນສິນຄ້າ ODOP, ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າໃຫ້ແກ່ສິນຄ້າຫັດຖະກຳລາວໃນຂອບເຂດທົ່ວປະເທດ, ໂຄງການສ້າງຄວາມເຂັ້ມແຂງໃຫ້ຜູ້ຜະລິດ-ຜູ້ປະກອບການເສັ້ນໄໝ ແລະ ຜ້າໄໝ ເພື່ອກະກຽມຈົດທະບຽນຖິ່ນກຳເນີດ, ປົກປ້ອງຖິ່ນກຳເນີດເຂົ້າໄກ່ນ້ອຍທີ່ໄດ້ຮັບການສະໜັບສະໜູນຈາກໂຄງການຕ່າງໆ.
ວຽກງານໃຫ້ບໍລິການຊັບສິນທາງປັນຍາ ໃນໄລຍະຜ່ານມາ ແມ່ນໄດ້ຮັບຄໍາຮ້ອງຂໍຈົດທະບຽນ ຮັບສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ແຈ້ງຂໍ້ມູນ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ຈຳນວນ 4,719 ຄໍາຮ້ອງ; ໄດ້ຄົ້ນຄວ້າການ ຄັດຄ້ານ, ກວດສອບເບື້ອງຕົ້ນ, ກວດສອບເນື້ອໃນ, ປະຕິເສດຈົດທະບຽນ, ຕໍ່ອາຍຸໃບທະບຽນ, ມອບໂອນສິດ, ປ່ຽນ ຊື່ ແລະ ທີ່ຢູ່, ອອກໃບຢັ້ງຢືນການແຈ້ງຂໍ້ມູນລິຂະສິດ, ອອກແຈ້ງການ ແລະ ກວດຄົ້ນຂໍ້ມູນຕ່າງໆກ່ຽວກັບຊັບສິນທາງປັນຍາ ຈໍານວນ 5,365 ສະບັບ; ອອກໃບອະນຸຍາດຕົວແທນການບໍລິການທາງດ້ານຊັບສິນທາງປັນຍາ ຈໍານວນ 04 ບໍລິສັດ. ນອກຈາກນັ້ນ ກໍໄດ້ກະກຽມເປີດການນໍາໃຊ້ລະບົບການຢື່ນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາຜ່ານທາງອອນລາຍ (E-filling) ເພື່ອໃຫ້ບໍລິການແກ່ສັງຄົມ.
ການສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ ກົມກໍໄດ້ເອົາໃຈໃສ່ລົງເຄື່ອນໄຫວວຽກງານ ໂດຍສະເພາະ ການແບ່ງຂັ້ນຄຸ້ມຄອງ ວຽກງານຊັບສິນທາງປັນຍາ ແລະ ຝຶກອົບຮົມ ແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ໃນຂອບເຂດທົ່ວປະເທດ ຊຶ່ງສຳເລັດໄປແລ້ວຫຼາຍແຂວງ ແລະ ຍັງອີກຫຼາຍແຂວງ ທີ່ຈະຕ້ອງສືບຕໍ່ເຮັດໃຫ້ສໍາເລັດ. ພ້ອມກັນນັ້ນ ກົມໄດ້ຈະເລັ່ງໃສ່ການສ້າງຊັບສິນທາງປັນຍາ ໃຫ້ແກ່ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ຫຼື SMEs ໂດຍສະເພາະ ແມ່ນສິນຄ້າ ODOP ເພື່ອເຮັດໃຫ້ແນວຄວາມຄິດ “ໜຶ່ງຜະລິດຕະພັນ ໜຶ່ງຊັບສິນທາງປັນຍາ: ສ້າງມູນຄ່າທາງທຸລະກິດຜ່ານຊັບສິນທາງປັນຍາ” ໃຫ້ບັນລຸຕາມໝາກຜົນ ແລະ ເປົ້າໝາຍທີ່ໄດ້ວາງໄວ້ ແລະ ວຽກງານອື່ນໆ.
