ໃນລະຫວ່າງວັນທີ 13-14 ມີນາ 2019 ຜ່ານມານີ້, ກົມຊັບສິນທາງປັນຍາ,ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຮ່ວມກັບພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ຜົ້ງສາລີໄດ້ເປີດກອງປະຊຸມສ້າງຄວາມເຂັ້ມແຂງ ໃຫ້ຂະແໜງການ ແລະ ຜູ້ຜະລິດ, ຜູ້ປະກອບການຂັ້ນ ສູນກາງ ແລະ ທ້ອງຖິ່ນກ່ຽວກັບການພັດທະນາຖິ່ນກຳເນີດ ຊາ ຜົ້ງສາລີຂຶ້ນຢ່າງເປັນທາງການທີ່ຫ້ອງປະຊຸມໂຮງແຮມພູຟ້າຜົ້ງສາລີ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ຄຳຜອຍ ວັນນະສານ, ຄະນະປະຈຳພັກ ແຂວງ, ຮອງເຈົ້າແຂວງຜົ້ງສາລີ, ຜູ້ຊີ້ນຳວຽກງານຂົງເຂດ ເສດຖະກິດ ຂັ້ນແຂວງ, ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ຊຶ່ງມີທ່ານ ທອງເລົາ ວົງອີນຄຳ, ຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ມີບັນດາ ທ່ານຄະນະພະແນກ, ຜູ້ຕ່າງໜ້າຈາກ ກະຊວງພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງ ກະສິກຳ ແລະ ປາໄມ້, ຄະນະຮັບຜິດຊອບຈົດທະບຽນຖິ່ນກຳເນີດ ຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ, ພະແນກພາຍໃນແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ນອກນັ້ນ, ຍັງມີ ທ່ານ ສະເຕຟານປາດ ເຊີຣີ ຫົວໜ້າທິມ ທີ່ປືກສາ, ມີຜູ້ຕາງໜ້າຈາກໂຄງການ COPE2 (ຄ໋ອບ), ໂຄງການ Bio Trade (ໄບໂອເທຣດ), ບັນດາທ່ານຜູ້ຜະລິດ, ຜູ້ປະກອບການທົ່ວແຂວງ ຜົ້ງສາລີ ແລະ ພະນັກງານກ່ຽວຂ້ອງພາຍໃນພະແນກເຂົ້າຮ່ວມທັງໝົດ 50 ກວ່າທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອໃຫ້ບັນດານັກທຸລະກິດແລະຜູ້ປະກອບການຂະໜາດນ້ອຍ, ຂະໜາດກາງ ໃນທົ່ວແຂວງມີຄວາມເຂົ້າໃຈແຈ້ງເປັນ ຕົ້ນແມ່ນ: ລະບົບຖິ່ນກຳເນີດໃນສປປລາວແລະຂັ້ນຕອນການຈົດທະບຽນ, ອົງປະກອບທີ່ສຳຄັນຂອງຖິ່ນກຳເນິດແລະໂຄງການສົ່ງເສີມຖິ່ນກຳເນີດຮ່ວມມືກັບ ADB, ການພັດທະນາແລະລະບົບການຄ້າຂາຍຊາຜົ້ງສາລີ, ຄວາມສຳຄັນຂອງຖິ່ນກຳເນີດ.
ໃນໂອກາດກ່າວເປີດກອງປະຊຸມໃນຄັ້ງນີ້, ທ່ານ ຄຳຜອຍ ວັນນະສານ ໄດ້ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍ, ຄວາມສຳຄັນເປັນຢ່າງຍິ່ງໃນຄັ້ງປະຫວັດສາດຂອງແຂວງພວກເຮົາ ເພື່ອກ້າວໄປເຖິງການກໍ່ສ້າງສະມາຄົມຊາ ຊຶ່ງເປັນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຜົ້ງສາລີ ທີ່ໄດ້ກຳນົດໄວ້ໃນ ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ.
