ເນື່ອງໃນວັນຊັບສິນທາງປັນຍາໂລກ 2020
ທຸກໆວັນທີ 26 ເມສາ ຂອງທຸກໆປີ ແມ່ນວັນສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ ບັນດາປະເທດສະມາຊິກຂອງອົງການຊັບສິນທາງປັນຍາໂລກ (WIPO) ໄດ້ພ້ອມກັນສະເຫຼີມສະຫຼອງວັນສໍາຄັນ ດັ່ງກ່າວນີ້ໃນທຸກໆປີ ຊຶ່ງ ສປປ ລາວເຮົາ ກໍຄືກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຮ່ວມກັບພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ສະເຫຼີມສະຫຼອງວັນດັ່ງກ່າວໃນຂອບເຂດທົ່ວປະເທດ, ຊຶ່ງປີ 2020 ນີ້ແມ່ນຄົບຮອບ 20 ປີພໍດີຂອງການສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ພາຍໃຕ້ຄໍາຂວັນວ່າ “ສ້າງນະວັດຕະກຳ ເພື່ອອະນາຄົດສີຂຽວ” INNOVATE FOR A GREEN FUTURE”, ແລະ ຜູ້ ອຳນວຍການໃຫຍ່ອົງການຊັບສິນທາງປັນຍາໂລກໄດ້ກ່າວສູນທອນພົດໄວ້ວ່າ :
“ທຸກໆວັນທີ 26 ເມສາ, ພວກເຮົາຈະສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ເພື່ອເປັນການເຜີຍແຜ່ໃຫ້ເຫັນເຖິງບົດບາດຂອງສິດຊັບສິນທາງປັນຍາຕໍ່ການສົ່ງເສີມນະວັດຕະກຳ ແລະ ຫົວຄິດປະດິດສ້າງ.
ຄຳຂວັນຂອງວັນຊັບສິນທາງປັນຍາໂລກໃນປີ 2020 ນີ້ແມ່ນການນໍາເອົາ ນະວັດຕະກຳ ແລະ ສິດຂອງຊັບສິນທາງປັນຍາ ໃຫ້ກາຍເປັນໝາກຫົວໃຈໃນການຊຸກຍູ້ຄວາມພະຍາຍາມໃນການສ້າງອະນາຄົດສີຂຽວ. ເນື່ອງຈາກວ່າການຕັດສິນໃຈຂອງພວກເຮົາໃນມື້ນີ້ຈະເປັນການກຳນົດອະນາຄົດຂອງພວກເຮົາ. ໂລກເປັນບ້ານທີ່ພວກເຮົາອາໃສຢູ່, ສະນັ້ນ, ພວກເຮົາຕ້ອງຊ່ວຍກັນເບິ່ງແຍງ ແລະ ຮັກສາໂລກໜ່ວຍນີ້.
ຄໍາຂວັນຂອງວັນຊັບສິນທາງປັນຍາໂລກໃນປີນີ້ຍັງ ເປັນການສັນລະເສີນໃຫ້ແກ່ຜູ້ສ້າງນະວັດຕະກຳ ແລະ ຜູ້ສ້າງສັນຜົນງານ ທີ່ດີເດັ່ນ ໃນທົ່ວໂລກໃນການຮ່ວມກັນສ້າງອະນາຄົດສີຂຽວ. ທຸກຄົນໃນສັງຄົມ ທັງເພດຍິງ, ເພດຊາຍ ແລະ ໄວໜຸ່ມ ທີ່ກຳລັງຊອກຫາທາງເລືອກທີ່ດີ ແລະ ສະອາດ ກວ່າການນຳໃຊ້ ເຕັກໂນໂລຊີເຊື້ອໄຟຟອດຊີວແບບດັ່ງເດີມ ແລະ ອາຫານທີ່ຍືນຍົງ ແລະ ລະບົບການຄຸ້ມຄອງຊັບພະຍາກອນທຳມະ ຊາດ ແລະ ຜູ້ທີ່ນຳໃຊ້ລະບົບຊັບສິນທາງປັນຍາເຂົ້າໃນການຜະລິດຂອງຕົນ, ເພື່ອນໍາເອົາ ແລະ ນໍາໃຊ້ເຂົ້າໃນສັງຄົມ.
ພວກເຮົາ ກໍາລັງຊອກຫາວິທີເຮັດໃຫ້ລະບົບຊັບສິນທາງປັນຍາ ມີຄວາມສົມດຸນ ແລະ ເຂັ້ມແຂງ ເພື່ອສົ່ງເສີມການຂະຫຍາຍຕົວຂອງ ເສດຖະກິດສີຂຽວ ທີ່ຮັກສາ ແລະ ບໍ່ທຳລາຍລະບົບຊັບພະຍາກອນທໍາມະຊາດຂອງໂລກ.
