DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ການລະເມີດຊັບສິນທາງປັນຍາ ສາມາດເປັນຄະດີອາຍາໄດ້!

ທ່ານ ນ. ວຽງທອງ ເທບພະສຸບັນ, ວິຊາການ ພະແນກແກ້ໄຂຂໍ້ຂັດແຍ່ງ ຊັບສິນທາງປັນຍາ, ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ຫຼາຍທ່ານອາດຈະຮັບຮູ້ແລ້ວວ່າ ຊັບສິນທາງປັນຍາ ແມ່ນຜົນງານທີ່ໄດ້ມາຈາກສະຕິປັນຍາ ຫຼື ຫົວຄິດປະດິດສ້າງຂອງມະນຸດທີ່ປະດິດຄິດຄົ້ນ ຫຼື ຄິດແຕ່ງຂຶ້ນມາ ຊຶ່ງລວມທັງ ການປະດິດສ້າງ, ສິ່ງປະດິດສ້າງ, ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ຜົນງານທາງດ້ານວັນນະກຳ ແລະ ສິລະປະກໍາ. ການປົກປ້ອງຊັບສິນທາງປັນຍາພາຍໃຕ້ກົດໝາຍວ່າດ້ວຍ ຊັບສິນທາງປັນຍາ ເປັນການໃຫ້ເອກະສິດແກ່ເຈົ້າຂອງ ເພື່ອສົ່ງເສີມຫົວຄິດປະດິດສ້າງໃຫ້ກາຍເປັນຊັບສິນທີ່ບໍ່ສາມາດຈັບຕ້ອງໄດ້ (intangible assets) ຊຶ່ງມີມູນຄ່າທາງດ້ານເສດຖະກິດໃຫ້ແກ່ຜູ້ປະດິດສ້າງ ແລະ ຜູ້ຄິດແຕ່ງທີ່ເປັນເຈົ້າຂອງແທ້ຈິງ.

ຊັບສິນທາງປັນຍາ ໃນກົດໝາຍຊັບສິນທາງປັນຍາ ແບ່ງອອກເປັນ 03 ຂົງເຂດໃຫຍ່ຄື: ຊັບສິນອຸດສາຫະກຳ (Industrial Property), ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ພັນພືດໃໝ່. ໃນນີ້, ຊັບສິນອຸດສາຫະກໍາປະກອບມີ: ສິດທິບັດ (Patent), ອະນຸສິດທິບັດ (Pretty Patent), ແບບອຸດສາຫະກຳ (Industrial Design), ເຄື່ອງໝາຍການຄ້າ (Trademark) ແລະ ຊື່ການຄ້າ (Trade Name),​ ແບບຜັງວົງຈອນລວມ (Layout Design of integrated Circuit), ຖິ່ນກຳເນີດ  (Geographical Indication), ຄວາມລັບທາງການຄ້າ (Trade Secrets). ສໍາລັບ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ  (Copyright and related Rights) ປະກອບມີຜົນງານທາງດ້ານສິລະປະກໍາ ເຊັ່ນ ວັນນະກໍາ, ຮູບປັ້ນ, ຮູບແຕ້ມ, ທໍານອງເພງ, ການສະແດງ ແລະ ອື່ນໆ.    ສໍາລັບພັນພືດໃໝ່ (New Plant Variety) ແມ່ນພັນພືດທີ່ຍັງບໍ່ທັນຮູ້ຈັກກັນທົ່ວໄປ ຊຶ່ງເປັນກຸ່ມຂອງພືດທີ່​ມີລັກສະນະທາງພຶກສາຊາດ​ຢ່າງດຽວກັນ ແລະ ສາມາດກຳນົດຄຸນລັກສະນະຕ່າງໆທີ່ເປັນຜົນມາຈາກປະເພດພັນທຸກຳໃດໜຶ່ງ ຫຼື ຫຼາຍປະເພດພັນທຸກຳຮ່ວມກັນ ໂດຍມີຄວາມໃໝ່ ແລະ ຄວາມແຕກຕ່າງ​ຈາກ​ກຸ່ມ​ອື່ນ​ໃນ​ພືດ​ຊະນິດ​ດຽວກັນຢ່າງໜ້ອຍໜຶ່ງຄຸນລັກສະນະ, ມີຄວາມສະໝ່ຳສະເໝີ ແລະ ມີຄວາມຄົງ​ຕົວໃນເວລາ​ນຳໄປ​ຂະຫຍາຍ​ພັນ​.

