DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ຊາປາກຊ່ອງ ແລະ ກາເຟບໍລະເວນ ໄດ້ຮັບໃບຢັ້ງຢືນຖິ່ນກຳເນີດ ຢ່າງເປັນທາງການ

ການຈົດທະບຽນປົກປ້ອງຖິ່ນກໍາເນີດຊາປາກຊ່ອງ ແລະ ກາເຟບໍລະເວນ ແມ່ນແນໃສ່ປົກປ້ອງຊື່ສຽງ ແລະ ອະນຸລັກຮັກສາຄຸນນະພາບທີ່ມີເອກະລັກສະເພາະຂອງ ຊາປາກຊ່ອງ ແລະ ກາເຟບໍລະເວນ ຊຶ່ງມີປະຫວັດຄວາມເປັນມາທີ່ຍາວນານ ຕິດພັນກັບວັດທະນະທໍາ ແລະ ວິຖີການດໍາລົງຊີວິດຂອງປະຊາຊົນຢູ່ພູພຽງບໍລະເວນມາໄດ້ຫຼາຍສະຕະວັດແລ້ວ, ການປົກປ້ອງພູມປັນຍາທ້ອງຖິ່ນແບບດັ້ງເດີມ ໃຫ້ເປັນຊັບສິນທາງປັນຍາຂອງທ້ອງຖິ່ນນັ້ນ ທີ່ເປັນການສົ່ງເສີມໃຫ້ມີການສືບທອດພູມປັນຍາທ້ອງຖິ່ນຈາກບັນພະບູລຸດສູ່ຄົນຮຸ່ນປັດຈຸບັນ ແລະ ຈະອະນຸລັກຕໍ່ໆໄປຢ່າງຍືນຍົງ. ການຈົດທະບຽນປົກປ້ອງຖິ່ນກໍາເນີດຊາປາກຊ່ອງ ແລະ ກາເຟບໍລະເວນ ໃນຄັ້ງນີ້ ຈະເປັນການປະກອບສ່ວນເຮັດໃຫ້ຄຸນນະພາບທີ່ມີເອກະລັກສະເພາະຂອງກາເຟບໍລະເວນ ແລະ ຊາປາກຊ່ອງ ໄດ້ຮັບການປົກປັກຮັກສາ, ສົ່ງເສີມໃຫ້ເປັນທີ່ຮັບຮູ້ກວ້າງຂວາງຂຶ້ນ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ເປັນທີ່ຍອມຮັບຂອງຜູ້ບໍລິໂພກຫຼາຍຂຶ້ນ ຊຶ່ງເຮັດໃຫ້ຊາປາກຊ່ອງ ແລະ ກາເຟບໍລະເວນ ມີມູນຄ່າສູງຂຶ້ນ ໂດຍຄຽງຄູ່ກັບການປົກປັກຮັກສາສະພາບແວດລ້ອມທາງທໍາມະຊາດ ຕາມທິດການພັດທະນາສີຂຽວ ແລະ ປົກປັກຮັກສາພູມປັນຍາທ້ອງຖິ່ນແບບດັ້ງເດີມທີ່ສືບທອດມາຫຼາຍເຊັ່ນຄົນ ໃຫ້ຍືນຍົງຕະຫຼອດໄປ.

