ກົມຊັບສິນທາງປັນຍາ ຮ່ວມກັບ ໂຄງການ LUNA II ປະຈໍາ ສປປ ລາວ ຈັດພິທີເປີດນໍາໃຊ້ IP Portal
www.dip.gov.la ຢ່າງເປັນທາງການ ໃນຕອນແລງຂອງວັນທີ 20 ກຸມພາ 2019 ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໂດຍມີທ່ານ ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ ກວຕ; ທ່ານ ແດນນຽວ ຟີດແພັດທຣິກ (Deniel Fitzpatrik), ຫົວໜ້າໂຄງການ USAID LUNA II ປະຈໍາ ສປປ ລາວ ເຂົ້າຮ່ວມພິທີດັ່ງກ່າວ.
ໂອກາດນີ້, ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ ໃຫ້ກຽດກ່າວໃນພິທີ ຄັ້ງນີ້ ຊຶ່ງມີເນື້ອໃນບາງຕອນ ວ່າ: ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃຫ້ທັນກັບຍຸກສະໄໝນັ້ນ ໂດຍສະເພາະໃນຍຸກໂລກາພິວັດ ທີ່ມີການພັດທະນາຢ່າງບໍ່ຢຸດຢັ້ງ ຊຶ່ງຮຽກຮ້ອງ ແລະ ມີຄວາມຈໍາເປັນ ທີ່ເຮົາຕ້ອງການເຄື່ອງມື ທີ່ສາມາດເອື້ອຍອໍານວຍຄວາມສະດວກ ແລະ ການເຂົ້າເຖິງຂໍ້ມູນ ໂດຍສະເພາະວຽກງານຊັບສິນທາງປັນຍາໄດ້ຢ່າງຕໍ່ເນື່ອງ. ການສ້າງ IP Portal ນີ້ຂຶ້ນ ກໍເພື່ອເຜີຍແຜ່ຂໍ້ມູນຂ່າວສານ ດ້ານວຽກງານຊັບສິນທາງປັນຍາ, ລະບຽບການ, ບັນດານິຕິກໍາຕ່າງໆ ເຜີຍແຜ່ຜົນຂອງການຈົດທະບຽນຊັບສິນທາງປັນຍາ ໂດຍສະເພາະ ຂໍ້ມູນການຈົດທະບຽນສິດທິບັດ ແລະ ອະນຸສິດທິບັດ ແບບອຸດສາຫະກໍາ ແລະ ເຄື່ອງໝາຍການຄ້າ ຊຶ່ງບຸກຄົນທົ່ວໄປ, ຜູ້ປະກອບການ ແລະ ເຈົ້າຂອງຊັບສິນທາງປັນຍາ ຍັງຈະຍື່ນຂໍຈົດທະບຽນຊັບສິນທາງປັນຍາທາງອອນລາຍໃນຕໍ່ໜ້າອີກດ້ວຍ.
ສໍາລັບການເປີດນໍາໃຊ້ IP Portal ໃນມື້ນີ້ ຖືວ່າເປັນຜົນສໍາເລັດອີກບາດກ້າວໜຶ່ງ ທີ່ຕອບສະໜອງໃຫ້ກັບວຽກງານຊັບສິນທາງປັນຍາ ຂອງ ສປປ ລາວ ໃຫ້ມີ ຄວາມວ່ອງໄວ ສະດວກ ໃນການສະໜອງຂໍ້ມູນໃໝ່ໆ ທີ່ທັນກັບສະພາບ ແລະ ເຫດການທີ່ເກີດຂຶ້ນໃນແຕ່ລະໄລຍະຂອງວຽກງານຊັບສິນທາງປັນຍາ.
ກົມຊັບສິນທາງປັນຍາ ໂດຍໄດ້ຮັບການສະໜັບສູນທາງດ້ານງົບປະມານ ແລະ ວິຊາການ ຈາກໂຄງການຮ່ວມມືລາວ-ອາເມຣິກາ ເພື່ອເຊື່ອມໂຍງສາກົນ ແລະ ອາຊຽນ ປະຈໍາ ສປປ ລາວ ໄດ້ສ້າງ ແລະ ພັດທະນາ IP Portal ຂອງກົມຊັບສິນທາງປັນຍາມາແຕ່ຕົ້ນປີ 2018 ແລະ ໄດ້ສໍາເລັດໂດຍພື້ນຖານແລ້ວ. ປັດຈຸບັນ, ກົມຊັບສິນທາງປັນຍາ ໄດ້ຈົດທະບຽນ DomainName ນໍາກະຊວງໄປສະນີ ໂທລະຄົມ ແລະ ການສື່ສານ ໂດຍສາມາດເຂົ້າເຖິງໄດ້ດ້ວຍການພິມ www.dip.gov.la. ນອກຈາກນີ້ ໃນໄລຍະຜ່ານມາ, ທາງໂຄງການ ລູນາ 2 ກໍໄດ້ສະໜອງອຸປະກອນ ເພື່ອຮັບໃຊ້ວຽກງານດັ່ງກ່າວ ເຊັ່ນ: ໄດ້ສະໜອງເຊີເວີ 3 ໜ່ວຍ ເພື່ອນໍາໃຊ້ກັບລະບົບ IPAS ທັງ IPAS Production IPAS Back ແລະ WIPO public.
ທາງໂຄງການຍັງຈະສະໜອງເຊີເວີຕື່ມອີກ 1 ໜ່ວຍ ເພື່ອນໍາໃຊ້ກັບການຮອງຮັບການຈົດທະບຽນຊັບສິນທາງປັນຍາທາງອອນລາຍ.
ຕາງໜ້າຈາກກົມ ຂະແໜງອ້ອມຂ້າງ ແລະ ພະນັກງານວິຊາການສອງຝ່າຍເຂົ້າຮ່ວມ ພິທີດັ່ງກ່າວ.