DIP: 021 213470-148 | IP Service Center: 021 218710


Nguyễn Văn Ánh


Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ຄະນະ ກົມຊັບສິນທາງປັນຍາ ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານຊັບສິນທາງປັນຍາ ທີ່ປະເທດ ການາດາ

ຄະນະ ກົມຊັບສິນທາງປັນຍາ ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານຊັບສິນທາງປັນຍາ ທີ່ປະເທດ ການາດາ

ໃນວັນທີ 01 – 09 ຕຸລາ 2023 ຜ່ານມາ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ  ແລະ ການຄ້າ ໄດ້ເດີນທາງໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານຊັບສິນທາງປັນຍາ, ທີ່ປະເທດ ການາດາ, ນໍາພາຄະນະໂດຍ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ພ້ອມດ້ວຍຄະນະພະແນກ ຈໍານວນ 5 ທ່ານ, ການໄປທັດສະນະສຶກສາໃນຄັ້ງນີ້ ໂດຍໃຫ້ການສະໜັບສະໜູນຈາກໂຄງການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂອງປະເທດການາດາ (CTIF) ຊຶ່ງເປັນໂຄງການຊ່ວຍເຫຼືອ ກົມຊັບສິນທາງປັນຍາ ພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມແຂງວຽກງານການບັງຄັບໃຊ້ຊັບສິນທາງປັນຍາ ພາຍໃຕ້ສັນຍາການຄ້າທີ່ຕິດພັນກັບສິດຊັບສິນທາງປັນຍາຂອງອົງການການຄ້າໂລກ” ໄລຍະປີ 2021-2022.​

ການໄປທັດສະນະສຶກສາໃນຄັ້ງນີ້ ຄະນະດັ່ງກ່າວ ກໍໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກ ກັບບັນດາສໍານັກງານຕ່າງໆ ເພື່ອແລກປ່ຽນບົດຮຽນ ເຊັ່ນ: ຢ້ຽມຢາມສຳນັກງານຊັບສິນທາງປັນຍາແຫ່ງການາດາ; ສຳນັກງານມໍລະດົກ; ຄະນະກຳມະການວຽກງານລິຂະສິດ; ສຳນັກງານນະວັດຕະກຳ, ວິທະຍາສາດ ແລະ ເສດຖະກິດ;  ແລະ ສຳນັກງານຮ່ວມມືສາກົນແຫ່ງການາດາ. ຊຶ່ງການຢ້ຽມຢາມ ແລະ ເຮັດວຽກ ໃນຄັ້ງນີ້, ຄະນະດັ່ງກ່າວ ກໍໄດ້ຖອດຖອນບາງບົດຮຽນສຳຄັນ ເຊັ່ນ: ການສົ່ງເສີມວຽກງານຊັບສິນທາງປັນຍາຂອງປະເທດ ການາດາ ໂດຍສະເພາະ ການສ້າງຕັ້ງສູນສົ່ງເສີມນະວັດຕະກຳ ແລະ ການຄົ້ນຄວ້າ ໃນແຕ່ລະທ້ອງຖິ່ນ, ລວມທັງ ການສົ່ງເສີມການນໍາໃຊ້ຄວາມຮູ້ພື້ນບ້ານອັນເປັນມູນເຊື້ອຂອງຄົນທ້ອງຖິ່ນ ເພື່ອພັດທະນາ ແລະ ສົ່ງເສີມການຜະລິດ, ຊຶ່ງການສ້າງຕັ້ງ ແລະ ເຄື່ອນໄຫວຂອງສູນດັ່ງກ່າວ ແມ່ນນໍາໃຊ້ງົບຂອງລັດຖະບານ.

ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນສຳນັກງານຕ່າງໆ ທີ່ປະເທດການາດາ ສ່ວນຫຼາຍແມ່ນ ສາມາດເລືອກມື້ມາປະຈໍາການຢູ່ຫ້ອງການໄດ້ ແລະ ສາມາດເຮັດວຽກຢູ່ເຮືອນໄດ້ ໂດຍສະເພາະ ສຳນັກ ງານຊັບສິນທາງປັນຍາຂອງ ປະເທດການາດາ ຊຶ່ງມີນະໂຍບາຍໃຫ້ນັກກວດສອບ ສາມາດເຮັດວຽກ ແລະ ເຂົ້າລະບົບກວດສອບຢູ່ເຮືອນໄດ້; ສໍາລັບອົງການລິຂະສິດລວມໝູ່ຂອງປະເທດການາດາ  ແມ່ນໜ່ວຍງານຮັບຜິດຊອບການອະນຸຍາດນໍາໃຊ້ຜົນງານທີ່ບໍ່ມີເຈົ້າຂອງ (Orphan works) ແລະ ກໍານົດຄ່າທໍານຽມ ອະນຸຍາດນໍາໃຊ້ລິຂະສິດຂອງຜູ້ຊົມໃຊ້ ຊຶ່ງພາກສ່ວນທີ່ຕ້ອງການນໍາໃຊ້ສາມາດປະກອບແບບ ຟອມສະເໜີ ເຖິງອົງການລິຂະສິດລວມໝູ່ໄດ້; ສໍາລັບສຳນັກງານມໍລະດົກທີ່ປະເທດການາດາ ເປັນພາກສ່ວນທີ່ອອກກົດໝາຍວ່າດ້ວຍລິຂະສິດ ໃນກົດໝາຍດັ່ງກ່າວ ກວມເອົາມາດຕະການກ່ຽວກັບການລະເມີດລິຂະສິດໃນອອນລາຍ, ຊຶ່ງໄດ້ກຳນົດຄວາມຮັບຜິດຊອບຕໍ່ການລະເມີດ (liability of infringement) ໂດຍມີພາກສ່ວນທີ່ກ່ຽວຂ້ອງເຊັ່ນ ຜູ້ສະໜອງບໍລິການອິນເຕີເນັດ, ເຈົ້າຂອງເວັບໄຊ້ ຫຼື ພາກສ່ວນຕ່າງໆທີ່ກ່ຽວຂ້ອງ, ໃນປະເທດການາດາ ແມ່ນໄດ້ກຳນົດໄວ້ໃນກົດໝາຍຢ່າງລະອຽດຕໍ່ພັນ ທະຮັບຜິດຊອບດັ່ງກ່າວ ໃນການລະເມີດລິຂະສິດ.

ພ້ອມນັ້ນ, ໃນການທັດສະນະສືກສາໃນຄັ້ງນີ້ ທັງສອງຜ່າຍກໍໄດ້ປືກສາຫາລື ກ່ຽວກັບຄວາມເປັນໄປໄດ້ໃນການສ້າງບົດບັນທຶກການຮ່ວມມືສອງຝ່າຍ MOU ລະຫວ່າງ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ສຳນັກງານຊັບສິນທາງປັນຍາ ແຫ່ງປະເທດການາດາ, ໂດຍສະເພາະ ການແລກປ່ຽນບົດຮຽນ ກ່ຽວກັບການສົ່ງເສີມວຽກງານຊັບສິນທາງປັນຍາ ໃນຂອບເຂດທົ່ວປະເທດ ແລະ ການສ້າງຕັ້ງອົງການລິຂະສິດລວມໝູ່ ລວມເຖິງການກຳນົດຄ່າຕອບແທນໃຫ້ເຈົ້າຂອງຜົນງານລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ສະເໜີສ້າງໂຄງການສືບຕໍ່ ກ່ຽວກັບວຽກງານຊັບສິນທາງປັນຍາ ໂດຍມີຈຸດສຸມໃນບັນຫາ ເຊັ່ນ: ຄວາມລັບທາງການຄ້າ, ການສ້າງຄວາມເຂັ້ມແຂງ ໃຫ້ແກ່ ພາກທຸລະກິດ ກ່ຽວກັບການອອກແບບອຸດສາຫະກຳ, ການສ້າງຄວາມເຂັ້ມແຂງ ໃຫ້ແກ່ການບັງຄັບໃຊ້ກົດໝາຍຊັບສິນທາງປັນຍາ, ລວມທັງ ການສ້າງກົນໄກການແກ້ໄຂຂໍ້ຂັດແຍ້ງທາງດ້ານບໍລິຫານ ແລະ ອື່ນໆ.

ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

  ຄະນະ ກົມຊັບສິນທາງປັນຍາ ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານຊັບສິນທາງປັນຍາ ທີ່ປະເທດ ການາດາ ຄະນະ ກົມຊັບສິນທາງປັນຍາ ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານຊັບສິນທາງປັນຍາ ທີ່ປະເທດ ການາດາ ຄະນະ ກົມຊັບສິນທາງປັນຍາ ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານຊັບສິນທາງປັນຍາ ທີ່ປະເທດ ການາດາ ຄະນະ ກົມຊັບສິນທາງປັນຍາ ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານຊັບສິນທາງປັນຍາ ທີ່ປະເທດ ການາດາ ຄະນະ ກົມຊັບສິນທາງປັນຍາ ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານຊັບສິນທາງປັນຍາ ທີ່ປະເທດ ການາດາ ຄະນະ ກົມຊັບສິນທາງປັນຍາ ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານຊັບສິນທາງປັນຍາ ທີ່ປະເທດ ການາດາ