ພວກເຮົາ ຊອກຫາວິທີການນໍາໃຊ້ ລະບົບສິດທິບັດ ເພື່ອສົ່ງເສີມການປ່ຽນແປງໃໝ່ໃນການພັດທະນາ ແລະ ການເຜີຍແຜ່ເຕັກໂນໂລຊີ ທີ່ເປັນມິດກັບສິ່ງແວດລ້ອມ ເພື່ອເຂົ້າຊ່ວຍໃນການແກ້ໄຂວິກິດການປ່ຽນແປງຂອງດິນຟ້າອາກາດ ແລະ ສ້າງອະນາຄົດສີຂຽວ.
ການຄິດຄົ້ນໃນການອອກແບບ ແລະ ສິດໃນການປົກປ້ອງແບບ ລວມເຂົ້າກັນ ເພື່ອເປັນການສົ່ງເສີມການນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງຄຸ້ມຄ່າ ແລະ ຊ່ວຍໃຫ້ນັກອອກແບບ ສາມາດນໍາໃຊ້ເວລາ ແລະ ຄວາມສາມາດຂອງເຂົາເຈົ້າເຂົ້າໃນການສ້າງ ຜະລິດຕະພັນທີ່ເປັນປະໂຫຍດ, ໜ້າສົນໃຈ ແລະ ເປັນມິດກັບສິ່ງແວດລ້ອມ ໃຫ້ແກ່ຜູ້ບໍລິໂພກ.
ພວກເຮົາພິຈາລະນາຊອກຫາວິທີການນໍາໃຊ້ ເຄື່ອງໝາຍການຄ້າ ແລະ ການບົ່ງຊີ້ຕ່າງໆ ເພື່ອຊ່ວຍຊຸກຍູ້ການຂະຫຍາຍຕົວ ແລະ ຈະເລີນເຕີບໂຕຂອງທຸລະກິດ ທີ່ມີພື້ນຖານໃນການຮັກສາ ສິ່ງແວດລ້ອມ, ເພື່ອສົ່ງເສີມພວກເຂົາໃຫ້ສາມາດຜະລິດສິນຄ້າ ແລະ ການບໍລິການທີ່ເປັນມິດກັບສິ່ງແວດລ້ອມໃຫ້ຫຼາຍຂື້ນ.
ພວກເຮົາເຫັນວ່າສິດທິຕ່າງໆ ເຊັ່ນ: ການພັດທະນາສິນຄ້າຖິ່ນກຳເນິດ ເປັນການຊຸກຍູ້ສົ່ງເສີມການນໍາໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ແລະ ສິດຂອງນັກປັບປຸງພັນພືດໃໝ່ ຊ່ວຍເປັນກຳລັງແຮງທີ່ສໍາຄັນໃນການສົ່ງເສີມພັດທະນາພືດໃຫ້ທົນທານຫຼາຍຂື້ນ ເພື່ອຮອງຮັບຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ.
ພວກເຮົາຍັງສັງເກດເຫັນວ່ານັກປະດິດຄິດແຕ່ງຜູ້ທີ່ນໍາໃຊ້ລະບົບຂອງ ລິຂະສິດ ສາມາດຫາລ້ຽງຊີບໄດ້ ຈາກຜົນງານຂອງພວກເຂົາ ຊຶ່ງມີບົດບາດສຳຄັນໃນການສ້າງວິໄສທັດ ແຫ່ງອານາຄົດສີຂຽວ ແລະ ຜົນປະໂຫຍດຢ່າງຫຼວງຫຼາຍທີ່ບໍ່ສາມາດພັນລະນາ ແລະ ນັບໄດ້.
