ໃນວັນທີ 01 ເມສາ 2022, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ມີພິທີປະກາດການແຕ່ງຕັ້ງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າຫ້ອງການ ແລະ ຮອງຫົວໜ້າກົມ ພາຍໃນກະຊວງ ອຄ ໂດຍການເປັນປະທານຂອງ ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອຄ ຊຶ່ງມີບັນດາຮອງລັດຖະມົນຕີ ແລະ ພະນັກງານຫຼັກແຫຼ່ງພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີຄັ້ງນີ້, ທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ອຄ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ຈຳນວນ 4 ສະບັບ ຄື ເລກທີ 116/ນຍ, 117/ນຍ, 118/ນຍ, 119/ນຍ ລົງວັນທີ 23/3/2022, ຊຶ່ງຢູ່ໃນດໍາລັດດັ່ງກ່າວ ປະກອບມີການແຕ່ງຕັ້ງ ຫົວໜ້າກົມ 4 ທ່ານ ຄື: ແຕ່ງຕັ້ງ ທ່ານ ພູວຽງ ພົງສາ, ເປັນຫົວໜ້າກົມການຄ້າພາຍໃນ, ທ່ານ ຄໍາເພັດ ວົງດາລາ, ເປັນຫົວໜ້າກົມແຜນການ ແລະ ການຮ່ວມມື, ທ່ານ ສັນຕິສຸກ ພູນສະຫວັດ ເປັນຫົວໜ້າກົມຊັບສິນທາງປັນຍາ, ທ່ານ ວິທູນ ສິດທິມໍລະດາ ເປັນຫົວໜ້າຫ້ອງການກະຊວງ ອຄ. ນອກນີ້, ຍັງໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ອຄ ເລກທີ 0346/ອຄ ລົງວັນທີ 23/3/2022 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການ ແລະ ຮອງຫົວໜ້າກົມ ສັງກັດຢູ່ກະຊວງ ອຄ ຈຳນວນ 6 ທ່ານ ຄື: ແຕ່ງຕັ້ງ ທ່ານ ສົມວິໄຊ ວົງທິລາດ ເປັນຮອງຫົວໜ້າກົມສົ່ງເສີມການຄ້າ, ທ່ານ ນາງ ວົງປະດິດ ວົງສະຫວາດ ເປັນຮອງຫົວໜ້າກົມທະບຽນ ແລະ ແລະ ຄຸ້ມຄອງວິສາຫະກິດ, ທ່ານ ສົມພອນໄຊ ວົງດາລາ ເປັນຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ, ທ່ານ ພວງມາລາ ຈຸມພະຈັນ ເປັນຮອງຫົວໜ້າກົມມາດຕະຖານ ແລະວັດແທກ, ທ່ານ ກຽງຄຳ ຣາຊະຈັກ ເປັນຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ທ່ານ ນາງ ຄຳເພັດ ພຸນສຸກ ເປັນຮອງຫົວໜ້າຫ້ອງການ ກະຊວງ ອຄ.
ໃນໂອກາດນີ້ ທ່ານ ລັດຖະມົນຕີກະຊວງ ອຄ ໄດ້ໃຫ້ກຽດມີຄໍາເຫັນຕໍ່ພິທີດັ່ງກ່າວວ່າ: ພິທີໃນມື້ນີ້, ມີຄວາມໝາຍ ແລະ ຄວາມສຳຄັນ ເນື່ອງຈາກການແຕ່ງຕັ້ງ, ສັບຊ້ອນ, ຍົກຍ້າຍປ່ຽນແທນຂອງພະນັກງານ-ລັດຖະກອນ ເປັນວຽກງານປົກກະຕິຂອງການຈັດຕັ້ງໃນທົ່ວລະບົບການເມືອງຂອງພັກ ແລະ ລັດ, ເປັນການຈັດຕັ້ງປະຕິບັດຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ແລະ ບັນດາມະຕິ, ຄໍາສັ່ງຕ່າງໆຂອງວຽກງານພະນັກງານ-ລັດຖະກອນ. ອີກດ້ານໜຶ່ງ, ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງໃໝ່ ລ້ວນແຕ່ງແມ່ນພະນັກງານຫຼັກແຫຼ່ງທີ່ໄດ້ຜ່ານຂະບວນການເຕີບໃຫຍ່ຂະຫຍາຍຕົວ ໃນວຽກງານຂອງຂະແໜງ ອຄ, ເປັນຜູ້ທີ່ມີຄວາມພົ້ນເດັ່ນ, ມີຄວາມຮູ້ຄວາມສາມາດທີ່ເຂັ້ມແຂງ, ຜ່ານການຝຶກຜົນຫຼໍ່ຫຼອມຈາກວຽກອັນໜັກໜ່ວງ ປະກອບ ສ່ວນທັງແຮງກາຍ ແລະ ສະຕິປັນຍາເຂົ້າໃນໜ້າທີ່ການເມືອງທີ່ຕົນຮັບຜິດຊອບ ຕາມພາລະບົດບາດທີ່ການຈັດຕັ້ງມອບໝາຍໃຫ້ຢ່າງມີຜົນສຳເລັດ ແລະ ຄົບເງື່ອນໄຂມາດຖານການໄດ້ຮັບຕຳແໜ່ງ ທີ່ໄດ້ປະກາດໃນພິທີຄັ້ງນີ້. ພ້ອມນີ້, ທ່ານລັດຖະມົນຕີກະຊວງ ອຄ ຍັງໄດ້ຮຽກຮ້ອງໃຫ້ຄະນະນຳກະຊວງ, ຄະນະກົມ, ຫົວໜ້າຫ້ອງການກະຊວງ, ສະຖາບັນ ຕະຫຼອດເຖິງພະນັກງານໃນທົ່ວກະຊວງ ຈົ່ງຍົກສູງຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ໂດຍສະເພາະການຜັນຂະຫຍາຍມະຕິ XI ຂອງພັກ, ການຈັດຕັ້ງປະຕິບັດວາລະແຫ່ງຊາດທີ່ຕິດພັນກັບວຽກງານຂະແໜງ ອຄ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 5 ຂອງອົງຄະນະພັກກະຊວງ ອຄ, ແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ 5 ປີ ຄັ້ງທີ V ໃຫ້ປະກົດຜົນເປັນຈິງ.
ຂ່າວ ແລະ ພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