ການລະເມີດຊັບສິນທາງປັນຍາ ຫຼື ຊັບສິນອຸດສາຫະກໍາ (ມາດຕາ 121) ແມ່ນການນໍາໃຊ້ ຫຼື ການສະແຫວງຫາຜົນປະໂຫຍດຈາກຊັບສິນທາງປັນຍາ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງ, ລວມທັງ ການປອມແປງ ຫຼື ຮຽນແບບ ເພື່ອເຮັດໃຫ້ເກີດຄວາມເຂົ້າໃຈຜິດ ຫຼື ກໍ່ໃຫ້ເກີດຄວາມສັບສົນແກ່ຜູ້ຊົມໃຊ້ ເຊັ່ນ ການປອມແປງເຄື່ອງໝາຍການຄ້າ (ມາດຕາ 125). ພ້ອມນັ້ນ, ການສ້າງ, ການຂາຍ, ການສະເໜີຂາຍ, ການໂຄສະນາ, ການຕະຫຼາດ, ການສົ່ງອອກ ຫຼື ການນຳເຂົ້າ ສິນຄ້າທີ່ປອມແປງເຄື່ອງໝາຍການຄ້າຖືວ່າເປັນການລະເມີດກົດໝາຍສະບັບນີ້. ສໍາລັບຂົງເຂດລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ການລະເມີດ ໝາຍເຖິງການນໍາໃຊ້ ຫຼື ການດັດແປງຜົນງານຂອງຜູ້ອື່ນທີ່ບໍ່ໄດ້ຮັບອະນຸຍາດ.

ການລະເມີດຊັບສິນທາງປັນຍາ ສາມາດເປັນການກະທໍາຜິດທາງອາຍາ ຫຼື ທາງແພ່ງໄດ້ ອີງຕາມປະມວນກົດໝາຍອາຍາ ມາດຕາ 246 ໂດຍກໍານົດວ່າ ບຸກຄົນໃດຫາກໄດ້ລະເມີດສິດຕໍ່ຊັບສິນທາງປັນຍາ, ປອມແປງ, ຕົວະຍົວະ, ຫຼອກລວງ, ແຂ່ງຂັນທີ່ບໍ່ເປັນທຳກ່ຽວກັບຊັບສິນທາງປັນຍາ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນ ຈະຖືກລົງໂທດຕັດອິດສາລະພາບແຕ່ 01 ປີ ຫາ 03 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສາລະພາບ ແລະ ຈະຖຶກປັບໄໝແຕ່ 5.000.000 ກີບ ຫາ 20.000.000 ກີບ.

  1. ຜົນຮ້າຍຂອງການນຳໃຊ້ສິນຄ້າປອມແປງ
  • ສ້າງຜົນຮ້າຍແຮງຕໍ່ສຸຂະພາບຂອງຜູ້ບໍລະໂພກ ອາດເຮັດໃຫ້ເສຍຊີວິດ, ເປັນມະເລັງ, ສຸຂະພາບອ່ອນເພຍ, ທຳລາຍຈຸລັງປະສາດ ແລະ ສະໝອງ ແລະ ອື່ນໆ;
  • ສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງເຈົ້າຂອງສິດ ຫຼື ຜູ້ປະດິດສ້າງ ຫຼື ຜູ້ປະດິດແຕ່ງ;
  • ສ້າງຄວາມເສຍຫາຍຕໍ່ເສດຖະກິດຂອງຊາດ;
  • ສົ່ງເສີມຜູ້ກະທຳຜິດໃນການລະເມີດຊັບສິນທາງປັນຍາ.
  1. ມາດຕະການໃນການບັງຄັບໃຊ້ກົດໝາຍຊັບສິນທາງປັນຍາຕໍ່ຜູ້ລະເມີດ

–   ການສະກັດກັ້ນການນຳເຂົ້້າ-ສົ່ງອອກ ສິນຄ້າປອມແປງ ( ທາງບົກ, ທາງນໍ້າ, ທາງອາກາດ) ;

–   ການສະກັດກັ້ນການຜະລິດ ແລະ ຈຳໜ່າຍ;

–   ການຢຶດ-ອາຍັດສິນຄ້າປອມແປງ;

–   ການຈັບຕົວຜູ້ກະທຳຜິດ ແລະ ຂະບວນການປອມແປງທັງໝົດ;

–   ການກ່າວເຕືອນ (ລະດັບເບົາບາງ) ;

–   ການການປັບໄໝ ( ລະດັບເບົາບາງ ແລະ ຮ້າຍແຮງ) ;

–   ການລົງໂທດ (ລະດັບຮ້າຍແຮງ ແລະ ບໍ່ເຂັດຫຼາບ) ;

–   ການທຳລາຍສິນຄ້າປອມແປງ.

ຂ່າວ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ

ຂໍ້ມູນຈາກ: ພະແນກແກ້ໄຂຂໍ້ຂັດແຍ່ງ ຊັບສິນທາງປັນຍາ