ດັ່ງຄຳເວົ້າຂອງທ່ານ ໄອສຕາຍ Einstein ໄດ້ກ່າວໄວ້ວ່າ ພວກເຮົາບໍ່ສາມາດເຮັດສິ່ງດຽວ ຊໍ້າໄປຊໍ້າມາ ແລະ ຄາດຫວັງໃຫ້ໄດ້ຜົນຮັບທີ່ແຕກຕ່າງກັນໄດ້, ຖ້າພວກເຮົາຕ້ອງການຜົນຮັບທີ່ແຕກຕ່າງ ພວກເຮົາຕ້ອງມີນະວັດຕະກຳໃນ ວິທີການຄິດ, ຂະບວນການຜະລິດ ແລະ ຮູບແບບທຸລະກິດ ຂອງພວກເຮົາ. ພວກເຮົາມີຄວາມຮັບຜິດຊອບຕໍ່ ທາງເລືອກທີ່ພວກເຮົາເລືອກໃນທຸກໆມື້, ຜະລິດຕະພັນທີ່ພວກເຮົາຊື້, ການວິໄຈທີ່ເຮົາໃຫ້ທືນສະໜັບສະໜູນ, ບໍລິສັດທີ່ເຮົາສະໜັບສະໜູນ, ນະໂຍບາຍ ແລະ ກົດໝາຍ ທີ່ເຮົາສ້າງ ຈະເປັນໂຕກຳນົດອະນາຄົດສີຂຽວຂອງພວກເຮົາ. ດ້ວຍນະວັດຕະກຳແຫ່ງຫົວຄິດປະດິດສ້າງ ແລະ ຍຸດທະສາດການນໍາໃຊ້ສິດຂອງຊັບສິນທາງປັນຍາ ກໍ່ສາມາດເອື້ອມມືເຖິງອະນາຄົດທີ່ຍືນຍົງ.
ເຂົ້າມາຮ່ວມກັບພວກເຮົາ ໃນການຄົ້ນຫາບົດບາດຂອງ ນະວັດຕະກຳ ແລະ ສິດຂອງຊັບສິນທາງປັນຍາ ໃນການເປີດເສັ້ນທາງສູ່ອານາຄົດສີຂຽວ, ແບ່ງປັນນະວັດຕະກຳສີຂຽວທີ່ທ່ານມັກ ແລະ ບອກພວກເຮົາວ່າທ່ານຈະສົ່ງເສີມຄວາມສາມາດສີຂຽວຂອງທ່ານຄືແນວໃດ”.
ບໍ່ວ່າຍາມໃດ ພັກ ແລະ ລັດຖະບານ ສປປ ລາວ ເຮົາ ກໍໃຫ້ຄວາມສໍາຄັນ, ຊູກຍູ້ສົ່ງເສີມ ກັບການພັດທະນາຊັບພະຍາ ກອນມະນຸດ ໃນການປະດິດຄິດສ້າງ ແລະ ປະດິດຄິດແຕ່ງ ຊຶ່ງພວກເຮົາກໍໄດ້ຈັດງານມະຫາກຳຊັບສິນທາງປັນຍາ ແລະ ພິທີສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ເພື່ອເອກອ້າງຜົນງານຂອງນັກປະດິດສ້າງ ແລະ ປະດິດຄິດແຕ່ງໃນໄລຍະຜ່ານມາ; ສໍາລັບປີນີ້, ເນື່ອງຈາກ ສປປ ລາວເຮົາ ແລະ ປະຊາຄົມໂລກ ກໍາລັງປະເຊີນໜ້າກັບໄພພິບັດຄັ້ງໃຫຍ່ ກໍຄືພະຍາດອັກເສບປອດຈຸລາໂລກສາຍພັນໃໝ່ ຫຼື (COVID-19) ທີ່ລ່າຊີວິດຜູ້ຄົນໄປຈຳນວນຫຼວງຫຼາຍ, ຊຶ່ງສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ເສດຖະກິດໂດຍລວມ, ເຮັດໃຫ້ເກີດຄວາມເສຍຫາຍໜັກ ແລະ ຍາກທີ່ຈະປະເມີນໄດ້. ໃນສະພາບການດັ່ງກ່າວນີ້ ພັກ ແລະ ລັດຖະບານ ສປປ ລາວ ກໍໄດ້ເອົາໃຈໃສ່ຕໍ່ປວງຊົນລາວທັງຊາດ ເພື່ອຕ້ານພະຍາດອັກເສບປອດຈຸລາໂລກສາຍພັນໃໝ່ (COVID-19) ໃນຂອບເຂດທົ່ວປະເທດ; ສະນັ້ນ ໃນປີນີ້ ຈຶ່ງບໍ່ມີການຈັດງານມະຫາກໍາຊັບສິນທາງປັນຍາ ຫຼື ຈັດພິທີສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ. ເຖິງວ່າສະພາບປະຈຸບັນຈະເປັນເຊັ່ນນັ້ນກໍຕາມ ແຕ່ຊັບສິນທາງປັນຍາ ກໍບໍ່ເຄີຍທີ່ຈະຢຸດນິ້ງ ໃນພາວະວິກິດເຊັ່ນນີ້ ນັກວິທະຍາສາດ, ນັກຄົ້ນຄວ້າ ໃນລະດັບສາກົນ ກໍໄດ້ທຸ້ມເທສະຕິປັນຍາ, ເຫື່ອແຮງ ເພື່ອຫາຫົນທາງໃນການສ້າງຢາຮັກສາພະຍາດ (COVID-19) ຢ່າງບໍ່ຢຸດຢ່ອນ, ໂດຍແນໃສ່ມະນຸດສະທຳ ແລະ ຄວາມຜາສຸກຂອງປະຊາຄົມໂລກເປັນຫຼັກ, ດັ່ງທີ່ບັນດາທ່ານຊາບຜ່ານສື່ຕ່າງໆ ກ່ຽວກັບ ຢາຮັກສາພະຍາດ (COVID-19) ຊຶ່ງທາງ ສປ ຈີນ ຮ່ວມກັບ ຍີ່ປຸ່ນໃນການຜະລິດຢາ ໂດຍນໍາໃຊ້ຢາຕ້ານໄຂ້ຫວັດ ທີ່ເປັນສິດທິບັດຂອງປະເທດຍີ່ປຸ່ນ ກັບຜູ້ປ່ວຍໂລກໂຄວິດ 19 (COVID-19), ຊຶ່ງສາມາດຮັກສາຜູ້ປ່ວຍໄດ້ຢ່າງມີປະສິດທິ ຜົນ,[1] ຊຶ່ງໝາກຜົນຈາກການປະດິດສ້າງທີ່ເກີດຂຶ້ນທັງໝົດນັ້ນ ລ້ວນແລ້ວແຕ່ແມ່ນຊັບສິນທາງປັນຍາທັງໝົດ.
ການຂະຫຍາຍຕົວຂອງພາກອຸດສາຫະກຳ ກໍໃຫ້ເກີດຄວາມຈະເລີນເຕີບໂຕທາງດ້ານເສດຖະກິດ ທີ່ກ້າວກະໂດດໃນພູມມິພາກຕ່າງໆ ທົ່ວໂລກ ແຕ່ການຈະເລີນເຕີບໂຕດັ່ງກ່າວ ບາງຄັ້ງໄດ້ນຳໄປສູ່ຄວາມເສຍຫາຍຂອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເກີດບັນຫາມົນລະພາວະເປັນພິດໃນດ້ານຕ່າງໆ ທັງທາງນໍ້າ, ອາກາດ ແລະ ດິນ, ຊຶ່ງສິ່ງເຫຼົ່ານີ້ ນັບມື້ທະວີຮຸນແຮງຂຶ້ນ ແລະ ສົ່ງຜົນຕໍ່ປະຊາຄົມໂລກ ທັງດ້ານເສດຖະກິດ ແລະ ສັງຄົມຢ່າງຫຼີກລ້ຽງບໍ່ໄດ້. ສະນັ້ນ, ການເພີ່ມທະວີ ແລະ ການແກ້ໄຂບັນຫາທາງດ້ານສິ່ງແວດລ້ອມ ທີ່ຄວບຄູ່ໄປກັບ ການພັດທະນາເສດຖະກິດ ໂດຍສະເພາະອຸດສາຫະກຳ, ການຜະລິດ, ລວມທັງຄວາມຕ້ອງການເພີ່ມຂຶ້ນຂອງການບໍລິໂພກສີຂຽວ ຈຶ່ງມີຄວາມສຳຄັນ.
ຕໍ່ກັບບັນຫາດັ່ງກ່າວຂ້າງເທິງນັ້ນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ກຳນົດຄາດໝາຍລະດັບຊາດ ກ່ຽວກັບ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ 5 ປີ (2016-2020) ຊຶ່ງລັດຖະບານໄດ້ກຳນົດຄາດໝາຍພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 5 ປີ ຄັ້ງທີ VIII, ເນັ້ນໜັກໃຫ້ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍ “ສຸມໃສ່ການສົ່ງເສີມການປະດິດສ້າງ ແລະ ການນໍາໃຊ້ ວິທະຍາສາດ-ເຕັກໂນໂລຊີ ເພື່ອໃຫ້ກາຍເປັນປັດໄຈສໍາຄັນໃນການຂະຫຍາຍກຳລັງການຜະລິດ”, ໄດ້ນໍາແຜນວຽກຈຸດສຸມຂອງແຜນພັດທະນາເສດຖະກິດສັງຄົມ ຕາມທິດສີຂຽວແບບຍືນຍົງ ເຂົ້າໃນແຜນພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ 5 ປີ (2021-2025).
