ໃນວັນທີ 19 ເມສາ 2022 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ກົມຊັບສິນທາງປັນຍາ ໄດ້ເປີດຝຶກອົບຮົມຂັ້ນພື້ນຖານກ່ຽວກັບຊັບສິນທາງປັນຍາ ສຳລັບພາກລັດ ແລະ ພາກທຸລະກິດ ໃນຂະແໜງຫັດຖະກຳ ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ໄມໂຄ ຮອນນິ້ງ, ຜູ້ຕາງໜ້າອົງການພັດທະນາສະຫະລັດອາເມລິກາ ປະຈຳ ສປປ ລາວ, ມີ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ຜູ້ປະກອບການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການຈັດກອງປະຊຸມຝຶກອົບຮົມຂັ້ນພື້ນຖານ ກ່ຽວກັບຊັບສິນທາງປັນຍາ ສຳລັບພາກລັດ ແລະ ພາກທຸລະກິດ ໃນຂະແໜງຫັດຖະກຳຄັ້ງນີ້ ມີຈຸດປະສົງເພື່ອແລກປ່ຽນບົດຮຽນ ແລະ ເປັນຄວາມຮູ້ພື້ນຖານກ່ຽວກັບຊັບສິນທາງປັນຍາ ໃຫ້ແກ່ນັກທຸລະກິດຂະແໜງຫັດຖະກຳ ແລະ ບຸກຄະລາກອນພາກລັດ ໃນການຮັບຮູ້ ແລະ ເຂົ້າໃຈເຖິງບົດບາດ, ຄວາມສຳຄັນ ແລະ ການສ້າງມູນຄ່າໃຫ້ແກ່ຜະລິດຕະພັນຫັດຖະກຳ ຜ່ານການຂຶ້ນທະບຽນຊັບສິນທາງປັນຍາ.
ທ່ານ ສັນຕິສຸກ ພູນສະຫວັດ ກ່າວວ່າ: ການສຳມະນາໃຫ້ຄວາມຮູ້ພື້ນຖານກ່ຽວກັບວຽກງານຊັບສິນທາງປັນຍາຄັ້ງນີ້ ແມ່ນເນັ້ນໃສ່ຂະແໜງຫັດຖະກຳ ເຊິ່ງຫຼາຍທ່ານຊາບດີແລ້ວວ່າ ການພັດທະນາອຸດສາຫະກຳ ແລະ ຫັດຖະກຳ ຢູ່ ສປປ ລາວ ແມ່ນມີທ່າຂະຫຍາຍຕົວເທື່ອລະກ້າວ, ໃນປີ 2020 ທົ່ວປະເທດມີໂຮງງານອຸດສາຫະກຳ ແລະ ຫັດຖະກຳທັງໝົດເກືອບ 28.000 ແຫ່ງ (27.997) ໃນຈຳນວນດັ່ງກ່າວຢູ່ແຂວງຫຼວງພະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ ແມ່ນມີຈຳນວນຫຼາຍກວ່າໝູ່ຕາມລຳດັບ ແລະ ມູນຄ່າຂອງລາຍການຜະລິດຕະພັນ 50 ລາຍການ ກໍມີຈຳນວນເພີ່ມຂຶ້ນໃນໄລຍະຜ່ານມາ. ເພື່ອເຮັດໃຫ້ມູນຄ່າສາມາດເພີ່ມຂຶ້ນ ແລະ ໄດ້ຮັບການປົກປ້ອງສິນຄ້າດັ່ງກ່າວນັ້ນ ການນຳໃຊ້ເຄື່ອງມືທີ່ຖືກຕ້ອງ ເພື່ອຂັບເຄື່ອນທຸລະກິດນັ້ນ ຈຶ່ງເປັນບັນຫາທີ່ສຳຄັນທີ່ຕ້ອງໄດ້ຮັບຄວາມຮັບເອົາໃຈໃສ່ເປັນຢ່າງຍິ່ງ ໂດຍສະເພາະແມ່ນການປົກປ້ອງວຽກງານຊັບສິນທາງປັນຍາ.
