ໃນລະຫວ່າງວັນທີ 22-25 ຕຸລາ 2019 ນີ້ ກົມຊັບສິນທາງປັນຍາ ຮ່ວມກັບພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງທາງດ້ານການສ້າງເອກະສານຄຸນລັກສະນະສິນ ຄ້າຖິ່ນກໍາເນີດຊາແຂວງຜົ້ງສາລີ ແລະ ການສ້າງຕັ້ງສະມາຄົມ ໃຫ້ຂະແໜງການ, ຜູ້ຜະລິດ ແລະ ຜູ້ປະກອບການຊາຂອງແຂວງຜົ້ງສາລີ ໂດຍມີທ່ານ ຄໍາຜອຍ ວັນນະສານ, ຄະນະປະຈໍາພັກແຂວງ, ຮອງເລຂາພັກແຂວງ, ຮອງເຈົ້າ ແຂວງຜົ້ງສາລີ ໃຫ້ກຽດກ່າວເປີດກອງປະຊຸມ. ພາຍຫຼັງກ່າວເປີດກອງປະຊຸມໂດຍທ່ານຮອງເຈົ້າແຂວງ ທ່ານ ນາງ ປອ. ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ຄໍາຈັນ ສິດທິລາດ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຜົ້ງສາລີ ໄດ້ໃຫ້ກຽດເປັນປະທານຮ່ວມນໍາພາກອງປະຊຸມ. ເຂົ້າຮ່ວມໃນກອງ ປະຊຸມຄັ້ງນີ້ ມີທ່ານຮອງຫົວໜ້າກົມຊັບສິນທາງປັນຍາ, ຕາງໜ້າຈາກກະຊວງກະສິກໍາ ແລະ ປ່າໄມ້, ຕາງໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ພະແນກການອ້ອມຂ້າງ ຂອງແຂວງຜົ້ງສາລີ, ຄະນະກໍາມະການຊີ້ນໍາວຽກງານຖິ່ນກໍາເນີດແຂວງຜົ້ງສາລີ, ຜູ້ຜະລິດ ແລະ ຜູ້ປະກອບການຊາ ຂອງແຂວງຜົ້ງສາລີ, ເຂົ້າຮ່ວມທັງໝົດ 50 ທ່ານ.
ກອງປະຊຸມຄັ້ງນີ້ ເປັນກອງປະຊຸມວິຊາການທີ່ມີຄວາມສໍາຄັນອີກຄັ້ງໜຶ່ງ ສໍາລັບການກະກຽມຈົດທະບຽນຖິ່ນກໍາເນີດຊາແຂວງຜົ້ງສາລີ ຊຶ່ງຈຸດປະສົງແມ່ນເພື່ອ ເກັບກໍາຂໍ້ມູນກ່ຽວກັບຄຸນລັກສະນະສະເພາະຂອງຊາແຂວງຜົ້ງສາລີ ສໍາລັບສ້າງເປັນເອກະສານຄຸນລັກສະນະຖິ່ນກໍາເນີດຂອງຊາແຂວງຜົ້ງສາລີ ເພື່ອໃຫ້ສອດຄ່ອງກັບເງື່ອນໄຂຂອງການຈົດທະບຽນຖິ່ນກໍາເນີດ ທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍຊັບສິນທາງປັນຍາ. ເອກະສານດັ່ງກ່າວ ຖືໄດ້ວ່າ ເປັນກົດລະບຽບອັນໜຶ່ງທີ່ສ້າງຂືຶ້ນໂດຍສະມາຄົມ ແລະ ສະມາຊິກສະມາຄົມທຸກຄົນຕ້ອງໄດ້ປະຕິບັດຕາມເອກະສານດັ່ງ ກ່າວ ຈຶ່ງຈະສາມາດນໍາໃຊ້ຖິ່ນກໍາເນີດໄດ້. ກອງປະຊຸມດໍາເນີນໄປເປັນເວລາ 02 ວັນ ຄືໃນວັນທີ 22 ແລະ 23 ຕຸລາ 2019 ແລະ ຈະມີການເກັບກໍາຂໍ້ມູນໃສ່ເອກະສານດັ່ງກ່າວ ຊື່ງລວມມີ ຊື່ທີ່ຈະສະເໜີປົກປ້ອງຖິ່ນກໍາເນີດ, ລັກສະເພາະຂອງຊາຜົ້ງສາລີ, ກໍາມະວິທີການຜະລິດ-ແປຮູບ ທີ່ເປັນພູມປັນຍາຕົກທອດມາຫຼາຍເຊັ່ນຄົນ, ສະພາບແວດ ລ້ອມຂອງເຂດການຜະລິດຊາ ທີ່ເປັນປັດໃຈເຮັດໃຫ້ຊາຂອງແຂວງຜົ້ງສາລີ ມີຄວາມພິເສດ, ການກວດສອບ ແລະ ການກວດສອບຢ້ອນຫຼັງ ຊຶ່ງຂໍ້ມູນເຫຼົ່ານີ້ຈະມາສາດນໍາໃຊ້ເພື່ອການໂຄສະນາໃຫ້ຜູ້ບໍລິໂພກຮູ້ກ່ຽວກັບຄຸນລັກສະນະ ສະເພາະຂອງຊາຜົ້ງສາລີ ແລະ ຈະເປັນສິ່ງສົ່ງເສີມຊ່ວຍເຮັດໃຫ້ຊາຜົ້ງສາລີມີມູນຄ່າເພີ່ມສູງຂຶ້ນ. ການສ້າງເອກະສານຄຸນລັກສະນະຊາຜົ້ງສາລີດັ່ງກ່າວ ແມ່ນຕ້ອງປະກອບມີຂໍ້ມູນທີ່ຫຼາກຫຼາຍ ສະນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ມີການ ປະກອບສ່ວນຈາກທຸກພາກສ່ວນ ທີ່ຕິດພັນກັບຊາຜົ້ງສາລີ ເປັນຕົ້ນແມ່ນຂະແໜງການກ່ຽວຂ້ອງຈາກພາກລັດ, ໂຄງ ການຊ່ວຍ ເຫຼືອທີ່ຕິດພັນກັບຊາ, ຜູ້ຜະລິດ ແລະ ຜູ້ປະກອບການຊາຜົ້ງສາລີ ເພື່ອເຮັດໃຫ້ສາມາດສ້າງເອກະສານຄຸນລັກສະນະສິນຄ້າຖິ່ນກໍາເນີດຊາຜົ້ງສາລີສໍາເລັດ ແລະ ສາມາດຍື່ນຄໍາຮ້ອງຂໍຈົດທະບຽນຖິ່ນກໍາເນີດຊາຜົ້ງສາລີໄດ້ ພາຍໃນ ເດືອນ ທັນວາ ປີ 2019 ນີ້.
ພາຍຫຼັງສໍາເລັດກອງປະຊຸມສ້າງເອກະສານຄຸນລັກສະນະຖິ່ນກໍາເນີດຊາຜົ້ງສາລີໃນຄັ້ງນີ້ ຍັງຈະໄດ້ດໍາເນີນ ກອງປະຊຸມກ່ຽວກັບການກະກຽມສ້າງຕັ້ງສະມາຄົມຂືຶ້ນ ໃນວັນທີ 24 ແລະ 25 ຕຸລານີ້ ຊຶ່ງຕົ້ນຕໍແມ່ນແນໃສ່ສ້າງ ກົດລະບຽບພາຍໃນຂອງສະມາຄົມ ຊຶ່ງຜ່ານມາແຂວງຜົ້ງສາລີ, ຜູ້ຜະລິດ ແລະ ຜູ້ປະການຊາຜົ້ງສາລີ ໄດ້ສົມທົບ ກັນຮ່າງຂຶ້ນໂດຍພື້ນຖານແລ້ວ ແລະ ໄດ້ມີການປັບປຸງຄືນຈໍານວນໜຶ່ງໂດຍກົມຊັບສິນທາງປັນຍາ ເພື່ອໃຫ້ເນື້ອໃນ ສອດຄ່ອງຕາມທີ່ກະຊວງພາຍໃນໄດ້ກໍານົດ. ໃນກອງປະຊຸມນີ້ ແມ່ນຈະໄດ້ປຶກສາຫາລືກັນເພື່ອປັບປຸງ ແລະ ຮັບ ຮອງເອົາກົດລະບຽບພາຍໃນຂອງສະມາຄົມ ເພື່ອໃຫ້ສາມາດຍື່ນຄໍາຮ້ອງຂໍສ້າງຕັ້ງສະມາຄົມຫາກະຊວງພາຍໃນ ພາຍໃນ ເດືອນ ພະຈິກນີ້.
ບົດຂ່າວ ແລະ ພາບໂດຍ : ເຈວະລາ ວົງທອງຈິດ