ໃນໂອກາດນີ້ ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຄ ກໍໄດ້ມີຄໍາເຫັນໃນກອງປະຊຸມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ທີ່ກົມດັ່ງກ່າວ ຍາດມາໄດ້ໃນໄລຍະ 1 ປີຜ່າມມາ, ພ້ອມດຽວກັນນັ້ນ ທ່ານ ກໍໄດ້ມີບາງຄໍາເຫັນຕໍ່ບົດລາຍງານ ຂອງກົມດັ່ງກ່າວ ທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂປັບປຸງໃນຕໍ່ໜ້າ ເພື່ອຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່ກວ່າເກົ່າໃນປີ 2023, ໂດຍສະເພາະ ຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານແບ່ງຂັ້ນຄຸ້ມຄອງ ໂດຍສືບຕໍ່ຖ່າຍທອດຄວາມຮູ້ ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ ພະນັກງານຂັ້ນທ້ອງຖິ່ນໃນການຮັບຄຳຮ້ອງທີ່ຍັງເຫຼືອອີກ 11 ແຂວງ; ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານຊັບສິນທາງປັນຍາແກ່ພະນັກງານພາຍໃນກະຊວງ, ພະແນກ ອຄ ແຂວງ, ນະຄອນຫຼວງ ແລະ ຂະແໜງການອື່ນໆ ຕະຫຼອດຮອດພາກທຸລະກິດ ເພີ່ມຕື່ມ; ການຫັນເປັນທັນສະໄໝ ໃນການບໍລິການຊັບສິນທາງປັນຍາ ໂດຍນຳໃຊ້ລະບົບ E-Filing ຕ້ອງໄດ້ສ້າງຄວາມພ້ອມພາຍໃນໃຫ້ເຂັ້ມແຂງ ໂດຍສະເພາະ ແມ່ນລະບົບ ແລະ ບຸກຄະລາກອນທີ່ຈະຮັບຜິດຊອບລະບົບດັ່ງກ່າວ; ຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ຫຼື SMEs ໃຫ້ນໍາໃຊ້ຊັບສິນທາງປັນຍາເຂົ້າໃນທຸລະກິດຂອງຕົນໃຫ້ຫຼາຍຂຶ້ນ; ພັດທະນາເຄື່ອງມືໃນການຄຸ້ມຄອງຊັບສິນທາງປັນຍາໃຫ້ຄົບຖ້ວນ ເປັນຕົ້ນ ແຜນຍຸດທະສາດ; ການປັບປຸງກົດໝາຍ, ຂໍ້ຕົກລົງ ແລະ ຄູ່ມືຕ່າງໆ; ເປັນຈຸດໃຈກາງໃນການຂຶ້ນແຜນງົບປະມານ, ປະສານສົມທົບ, ສະໜອງການຝຶກອົບຮົມ ແລະ ອຸປະກອນຮັບໃຊ້ໃນການເຮັດວຽກຕ່າງໆໃຫ້ຂະແໜງການທີ່ກ່ຽວຂ້ອງ.
ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນທີ່ສຸດ ຊຶ່ງໄດ້ເຊີນເອົາຫຼາຍພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທອງຖິ່ນ ເຂົ້າຮ່ວມເພື່ອປຶກສາຫາລື ພ້ອມທັງປະກອບຄຳຄິດ-ຄຳເຫັນທາງດ້ານວິຊາການຕໍ່ກັບບົດລາຍງານປະຈໍາປີ 2022 ແລະ ແຜນພັດທະນາຊັບສິນທາງປັນຍາ ປີ 2023 ໃຫ້ມີເນື້ອໃນຄວາມຄົບຖ້ວນ ແລະ ສົມບູນຍິ້ງຂຶ້ນ, ເພື່ອຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາໃນຕໍ່ໜ້າ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການທ້ອງຖິ່ນ, ຜູ້ຜະລິດສິນຄ້າ ແລະ ຜູ້ປະກອບການ ສາມມາດເຂົ້າເຖິງຊັບສິນທາງປັນຍາ, ເພື່ອເພີ່ມມູນຄ່າຂອງຜະລິດຕະພັນສິນ ແລະ ສາມາດແຂ່ງຂັນໃນຕະຫຼສດທັງພາຍໃນ ແລະ ຕ່າງປະເທດໄດ້, ພ້ອມນັ້ນ ກໍເພື່ອປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງຕາມທິດສີຂຽວ-ແບບຍືນຍົງ.
ບົດຂ່າວ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