ເພື່ອເຮັດໃຫ້ ຮ່າງຂໍ້ຕົກລົງຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການແກ້ໄຂທາງດ້ານບໍລິ ຫານ ກ່ຽວກັບການຈົດທະບຽນຊັບສິນອຸດສາຫະກໍາ ແລະ ພັນພືດໃໝ່ ໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນຍິ່ງຂຶ້ນ, ດັ່ງນັ້ນ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ຈຶ່ງໄດ້ສືບຕໍ່ຈັດກອງປະຊຸມ ຜ່ານຮ່າງຂໍ້ຕົກລົງດັ່ງກ່າວຂຶ້ນ, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນທີ 10 ພຶດສະພາ 2022, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອທາບທາມຄໍາຄິດເຫັນ ຈາກບັນດາທ່ານຜູ້ເຂົ້າຮ່ວມ ຈາກພາກສ່ວນທຸລະກິດ ເພື່ອປະກອບເນື້ອໃນໃສ່ໃນ ຮ່າງຂໍ້ຕົກລົງ ວ່າດ້ວຍການແກ້ໄຂທາງດ້ານບໍລິຫານ ກ່ຽວກັບການຈົດທະບຽນຊັບສິນອຸດສາຫະກຳ ແລະ ພັນພືດໃໝ່, ເພື່ອກໍານົດ ຫຼັກການ, ລະບຽບການ ແລະ ຂັ້ນຕອນ ການແກ້ໄຂທາງດ້ານບໍລິຫານ ກ່ຽວກັບ ການຈົດທະບຽນດັ່ງກ່າວ ໃຫ້ມີປະສິດທິພາບ, ປະສິດທິຜົນຫຼາຍຂຶ້ນ ແລະ ຍັງເປັນເຄື່ອງມືໜຶ່ງທີ່ນໍາໃຊ້ເຂົ້າໃນການປ້ອງກັນ ການລະເມີດສິດຊັບສິນທາງປັນຍາ. ນອກຈາກນີ້, ຂໍ້ຕົກລົງສະບັບນີ້ ຍັງເປັນການສົ່ງເສີມໃຫ້ ເຈົ້າຂອງສິດຊັບສິນທາງປັນຍາ ໄດ້ຮັບຮູ້ ແລະ ເຂົ້າໃຈສິດຜົນປະໂຫຍດຂອງຕົນ ທີ່ໄດ້ການປົກປ້ອງຕາມກົດໝາຍ ແລະ ເປັນການຜັນຂະຫຍາຍ ມາດຕາ 130 ຂອງກົດໝາຍຊັບສິນທາງປັນຍາ ໃຫ້ເປັນອັນລະອຽດ ແນໃສ່ຮັບປະກັນການຈົດທະບຽນ ຊັບສິນອຸດສາຫະກຳ ແລະ ພັນພືດໃໝ່ ໃຫ້ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ ເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ.
ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ ອຄ, ກໍໄດ້ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການແກ້ໄຂທາງດ້ານບໍລິຫານ ກ່ຽວກັບການຈົດທະບຽນຊັບສິນອຸດສາຫະກໍາ ແລະ ພັນພືດໃໝ່, ພ້ອມດຽວກັນນັ້ນ ໃນກອງປະຊຸມ ຜູ້ເຂົ້າຮ່ວມກໍໄດ້ປະກອບຄໍາຄິດເຫັນໃສ່ ຮ່າງຂໍ້ຕົກລົງດັ່ງກ່າວ ໂດຍສະເພາະ ບັນດາໝວດ, ບັນດາມາດຕາ ຂໍ້ກໍານົດ ແລະ ຂັ້ນຕອນການແກ້ໄຂທາງດ້ານບໍລິຫານ ກ່ຽວກັບການຈົດທະບຽນຊັບສິນອຸດສາຫະກຳ ແລະ ພັນພືດໃໝ່, ຕາມຫຼັກການ ຄວາມສະໝັກໃຈ, ຍຸຕິທຳ, ສະເໝີພາບ ແລະ ຮັກສາຄວາມລັບ. ເພື່ອເຮັດການຈັດຕັ້ງປະຕິບັດຕາມລະບຽບການແກ້ໄຂທາງດ້ານບໍລິຫານ ເຮັດໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມເປັນທໍາ, ຍຸຕິທໍາ ຍິ່ງຂຶ້ນ.
ໃນກອງປະຊຸມຄັ້ງນີ້ ມີທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ ອຄ, ມີ ຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ ອຄ, ຜູ້ຕາງໜ້າຈາກ ມະຫາວິທະຍາໄລ ແຫ່ງຊາດ, ຜູ້ຕາງໜ້າຈາກ ສະມາຄົມ ນັກທຸລະກິດຊາວໜຸ່ມລາວ, ຜູ້ຕາງໜ້າຈາກ ສະມາຄົນນັກທຸລະ ກິດຍິງ, ຜູ້ຕາງໜ້າຈາກ ບໍລິສັດຕົວແທນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ ຈໍານວນ 50 ກວ່າທ່ານ.
ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