ໃນວັນທີ 7 ມັງກອນ 2022, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີປະກາດການຍົກຍ້າຍພະນັກງານການນໍາຮັບໜ້າທີ່ໃໝ່, ແຕ່ງຕັ້ງຫົວໜ້າກົມ, ສະຖາບັນ ແລະ ແຕ່ງຕັ້ງຮັກສາການແທນຫົວໜ້າຫ້ອງການ, ກົມ ພາຍໃນກະຊວງ ອຄ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳແພງ ໄຊສົມແພງ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງ ອຄ, ມີທ່ານຮອງລັດຖະມົນຕີ ກະຊວງ ອຄ, ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າຫ້ອງການ, ກົມ ສະຖານບັນອ້ອມຂ້າງ ກະຊວງດັ່ງກ່າວເຂົ້າຮ່ວມ.
ການແຕ່ງຕັ້ງ, ການສັບຊ້ອນ, ຍົກຍ້າຍປ່ຽນແທນຂອງພະນັກງານ-ລັດຖະກອນ ເປັນວຽກງານປົກກະຕິ ຂອງການຈັດຕັ້ງໃນທົ່ວລະບົບການເມືອງຂອງພັກ ແລະ ລັດ, ເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ແລະ ບັນດາມະຕິ, ຄໍາສັ່ງຕ່າງໆຂອງວຽກງານພະນັກງານ-ລັດຖະກອນວາງອອກ.
ການປະກາດແຕ່ງຕັ້ງ, ຍົກຍ້າຍໃນຄັ້ງນີ້, ປະກອບມີພະນັກງານການນຳຂັ້ນຫົວໜ້າກົມຄື: ທ່ານ ນາງ ຂັນລາສີ ແກ້ວບຸນພັນ ຄະນະບໍລິຫານງານພັກກະຊວງ ອຄ, ຫົວໜ້າກົມຊັບສິນທາງປັນຍາ ຈະໄດ້ຍົກຍ້າຍໄປປະຕິບັດໜ້າທີ່ໃໝ່ ຢູ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຖືກແຕ່ງຕັ້ງເປັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຕາມດຳລັດຂອງນາຍົກ ລັດຖະມົນຕີ, ພ້ອມດຽວກັນນັ້ນ ກໍໄດ້ປະກາດພະນັກງານໄປຮັບໜ້າທີ່ໃໝ່ 3 ທ່ານ, ທີ່ຖືກແຕ່ງຕັ້ງເປັນຫົວໜ້າກົມ ແລະ ຫົວໜ້າສະຖາບັນ ແລະ ອີກ 2 ທ່ານ ຖືກແຕ່ງຕັ້ງເປັນຮັກສາການແທນຫົວໜ້າກົມ ແລະ ຫົວໜ້າຫ້ອງການກະຊວງ ອຄ ຄື: ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ, ເປັນຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານ; ທ່ານ ບຸນເພັງ ສີບຸນເຮືອງ, ເປັນຫົວໜ້າ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ; ທ່ານ ແກ້ວມໍລະກົດ ສິດລາກອນ, ເປັນຫົວໜ້າສະຖາບັນອຸດສາຫະກໍາ ແລະ ການຄ້າ; ທ່ານ ວິທູນ ສິດທິມໍລະດາ , ເປັນຮັກສາການແທນ ຫົວໜ້າຫ້ອງການກະຊວງ ແລະ ທ່ານ ສັນຕິສຸກ ພູນສະຫວັດ, ເປັນຮັກສາການແທນ ຫົວໜ້າກົມຊັບສິນທາງປັນຍາ.
ໃນໂອກາດດັ່ງກ່າວ, ທ່ານ ຄໍາແພງ ໄຊສົມແພງ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງ ອຄ, ກໍໄດ້ໂອ້ລົມຕໍ່ພິທີດັ່ງກ່າວ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຕໍ່ ທ່ານ ນາງ ຂັນລາສີ ແກ້ວບຸນພັນ ທີ່ໄດ້ປະກອບສ່ວນອຸທິດເຫື່ອແຮງສະຕິປັນຍາຂອງທ່ານ ເຂົ້າໃຈພາລະກິດຂອງພັກ ແລະ ລັດ ກໍຄື ການຈັດຕັ້ງປະຕິບັດວຽກງານຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ຕະຫຼອດມາ. ພ້ອມນັ້ນ ທ່ານ ກໍໄດ້ເນັ້ນໃຫ້ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງໃໝ່ ພາຍໃຕ້ສະພາບການໃໝ່ ຫັນປ່ຽນເຂົ້າໃນການດຳລົງຊີວິດແບບໃໝ່ ແລະ ວຽກງານໃໝ່ທີ່ໄດ້ວາງຄາດໝາຍໄວ້, ຍົກສູງຄວາມເອົາໃຈໃສ່ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 5 ຂອງອົງຄະນະພັກກະຊວງ ອຄ, ແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ 5 ປີ ຄັ້ງທີ V ໃຫ້ປະກົດຜົນເປັນຈິງ.
ຂ່າວ ແລະ ພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