ໃນວັນທີ 07 ຕຸລາ 2020, ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ຮ່ວມກັບ
ແຂວງຫົວພັນ ໄດ້ຈັດພິທີມອບໃບຢັ້ງຢືນຖິ່ນກໍາເນີດຜ້າໄໝຫົວພັນ ໃຫ້ສະມາຄົມສົ່ງເສີມຜ້າໄໝຫົວພັນ ຢ່າງເປັນ ທາງການຊຶ່ງພິທີດັ່ງກ່າວຈັດຂຶ້ນທີ່ເມືອງຊຳເໜືອ, ແຂວງຫົວພັນ ຊຶ່ງມອບໂດຍ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນ ພັນ, ຫົວໜ້າກົມຊັບສິນທາງປັນຍາ, ກວຕ ແລະ ຮັບໂດຍທ່ານ ນາງ ແພງ ຈັນທະຈິດ, ປະທານສະມາຄົມ ສົ່ງເສີມ ຜ້າໄໝຫົວພັນໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ. ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີ ກວຕ, ນາງ ແພງ ກັນຍາພິມ, ຮອງເຈົ້າແຂວງໆ ຫົວພັນ, ທ່ານ ບຸນຕີ ທະມິດ, ອະດິດຮອງລັດຖະມົນຕີ ກວຕ, ມີທ່ານຫົວໜ້າ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫົວພັນ, , ສະມາຊິກສະມາຄົມສົ່ງເສີມຜ້າໄໝຫົວພັນ, ບັນດາ ຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ທ່ານ ນາງ ແພງ ກັນຍາພິມ ໄດ້ກ່າວໃນພິທີວ່າ: ແຂວງຫົວພັນ ເປັນແຂວງທີ່ອຸດົມສົມ ບູນໄປດ້ວຍຊັບພະຍາກອນທຳມະຊາດ, ມີເອກະລັກ ທາງດ້ານວັດທະນະທໍາ ແລະ ມີປະຫວັດສາດຄວາມເປັນມາ ແຕ່ດຶກດຳບັນ, ມີບົດບາດຕໍ່ຂະບວນປະຕິວັດປົດປ່ອຍປະເທດຊາດ. ຊຶ່ງການປູກມອນ-ລ້ຽງມ້ອນ-ສາວໄໝ ແລະ ການຕ່ຳຫູກຢູ່ແຂວງຫົວພັນກໍໄດ້ມີມູນເຊື້ອສືບທອດກັນ ມາແຕ່ບູຮານນະການຜ່ານຫຼາຍເຊັ່ນຄົນ ໂດຍໄດ້ມີການພັດທະນາ, ປະດິດຄິດສ້າງລວດລາຍອັນປານີດ, ເປັນເອກະລັກໂດດເດັ່ນມາແຕ່ດຶກດຳບັນ, ຜ້າໄໝຫົວພັນມີຄຸນນະ ພາບພິເສດຍ້ອນຄວາມອ່ອນ, ນຸ້ມ, ໜາແໜ້ນ ແລະ ເງົາງາມ ຍ້ອນນໍາໃຊ້ໃບມອນ ແລະ ໂຕມ້ອນພັນ ພື້ນເມືອງທີ່ຜ່ານການປູກ, ການລ້ຽງ, ການສາວໄໝ, ຍ້ອມສີ ທຳມະຊາດ ແລະ ການຕໍ່າຜ້າໄໝ ທີ່ນຳໃຊ້ກໍາມະວິທີ, ພູມປັນຍາທ້ອງຖິ່ນແບບດັ້ງເດີມ ຊຶ່ງໄດ້ມີການຂະຫຍາຍຕົວເປັນລຳດັບຈາກການຜະລິດຮັບໃຊ້ແບບຄອບຄົວ ມາຜະລິດເປັນສິນຄ້າ ແລະ ນຳໄປວາງສະແດງທັງພາຍໃນ ແລະ ຕ່າງປະເທດ ຊຶ່ງເຄີຍໄດ້ຮັບລາງວັນຊະນະເລີດ ຫຼາຍລະດັບທັງພາຍໃນ ແລະ ຕ່າງປະເທດ ຈຶ່ງເຮັດໃຫ້ຜະລິດຕະພັນຜ້າໄໝຫົວພັນ ມີຊື່ສຽງໂດ່ງດັງ ແລະ ເປັນທີ່ຮູ້ຈັກຂອງສັງຄົມທັງພາຍໃນ ແລະ ຕ່າງປະເທດສາມາດສ້າງລາຍຮັບ ແລະແກ້ໄຂຄວາມທຸກຍາກ ໃຫ້ປະຊາຊົນບັນດາເຜົ່າໃນທົ່ວແຂວງຫົວພັນ.
ຍ້ອນແນວນັ້ນ, ຈຶ່ງໄດ້ກໍານົດເອົາຜ້າໄໝຫົວພັນ ຈຳນວນ 19 ລາຍການຄື: ແພຕໍ່າດ້ານ, ແພຍົກດອກ, ແພເກັດ, ຜ້າຂັນເຊີງ, ຜ້າບ່ຽງ, ຜ້າຕູ້ມ, ຜ້າພັນຄໍ, ຜ້າປູ ໂຕະ, ຜ້າຫ້ອຍຝາ, ຜ້າຮອງຈານ, ຜ້າປົກບ່ອນ, ສົບໝອນ, ຜ້າ ແຂບເສື້ອ, ແຂບຖົງ, ແຂບກະເປົາ, ແຂບຖົງພາຍ ແຂບເສື້ອ, ສິ້ນຕິນສູງ, ສິ້ນຕິນກາງ, ສິ້ນຕິນນ້ອຍ, ສິ້ນ ໝີ່, ສິ້ນສອງດູກ, ສິ້ນຕໍ່ຫົວ, ສິ້ນຕໍ່ຕີນ, ສິ້ນມຸກເພື່ອປົກປ້ອງເປັນຖິ່ນກໍາເນີດ ແນໃສ່ຊຸກຍູ້ສົ່ງເສີມ ຫົວຄິດປະດິດສ້າງທີ່ເປັນພູມປັນຍາທ້ອງຖິ່ນແບບດັ້ງເດີມ ທີ່ມືຊື່ສຽງ ແລ້ວນັ້ນໃຫ້ໄດ້ຮັບການປົກປ້ອງເປັນຊັບສິນທາງປັນຍາ ຂອງຄົນທ້ອງ ຖິ່ນແຂວງຫົວພັນ ຊຶ່ງຈະສາມາດນໍາໄປໂຄສະນາເອກອ້າງເອກະລັກສະເພາະຂອງຜ້າໄໝຫົວພັນ ໃຫ້ ເປັນທີ່ຮັບຮູ້ຢ່າງ ກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ ແນໃສ່ສ້າງມູນຄ່າເພີ່ມໃຫ້ຜ້າໄໝຫົວພັນເທື່ອລະກ້າວ.
ສະນັ້ນ, ຈຶ່ງສະເໜີ ໃຫ້ສະມາຄົມສົ່ງເສີມຜ້າໄໝຫົວພັນ ຈົ່ງພ້ອມກັນຮັກສາມູນເຊື້ອອັນດີງາມນີ້ໄວ້, ພ້ອມທັງຮ່ວມແຮງຮ່ວມໃຈກັນປົກປ້ອງ ພູມປັນຍາ ທີ່ໄດ້ ຮັບການຖ່າຍທອດມາແຕ່ປູ່ຍາຕາຍາຍໃຫ້ຄຽງຄູ່ກັບຊາວແຂວງຫົວພັນ ກໍ່ຄື ຊາວລາວຕະຫຼອດໄປ. ພ້ອມ ກັນນັ້ນກໍ່ໃຫ້ຂະຫຍາຍສະມາຊິກໄປແຕ່ລະເມືອງໃຫ້ທົ່ວເຖິງ ເອົາໃຈໃສ່ບໍລິຫານສະມາຄົມໃຫ້ມີຄວາມເຂັ້ມແຂງ, ໝັນຄົງ ແລະ ຍືນຍົງຕະຫຼອດໄປ.
ພ້ອມດຽວກັນ, ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຍັງໄດ້ໃຫ້ຮູ້ເຖິງຄວາມສຳຄັນໃນການ ຈົດທະບຽນປົກປ້ອງຖິ່ນກໍາເນິດ ກໍແມ່ນເພື່ອປົກປ້ອງຊື່ສຽງຂອງ ຜະລິດຕະພັນດັ່ງກ່າວທັງເປັນການປົກປ້ອງພູມປັນຍາທ້ອງ ຖິ່ນແບບດັ້ງເດີມທີ່ເປັນມໍລະດົກສືບທອດມາຈາກບັນພະບູລຸດໄດ້ຫຼາຍເຊັ່ນຄົນ.
ຊຶ່ງການຈົດທະບຽນຖິ່ນກໍາເນີດຄັ້ງນີ້, ເປັນການຊ່ວຍໃຫ້ມີການຮັກສາຄຸນນະພາບທີ່ເປັນເອກະລັກຂອງຜ້າໄໝຫົວພັນໄວ້ເນື່ອງຈາກວ່າຫຼັງຈາກການຈົດທະ ບຽນຈະມີການກວດກາທຸກຂັ້ນຕອນການຜະລິດ ໂດຍສະມາຄົມສົ່ງເສີມຜ້າໄໝຫົວພັນ ຢ່າງເປັນລະບົບຄົບຊຸດ ພ້ອມທັງມີການຢັ້ງຢືນຄວາມຖືກຕ້ອງຕາມເອກະສານຄຸນ ລັກສະນະສະເພາະຂອງຜ້າໄໝຫົວພັນ ຈາກ ໜ່ວຍງານຢັ້ງຢືນຈາກພາຍໃນປະເທດ ຫຼື ສາກົນ. ນອກຈາກນັ້ນ ການຈົດທະບຽນປົກປ້ອງຖິ່ນກໍາເນີດ ຕ້ອງຜ່ານການກວດ ກາຄວາມຖືກຕ້ອງຕາມຂັ້ນຕອນການຜະລິດ ທີ່ກໍານົດໄວ້ ພ້ອມທັງມີການຢັ້ງຢືນຈາກໜ່ວຍງານຢັ້ງຢືນ ທີ່ຜ່ານການຮັບຮອງຕາມມາດຕະຖານສາກົນ ຈຶ່ງຈະສາມາດຕິດ ກາໝາຍຖິ່ນກໍາເນີດແຫ່ງຊາດ ຜ້າໄໝຫົວພັນ ທີ່ຈະວາງຈໍາໜ່າຍໃນທ້ອງຕະຫຼາດ ຫຼື ສົ່ງອອກໄປຕ່າງປະເທດ ຊຶ່ງແມານຄຸ້ມຄອງໂດຍກົມຊັບສິນທາງປັນຍາ ກະຊວງວິທະ ຍາສາດ ແລະ ເຕັກໂນໂລຊີ.
ນອກຈາກນັ້ນ, ຍັງໄດ້ມອບໃບຮັບຮອງການແຈ້ງຂໍ້ມູນລິຂະສິດ ໃນຜົນງານດ້ານສິລະປະກຳລາຍຜ້າໄໝ ຈຳນວນ 7 ຜົນງານຄື: ລາຍເກາະແຜ່ນທີ່, ລາຍເກາະ ຖໍ້າຍັກ, ລາຍເກາະເມືອງໄຊ, ລາຍເກາະຖໍ້າແມ, ລາຍເກາະປົດປ່ອຍຜາຖີ່, ລາຍເກາະປ່າໄມ້ ແລະ ລາຍເກາະເມືອງວິລະຊົນຊຳເໜືອ ຊຶ່ງມອບໂດຍ ທ່ານ ປອ. ນາງ ຂັນລາ ສີ ແກ້ວບຸນພັນ ແລະ ຮັບໂດຍທ່ານ ນາງ ພັນ ພູມານີວົງ, ເຈົ້າຂອງຜົນງານດ້ານສິລະປະກຳ.