ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງ ວຽງຈັນ ຮ່ວມກັບ ກົມຊັບສິນທາງ ປັນຍາ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີໄດ້ ຈັດກອງປະຊຸມວ່າດ້ວຍ ການນຳໃຊ້ຊັບສິນ ທາງປັນຍາໃນທາງການຄ້າ ເມື່ອວັນທີ 15 ຕຸລາ 2012 ທີ່ໂຮງແຮມລາວພລາຊາ ພາຍໃຕ້ການເປັນ ປະທານຂອງທ່ານ ຫຸມພັນ ອິນທະຣາດ
ລັັດຖະມົນຕີຊ່ວຍວ່າການກະຊວງ ວິທະຍາສາດ ແລະ ເຕັກ ໂນໂລຊີ.ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່ ໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງ ກ່ຽວກັບວຽກງານຊັບສິນທາງປັນຍາຊຶ່ງມີການກຳນົດຫົວຂໍ້ຕ່າງໆໃນການບັນຍາຍຄັ້ງນີ້ ເຊັ່ນ: ການສະ ເໜີຄວາມຮູ້ພື້ນຖານກ່ຽວກັບຊັບສິນທາງປັນຍາ, ກົດໝາຍ ແລະ ການຄຸ້ມຄອງວຽກງານຊັບສິນທາງປັນ ຍາ ຢູ່ ສປປ ລາວ; ການພັດທະນາວຽກງານຊັບສິນທາງປັນຍາ ຢູ່ ສສ ຫວຽດນາມ ເຊັ່ນ: ລະບົບ ຊັບສິນອຸດສະຫະກຳ ແລະ ລະບົບລິຂະສິດຊຶ່ງແມ່ນສາຍເຫດໜຶ່ງທີ່ພາໃຫ້ເສດຖະກິດຂະຫຍາຍຕົວ ຢ່າງມີປະສິດທິພາບ; ບົດບາດຂອງວຽກງານ ຊັບສິນທາງປັນຍາໃນການພັດທະນາ ແລະ ການຕະຫຼາດ ຂອງຜະລິດຕະພັນໃໝ່ໃນປະເທດສະວິສເຊີແລນ ເຊັ່ນ: ບົດບາດຂອງເຄື່ອງໝາຍການຄ້າ ແລະ ແບບອຸດສະຫະກຳໃນການຕະຫຼາດ ແລະ ຄວາມສຳຄັນຂອງສິດທິບັດ ແລະ ອະນຸສິດທິບັດໃນການໃຊ້ປະໂຫຍດທາງດ້ານເຕັກນິກ ຈາກນະວັດຕະກຳເຂົ້າສູ່ທ້ອງຕະຫຼາດ.
ນັກວິທະຍາກອນທັງພາຍໃນ ແລະ ຕ່າງປະເທດ ໄດ້ຮ່ວມການບັນຍາຍຄັ້ງນີ້ຊຶ່ງພົວພັນກັບ ຜົນສຳເລັດທາງດ້ານທຸລະກິດຈາກການນຳໃຊ້ຊັບສິນທາງປັນຍາຂອງ ສສ ຫວຽດນາມ ແລະ ສະຫະພັນ ຖະລັດສະວິສ.
ກອງປະຊຸມເປັນເວລາໜຶ່ງວັນຄັ້ງນີ້ ໄດ້ຮັບການອຸປະຖຳທາງດ້ານງົບປະມານ ແລະ ວິຊາການຈາກ ສະຖາບັນຊັບສິນທາງປັນຍາສະຫະພັນຖະລັດສະວິສ ແລະ ສຳນັກງານຊັບສິນທາງປັນຍາ ສສ ຫວຽດນາມ.
ຜູ້ທີ່ເຂົ້າຮ່ວມປະມານ 80 ກວ່າຄົນ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມາຈາກພາກສ່ວນທຸລະກິດ, ການຄ້າ, ສະຖາບັນການສຶກສາ ແລະ ຂະແໜງການທີ່ກ່ຽວຂ້ອງ.
ກອງປະຊຸມໃນລັກສະນະດຽວກັນ ຈະຈັດຂຶ້ນອີກຢູ່ແຂວງສະຫວັດນະເຂດ ໃນວັນທີ 17 ຕຸລາ, 2012 ແລະ ຢູ່ແຂວງ ຈຳປາສັກໃນວັນທີ 19 ຕຸລາ, 2012.