ພິທີມອບໃບຢັ້ງຢືນຖິ່ນກຳເນີດຊາປາກຊ່ອງ ແລະ ກາເຟບໍລະເວນ ໃຫ້ແກ່ ສະມາຄົມສົ່ງເສີມຊາປາກຊ່ອງ ແລະ ກາເຟບໍລະເວນ ແຂວງຈຳປາສັກ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 25 ກັນຍາ 2020, ທີ່ໂຮງແຮມປາກຊ່ອງແດນງາມ, ເມືອງປາກຊ່ອງ, ແຂວງຈໍາປາສັກ ຊຶ່ງມອບໂດຍ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ ແລະ ຕາງໜ້າຮັບໂດຍ ທ່ານ ແສງທອງ ມະນີຊັບ, ປະທານສະມາຄົມສົ່ງເສີມຊາກປາກຊ່ອງ ແລະ ທ່ານ ຈັນທະໄລ ແກ້ວວົງສອນ, ປະທານສະມາຄົມສົ່ງເສີມກາເຟບໍລະເວນ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບົວສອນ ບຸບຜາວັນ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກວຕ, ທ່ານ ປອ. ວິໄລວົງ ບຸດດາຄໍາ, ເຈົ້າແຂວງຈໍາປາສັກ, ທ່ານ ເຫຼັກໄຫຼ ສີວິໄລ, ເຈົ້າແຂວງເຊກອງ, ທ່ານ ມະໄລທອງ ກົມມະສິດ, ຮອງເຈົ້າແຂວງຈໍາປາສັກ, ທ່ານ ວິຊຽນ ນະວີກຸນ, ຮອງເຈົ້າແຂວງສາລະວັນ ແລະ ບັນດາພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ ໃຫ້ຮູ້ວ່າ: ສໍາລັບການກະກຽມຈົດທະບຽນຖິ່ນກໍາເນີດຊາປາກຊ່ອງ ແມ່ນໄດ້ເລີ່ມຂຶ້ນໃນຕົ້ນ ປີ 2019 ໂດຍສົມທົບກັບຂະແໜງການກ່ຽວຂ້ອງຈາກຂັ້ນສູນກາງ ແລະ ທ້ອງຖິ່ນ, ຜູ້ຜະລິດ ແລະ ຜູ້ປະກອບການຊາປາກຊ່ອງ ເປັນເຈົ້າການໃນການຕັ້ງປະຕິບັດບັນດາວຽກງານຕ່າງໆ ປິ່ນອ້ອມການຈົດທະບຽນຖິ່ນກໍາເນີດ ທີ່ນອນຢູ່ໃນແຜນງານສົ່ງເສີມພາກເອກະຊົນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ພາຍໃຕ້ໂຄງການສົ່ງເສີມການສົ່ງອອກຂອງ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຜ່ານການຈົດທະບຽນຖິ່ນກໍາເນີດທີ່ຄຸ້ມຄອງໂດຍ ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍໄດ້ຮັບທຶນຈາກທະນາຄານພັດທະນາອາຊີ (ADB) ແລະ ໄດ້ຮັບການສະໜັບສະໜູນທາງດ້ານເຕັກນິກວິຊາການຈາກອົງການອາຫານ ແລະ ກະສິກໍາ (FAO).

ຜ່ານການກະກຽມ ເປັນໄລຍະເວລາເກືອບ 02 ປີ ໂດຍການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງເປັນເຈົ້າການຂອງທຸກພາກສ່ວນທີ່ກ່ຽວຂ້ອງ, ມາຮອດວັນທີ 13 ກຸມພາ 2020 ສະມາຄົມສົ່ງເສີມຊາປາກຊ່ອງ ໄດ້ຍື່ນຄໍາຮ້ອງຂໍຈົດທະບຽນຖິ່ນກໍາເນີດຊາປາກຊ່ອງ ກັບກົມຊັບສິນທາງກັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານຮອງເຈົົ້າແຂວງຈໍາປາສັກ. ຕະຫຼອດໄລຍະເວລາຂອງການກະກຽມກ່ອນ ແລະ ນັບແຕ່ວັນທີຍື່ນຄໍາຮ້ອງຂໍຈົດທະບຽນຖິ່ນກໍາເນີດ ຈົນເຖິງວັນທີ 14 ກັນຍາ ປີ 2020 ກົມຊັບສິນທາງປັນຍາຈຶ່ງໄດ້ອອກໃບຢັ້ງຢືນຖິ່ນກຳເນີດຊາປາກຊ່ອງ ແລະ ກາເຟບໍລະເວນ ພ້ອມທັງອອກໃບອະນຸຍາດນໍາໃຊ້ກາໝາຍຖິ່ນກໍາເນີດແຫ່ງຊາດ ໃຫ້ສະມາຄົມສົ່ງເສີມຊາປາກຊ່ອງ ແລະ ກາເຟບໍລະເວນ ຄຸ້ມຄອງຕາມພາລະບົດບາດທີ່ກໍານົດໄວ້ໃນກົດລະບຽບຂອງສະມາຄົມ ຈົນປະສົບຜົນສໍາເລັດ. ເປັນການສະແດງໃຫ້ເຫັນເຖິງການໃຫ້ຄວາມສໍາຄັນຂອງທຸກພາກສ່ວນກ່ຽວຂ້ອງ ໃນການສົ່ງເສີມການປົກປ້ອງຊັບສິນທາງບັນຍາ ທີ່ເປັນເອກະລັກສະເພາະຂອງຊຸມຊົນໃນທ້ອງຖິ່ນແບບດັ້ງເດີມ. ການຈົດທະບຽນປົກປ້ອງຖິ່ນກໍາເນີດຊາປາກຊ່ອງ ແລະ ກາເຟບໍລະເວນ ກໍແມ່ນເພື່ອປົກປ້ອງຊື່ສຽງ ຂອງສິນຄ້າດັ່ງກ່າວ ທັງເປັນການປົກປ້ອງພູມປັນຍາຊຸມຊົນໃນທ້ອງຖິ່ນແບບດັ້ງເດີມ ທີ່ເປັນມໍລະດົກສືບທອດ ມາຈາກບັນພະບູລຸດໄດ້ຫຼາຍເຊັ່ນຄົນ. ການຈົດທະບຽນຖິ່ນກຳເນີດຄັ້ງນີ້້ ເປັນການຊ່ວຍໃຫ້ມີການຮັກສາຄຸນນະພາບທີ່ ເປັນເອກະລັກຂອງຊາປາກຊ່ອງ ແລະ ກາເຟບໍລະເວນໄວ້ ເນື່ອງຈາກວ່າ ຫຼັງຈາກການຈົດທະບຽນຈະມີການກວດກາທຸກຂັ້ນຕອນການຜະລິດ ໂດຍສະມາຄົມສົ່ງເສີມຊາປາກຊ່ອງ ແລະ ກາເຟບໍລະເວນ ຢ່າງເປັນລະບົດຄົບຊຸດ ໂດຍຢັ້ງຢືນຄວາມຖືກຕ້ອງຕາມເອກະສານຄຸນລັກສະນະສະເພາະ ຂອງສິນຄ້າດັ່ງກ່າວ ຈາກໜ່ວຍງານຢັ້ງຢືນຈາກພາຍໃນປະເທດ ຫຼື ສາກົນ. ນອກຈາກນັ້ນ, ການຈົດທະບຽນ ປົກປ້ອງຖິ່ນກໍາເນີດຍັງຈະເຮັດໃຫ້ຊາປາກຊ່ອງ ແລະ ກາເຟບໍລະເວນ ມີມູນຄ່າເພີ່ມສູງຂຶ້ນ ເນື່ອງຈາກຊາປາກຊ່ອງ ແລະ ກາເຟບໍລະເວນ ຕ້ອງຜ່ານການກວດກາຄວາມຖືກຕ້ອງຕາມຂັ້ນຕອນການຜະລິດທີ່ກຳນົດໄວ້ ພ້ອມທັງມີການຢັ້ງຢືນຈາກໜ່ວຍງານຢັ້ງຢືນ ທີ່ຜ່ານການຮັບຮອງຕາມມາດຕະຖານສາກົນ ຈຶ່ງຈະເຮັດໃຫ້ຊາປາກຊ່ອງ ແລະ ກາເຟບໍລະເວນ ທີ່ຈໍາໜ່າຍໃນທ້ອງຕະຫຼາດ ຫຼື ສົ່ງອອກໄປຕ່າງປະເທດ ສາມາດຕິດກາໝາຍຖິ່ນກໍາເນີດແຫ່ງຊາດ ທີ່ຄຸ້ມຄອງໂດຍ ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃສ່ສະຫຼາກສິນຄ້າໄດ້. ການກວດກາ ແລະ ຢັ້ງຢືນດັ່ງກ່າວ ເປັນການຮັບປະກັນຕໍ່ຜູ້ບໍລິໂພກທາງດ້ານຄຸນນະພາບ ທີ່ເປັນເອກະລັກ ແລະ ແຫ່ຼງທີ່ມາທີ່ແທ້ຈິງຂອງສິນຄ້າ ຊຶ່ງຈະເຮັດໃຫ້ຜູ້ບໍລິໂພກພໍໃຈຊື້້ ຊາປາກຊ່ອງ ແລະ ກາເຟບໍລະເວນໃນລາຄາທີ່ສູງຂຶ້ນ.