ທ່ານ ໄມໂຄ ຮອນນິ້ງ ກ່າວວ່າ: ຂ້າພະເຈົ້າຊື່ນຊົມຄວາມສວຍງາມ ແລະ ຄວາມສຳຄັນຂອງຂະແໜງຫັດຖະກຳຕໍ່ກັບເສດຖະກິດ, ວັດທະນາທຳຂອງ ສປປ ລາວ ແລະ ຂະແໜງການຫັດຖະກຳ ກໍຖືເປັນຂະແໜງການຫຼັກໃນເສດຖະກິດຂອງ ສປປ ລາວ ທີ່ກຳນົດໄວໃນແຜນພັດທະນາເສດຖະກິດ-ສັງຄົມ, ເປັນອົງປະກອບທີ່ສຳຄັນໃນການພັດທະນາເສດຖະກິດຂອງລາວໃນໄລຍະຍາວ. ຫັດຖະກຳຂອງລາວ ຖືເປັນແຫຼ່ງລາຍຮັບໃຫ້ກັບແມ່ຍິງ, ຄອບຄົວທີ່ຢູ່ຊົນນະບົດ ເຊິ່ງຂະແໜງດັ່ງກ່າວນີ້ເຈົ້າຂອງທຸລະກິດຈະເປັນເພດຍິງ ແລະ ພວກເຂົາພົບສິ່ງທ້າທາຍຢ່າງຫຼວງຫຼາຍໃນການຮັບປະກັນວ່າ ເຂົາຈະສາມາດມີການເຄື່ອນໄຫວໃນເສດຖະກິດໄດ້, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ ສ່ວນໃຫຍ່ຍັງຂາດຄວາມສາມາດໃນການແຂ່ງຂັນ, ສົ່ງຜົນກະທົບຕໍ່ການອອກແບບຜະລິດຕະພັນຫັດຖະກຳ, ໄດ້ຮັບຜົນກະທົບຈາກການຮຽນແບບ, ກະທົບຕໍ່ການຂາຍຜະລິດຕະພັນຫັດຖະກຳຂອງແທ້ທີ່ລາວມີ. ສະນັ້ນ, ຂະແໜງການນີ້ ຢູ່ວຽກງານຊັບສິນທາງປັນຍາມີຄວາມສຳຄັນທີ່ສຸດ.
ນອກຈາກນີ້, ໃນກອງປະຊຸມຝືກອົບຮົມຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການສະເໜີໃນຫົວຂໍ້: ຊັບສິນທາງປັນຍາ ກັບ ການພັດທະນາອຸດສາຫະກຳ ແລະ ຫັດຖະກຳ, ຊັບສິນທາງປັນຍາຊ່ວຍຫຍັງໄດ້, ເລື່ອງເຄື່ອງໝາຍການຄ້າ. ພ້ອມທັງໄດ້ຮັບຟັງການສົນທະນາຈາກນັກວິທະຍາກອນ, ວິຊາການໃນຫົວຂໍ້: ບົດບາດຊັບສິນທາງປັນຍາຕໍ່ການດຳເນີນທຸລະກິດໃນຂະແໜງການຫັດຖະກຳໃນ ສປປ ລາວ, ບົດຮຽນການນຳໃຊ້, ຄຸນປະໂຫຍດ ແລະ ການສ້າງມູນຄ່າຈາກການຈົດທະບຽນຊັບສິນທາງປັນຍາ ແລະ ບັນຫາອື່ນໆທີ່ຕິດພັນກັບວຽກຊັບສິນທາງປັນຍາ ແລະ ຕອນທ້າຍມີການຖາມ-ຕອບ ເພື່ອແລກປ່ຽນຄວາມຮູ້ກ່ຽວກັບວຽກງານຊັບສິນທາງປັນຍາໃຫ້ເລິກເຊິ່ງຂຶ້ນຕື່ມ.
ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