DIP: 021 213470-148 | IP Service Center: 021 218710

Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ຊັບສິນທາງປັນຍາ ເສັ້ນທາງສູ່ ການເປັນຍີ່ຫໍ້ທີ່ມີຊື່ສຽງໃນລະດັບໂລກ

ຊັບສິນທາງປັນຍາ ເສັ້ນທາງສູ່ ການເປັນຍີ່ຫໍ້ທີ່ມີຊື່ສຽງໃນລະດັບໂລກວັນທີ 28 ກຸມພາ 2019 ທີ່ຜ່ານມາ, ກົມຊັບສິນ ທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ ອານຸສັນຍາ ມາດຣິດ ເສັ້ນທາງສູ່ການເປັນຍີ່ຫໍ້ທີ່ມີຊື່ສຽງໃນລະດັບໂລກ ຢູ່ທີໂຮງ ແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າ ກົມຊັບສິນທາງປັນຍາ; ທ່ານ ນາງ Baiba ZARINA, ເລຂາເອກຜູ້ຮັບຜິດຊອບດ້ານການເມືອງຂອງ ອົງການ ຊັບສິນທາງປັນຍາໂລກ ຊຶ່ງມີບັນດາທ່ານຜູ້ຕາງໜ້າສຳນັກງານຊັບສິນທາງປັນຍາແຫ່ງ ສະຫະພາບ ເອີຣົບ, ນັກ ວິ ທະຍາກອນຜູ້ຊົງຄຸນວຸດທິຈາກຕ່າງປະເທດ, ນັກສຳມະນາກອນຈາກທັງພາກລັດ ແລະ ເອກະຊົນ ເຂົ້າ ຮ່ວມ 80 ກວ່າທ່ານ.

ຈຸດປະສົງຂອງກອງປະຊຸມສຳມະນາດັ່ງກ່າວ ກໍແມ່ນເພື່ອເຜີຍແຜ່ຂໍ້ມູນຂ່າວສານ ແລະ ສົ່ງເສີມກ່ຽວກັ ບ ການນຳໃຊ້ລະບົບ ມາດຣິດ ເພື່ອຈົດທະບຽນສາກົນກ່ຽວກັບເຄື່ອງໝາຍການຄ້າ ໃຫ້ພາກທຸລະກິດຢູ່ໃນ ສປປ ລາວ ໂດຍສະເພາະ ແມ່ນພາກສ່ວນທີ່ເປັນທຸລະກິດສົ່ງອອກຕ່າງປະເທດ, ທັງເປັນການສ້າງຄວາມຮັບຮູ້, ຄວາມ ເຂົ້າໃຈ ແລະ ຄວາມອາດສາມາດແກ່ພາກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການນໍາໃຊ້ລະບົບ ມາດຣິດ, ເພື່ອເຮັດໃຫ້ວຽກງານດັ່ງກ່າວນີ້ ສາມາດພັດທະນາ ໃນຕໍ່ໜ້າ ແລະ ອໍານວຍຄວາມສະດວກແກ່ຜູ້ປະກອບການສາມາດເຂົ້າເຖິງໄດ້ງ່າຍຂຶ້ນ.

ໂອກາດດັ່ງກ່າວ, ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ກ່າວວ່າ: ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ໃນໂລກແຫ່ງການແຂ່ງຂັນດ້ານທຸລກິດ ແລະ ຕະຫຼາດການ ຄ້າເສລີນັ້ນ, ຊັບສິນທາງປັນຍາ ແມ່ນນັບມື້ນັບມີຄວາມສຳຄັນໃນຍຸກເສດຖະກິດປັດຈຸບັນ, ການພັດທະນາ ແລະ ຂະຫຍາຍຕົວທາງດ້ານເຕັກໂນໂລຊີ ແລະ ລະບົບໂທລະ ຄົມສື່ ສານຢ່າງວ່ອງໄວ ໄດ້ກະຕຸກຊຸກຍູ້ໃຫ້ເສດຖະກິດໂລກ ໃນຍຸກສະໄໝໃໝ່ຈະເລີນເຕີບໃຫຍ່ຂຶ້ນ, ປັດຈຸບັນ ຈຳນວນຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ທີ່ໄດ້ ຍື່ນນໍາກົມ ຊັບສິນທາງປັນຍາມີຫຼາຍກວ່າ 46,000 ເຄື່ອງໝາຍ.

