DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ກຊປ ລົງສົ່ງເສີມ ຜະລິດຕະພັນ ທີ່ມີທ່າແຮງ ເປັນສິນຄ້າຖິ່ນກຳເນີດ ຢູ່ແຂວງເຊກອງ

ໃນລະຫວ່າງວັນທີ 6-10 ກັນຍາ 2021, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ລົງຊູ້ຍຸກ ແລະ ສົ່ງເສີມຜະລິດຕະພັນທີ່ມີທ່າແຮງ ໃຫ້ເປັນສິນຄ້າຖິ່ນກຳເນີດ, ທີ່ແຂວງເຊກອງ, ຊຶ່ງນຳໂດຍ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ ພ້ອມດ້ວຍຄະນະ, ມີຕາງໜ້າຈາກກົມສົ່ງເສີມການຄ້າ ອຄ ແລະ ຕາງໜ້າຈາກກະຊວງພາຍໃນ ໂດຍການສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ.

ຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ກໍແມ່ນເພື່ອຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງວຽກງານຊັບສິນທາງປັນຍາ ໃຫ້ຂະແໜງການທ້ອງຖິ່ນ ແລະ ຜູ້ປະກອບການ ໃນການນຳໃຊ້ຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດໂສມເມືອງດາກຈຶງ, ແຂວງເຊກອງ ເພື່ອຈົດທະບຽນຖິ່ນກຳເນີດ ຊຶ່ງເປັນໂຄງການລົງທຶນຂອງລັດຖະບານ ເພື່ອກະກຽມຄວາມພ້ອມການຈົດທະບຽນຖິ່ນກຳເນີດ ໂສມ ເມືອງດາກຈຶງໃຫ້ສຳເລັດ.

ພ້ອມດຽວກັນນັ້ນ, ຄະນະດັ່ງກ່າວ ກໍໄດ້ລົງເກັບກຳຂໍ້ມູນເບື້ອງຕົ້ນ ໂດຍສົມທົບກັບ ເມືອງດາກຈຶງ, ລົງຕິດຕາມຕົວຈິງໃນກຸ່ມບ້ານເປົ້າໝາຍ ທີ່ທຳການຜະລິດໂສມເຫັນໄດ້ວ່າ ໂສມດັ່ງກ່າວ ແມ່ນມີຊື່ສຽງໃນເມືອງດາກຈຶງ ແລະ ຍັງສາມາດແປຮູບເປັນຫຼາຍສິນຄ້າ ດ້ວຍພູມປັນຍາທ້ອງຖິ່ນ ພ້ອມທັງເປັນສິນຄ້າທີ່ມີທ່າແຮງໃນການຈົດທະບຽນເປັນສິນຄ້າຖິ່ນເກີດໄດ້.

ທ່ານ ໄລສວນ ມິດສຸວັນ, ເລຂາພັກເມືອງ, ເຈົ້າເມືອງ ເມືອງດາກຈຶງ, ຍັງໃຫ້ຮູ້ວ່າ: ໂສມດັ່ງກ່າວ ແມ່ນມີມາແຕ່ດົນນານ ທີ່ຕິດພັນກັບຮຸ່ນປູ່ຍ່າ ໃນທ້ອງຖິ່ນເອີ່້ນກັນວ່າ “ບວມຢວຍ” ຊຶ່ງທາງເມືອງເອງກໍໄດ້ໃຫ້ການຊຸກຍູ້ສົ່ງເສີມປະຊາຊົນ ທຳການຜະລິດໂສມ ພ້ອມກັບຢືນຢັນ ຈະໃຫ້ການສະໜັບສະໜູນຊ່ວຍເຫຼືອຢ່າງເຕັມທີ່ ແລະ ຈະເຮັດໃຫ້ໂສມເມືອງດາກຈຶງ ສາມາດຈົດທະບຽນເປັນສິນຄ້າຖິ່ນກຳເນີດໃຫ້ໄດ້”.

ແຫຼ່ງຂໍ້ມູນ: ກົມຊັບສິນທາງປັນຍາ