ພ້ອມກັນນີ້, ຍັງໄດ້ວາງແຜນຈົດທະບຽນຖິ່ນກຳເນີດຊາ ໃນການຈັດຕັ້ງປະຕິບັດກິດຈະກຳຕົວຈິງກ່ຽວກັບການຜະລິດ, ການປູກເພື່ອໃຫ້ການຜະລິດຕະພັນ ເປັນສິນຄ້າ, ເພື່ອກ່າວໄປເຖິງການຜະລິດເປັນກຸ່ມ, ເປັນສະມາຄົມໂດຍມີລະບຽບການຈັດຕັ້ງ, ພາລະບົດບາດ, ຂອບເຂດ ແລະ ໜ້າທີ່ໃນການເຄື່ອນໄຫວນີ້ຢ່າງຖືກຕ້ອງ ທີ່ຕິດພັນກັບການແບ່ງເຂດການຜະລິດ ກ້າວໄປເຖິງການເຮັດສັນຍາສອງສົ້ນ ກ່ຽວກັບ ການຕະຫຼາດ ຢ່າງເປັນລະບົບ ແລະ ເປັນເສນາທິການໃຫ້ແກ່ບັນດາຂະແໜງການ ແລະ ການນຳພັກ-ລັດຂັ້ນແຂວງ.
ໃນກອງປະຊຸມດັ່ງກ່າວ, ບັນດານັກທຸລະກິດແລະຜູ້ປະກອບການ ຍັງໄດ້ໃຫ້ຄວາມສົນໃຈ ແລະ ປະກອບຄວາມຄິດເຫັນກ່ຽວກັບການຂັດເລືອກຊາຕົວແບບ ຈາກແຂວງຜົ້ງສາລີ ທີ່ຈະຈົດທະບຽນຖິ່ນກຳເນີດ ແລະ ເກັບກຳລາຍຊື່ທີ່ສະໝັກໃຈເຂົ້າຮ່ວມໃນສະມະຄົມສົ່ງເສີມຖິ່ນກຳເນີດ ແລະ ພັດທະນາຊາ ແຂວງຜົ້ງສາລີ.
ຕອນທ້າຍຂອງກອງປະຊຸມ ຄະນະປະທານ ຍັງໄດ້ໂອ້ລົມ ແລະ ຊີ້ນຳວຽກງານວິຊາສະເພາະໃຫ້ຄະນະນຳຂອງພະແນກ, ຂະແໜງການກ່ຽວຂ້ອງພ້ອມດ້ວຍຜູ້ຜະລິດ, ຜູ້ປະກອບການຂັ້ນສູນກາງແລະທ້ອງຖິ່ນກ່ຽວກັບການພັດທະນາຖິ່ນກຳເນີດຊາຜົ້ງສາລີ ໃຫ້ມີຄວາມເອົາໃຈໃສ່ຍົກສູງສະມັດຖະພາບຊາ, ໃຫ້ພາກສ່ວນກ່ຽວຂ້ອງເພີ່ມທະວີກຳແໜ້ນໜ້າທີ່, ພາລະບົດບາດ, ຂອບເຂດສິດຂອງຕົນໃຫ້ສູງຂຶ້ນເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃຫ້ບັນລຸຜົນສຳເລັດ, ຊຸກຍູ້ໃຫ້ມີການໂຄສະນາເຜີຍແຜ່ວຽກງານໃຫ້ກ້ວາງຂວາງທົ່ວສັງຄົມເພື່ອໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຈະແຈ້ງຕໍ່ກັບວຽກງານດັ່ງກ່າວ ເພື່ອການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຜົ້ງສາລີ ໃຫ້ມີທ່າກ້າວຂະຫຍາຍຕົວຂຶ້ນເລື້ອຍໆ.
ແຫຼ່ງຂໍ້ມູນ: ນາງ ສຸວອນ ດວງພະຈັນ