ອີກດ້ານໜຶ່ງ ໃນໄລຍະ 3 ປີຜ່ານມາ ນັບແຕ່ ສປປ ລາວໄດ້ເຂົ້າເປັນພາຄີຂອງອານຸສັນຍາມາດຣິດ ວ່າດ້ວຍການຈົດທະບຽນສາກົນກ່ຽວກັບເຄື່ອງໝາຍ ໃນວັນທີ 7 ທັນວາ 2015 ເປັນຕົ້ນມາ, ກົມຊັບສິນທາງປັນຍາ ໄດ້ຍື່ນຄຳຮ້ອງຜ່ານລະບົບ ມາດຣິດ ໄດ້ 3,813 ສະບັບ, ສໍາລັບຄໍາຮ້ອງຈາກ ສປປ ລາວ ມີພຽງ 3 ຄຳຮ້ອງເທົ່ານັ້ນ ຊຶ່ງ ກໍເປັນເຫດຜົນໜຶ່ງທີ່ເຮັດໃຫ້ເຂົ້າໃຈວ່າ ຄວາມຮັບຮູ້ເຂົ້າໃຈຕໍ່ກັບລະບົບ ມາດຣິດ ຂອງເຈົ້າຂອງເຄື່ອງໝາຍຍັງບໍ່ທັນທົ່ວເຖິງ.

ສະນັ້ນ, ເພື່ອເຮັດໃຫ້ວຽກທີ່ໄດ້ກ່າວມານີ້ ໃຫ້ມີການພັດທະນາໃນຕໍ່ໜ້າ ແລະ ອຳນວຍຄວາມສະດວກ ແກ່ຜູ້ປະກອບການ ສາມາດເຂົ້າເຖິງໄດ້ງ່າຍຂຶ້ນໄດ້ນັ້ນ ແມ່ນມີຄວາມຈຳເປັນຕ້ອງສ້າງຄວາມເຂົ້າໃຈຕໍ່ລະບົບມາດຣິດ ມານຳໃຊ້ໃຫ້ຫຼາຍຍິ່ງຂຶ້ນ ຊຶ່ງຈະເປັນຜົນດີຢ່າງຍິ່ງຕໍ່ກັບຄວາມເຂົ້າໃຈ ໃນການປົກປ້ອງເຄື່ອງໝາຍການຄ້າໃຫ້ ກາຍເປັນຍີ່ຫໍ້ດັງທີ່ມີຊື່ສຽງລະດັບໂລກໄດ້

ຊັບສິນທາງປັນຍາ ເສັ້ນທາງສູ່ ການເປັນຍີ່ຫໍ້ທີ່ມີຊື່ສຽງໃນລະດັບໂລກ ຊັບສິນທາງປັນຍາ ເສັ້ນທາງສູ່ ການເປັນຍີ່ຫໍ້ທີ່ມີຊື່ສຽງໃນລະດັບໂລກ ຊັບສິນທາງປັນຍາ ເສັ້ນທາງສູ່ ການເປັນຍີ່ຫໍ້ທີ່ມີຊື່ສຽງໃນລະດັບໂລກ ຊັບສິນທາງປັນຍາ ເສັ້ນທາງສູ່ ການເປັນຍີ່ຫໍ້ທີ່ມີຊື່ສຽງໃນລະດັບໂລກ ຊັບສິນທາງປັນຍາ ເສັ້ນທາງສູ່ ການເປັນຍີ່ຫໍ້ທີ່ມີຊື່ສຽງໃນລະດັບໂລກ ຊັບສິນທາງປັນຍາ ເສັ້ນທາງສູ່ ການເປັນຍີ່ຫໍ້ທີ່ມີຊື່ສຽງໃນລະດັບໂລກ ຊັບສິນທາງປັນຍາ ເສັ້ນທາງສູ່ ການເປັນຍີ່ຫໍ້ທີ່ມີຊື່ສຽງໃນລະດັບໂລກ ຊັບສິນທາງປັນຍາ ເສັ້ນທາງສູ່ ການເປັນຍີ່ຫໍ້ທີ່ມີຊື່ສຽງໃນລະດັບໂລກ ຊັບສິນທາງປັນຍາ ເສັ້ນທາງສູ່ ການເປັນຍີ່ຫໍ້ທີ່ມີຊື່ສຽງໃນລະດັບໂລກ