ແລະ 1 ໃນ 6 ແຜນງານໃຫຍ່ຂອງແຜນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີຂອງກະຊວງ ໂດຍສະເພາະ ແຜນວຽກຈຸດສຸມທີ 4 ທີ່ຄົ້ນຄວ້ານຳໃຊ້ ແລະ ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຊຸກຍູ້ການພັດທະນາທາງດ້ານເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາສິິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ, ທີ່ດຳເນີນຢູ່ນັ້ນ ກໍມີຫຼາຍອັນພົ້ນເດັ່ນ ເປັນຕົ້ນແມ່ນ ໄດ້ຊຸກຍູ້ສົ່ງເສີມການຄົ້ນຄວ້າພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໂດຍນຳໃຊ້ກອງທຶນພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ ລວມທັງໝົດ ມີຈຳນວນ 104 ໂຄງການ, ຊຶ່ງບັນດາໂຄງການຄົ້ນຄວ້າເຫຼົ່ານັັ້ນ ປະກອບມີຫຼາຍຂະແໜງ ການຈາກສູນກາງ ຈໍານວນ 65 ໂຄງການ ມູນຄ່າ 37,299,600,000 ກີບ (ສາມສີບເຈັດຕື້ສອຍຮ້ອຍເກົ້າສີບເກົ້າລ້ານຫົກແສນກີບຖ້ວນ) ແລະ ຂັັ້ນທ້ອງຖິິ່ນມີຈຳນວນ 24 ໂຄງການ ມູນຄ່າ 5,123,700,000 ກີບ (ຫ້າຕື້ໜຶ່ງຮ້າຍຊາວສາມລ້ານເຈັດແສນກີບຖ້ວນ) ແລະ ບັນດາມະຫາວິທະຍາໄລ 15 ໂຄງການ ມູນຄ່າ 1,576,700,000 ກີບ (ໜຶ່ງຕື້ຫ້າຮ້ອຍເຈັດສີບຫົກລ້ານເຈັດແສນກີບຖ້ວນ). ໃນນັັ້ນ, ມີຫຼາຍໂຄງການທີິ່ພົ້ນເດັັ່ນເປັນຕົ້ນ: ໄດ້ຄົ້ນຄວ້າສຳເລັດພືດເປັນຍາ 20 ກວ່າຊະນິດ ທີິ່ມີສານສາມາດໃຊ້ເປັນຢາໄດ້ ຄົ້ນຄວ້າປັບປຸງຄຸນນະພາບ ແລະ ສະມັດຕະພາບເຂົ້າໄກ່ນ້ອຍແຂວງຊຽງຂວາງ, ຄົ້ນຄວ້າເຄື່ອງຢອດເມັດເຂົ້າ ສໍາລັບນາໂນນ, ຄົ້ນຄວ້າເຄື່ອງອົບແຫ້ງຜະລິດຕະພັນກະສິກຳ ທີິ່ນຳໃຊ້ພະລັງານ ແບບປະສົມປະສານ, ຄົ້ນຄວ້ານໍາໃຊ້ເສັັ້ນໄຍກ້ວຍຜະລິດວັດສະດຸຫຸ້ມຫໍໍ່ສິນຄ້າ, ຄົ້ນຄວ້າເຮືອບິນບໍໍ່ມີຄົນຂັບ, ຄົ້ນຄວ້າສ້າງຫຸ່ນຍົນເກັບກູ້ ແລະ ທຳລາຍລະເບີດ, ຄົ້ນຄວ້າປັບປຸງແນວພັນເຂົ້າຢູ່ ສູນຄົ້ນຄວ້າກະສິກຳທ່າສະໂນ ແຂວງສະຫວັນນະເຂດ ຊຶ່ງສາມາດສ້າງແນວພັນເຂົ້າຊະນິດໃໝ່ໄດ້ 2 ແນວພັນ. ໄດ້ຄົ້ນພົບພືດທີິ່ເປັນຢາ ຊຶິ່ງສາມາສະກັດເປັນຢາຕ້ານເຊື້ອມະເຮັງ ແລະ ຕົ້ນພັນພືດຊະນິດໃໝ່ ແລະ ອື່ນໆ. ຊຶ່ງຖ້າເວົ້າເຖິງການຄົ້ນຄວ້າ, ການປະດິດສ້າງທີ່ກ່າວມາເບື້ອງຕົ້ນນັ້ນ ລ້ວນແລ້ວແຕ່ຕິດພັນກັບຊັບສິນທາງປັນຍາ.
ໃນໄລຍະໜຶ່ງປີທີ່ຜ່ານມາ, ສະເພາະການສົ່ງເສີມຊັບສິນທາງປັນຍາໃນ ສປປ ລາວ ນັ້ນກໍມີທ່າຂະຫຍາຍຕົວ ຫຼັງການສືບຕໍ່ສົ່ງເສີມຢ່າງຕໍ່ເນື່ອງ ກ່ຽວກັບ ພາລະບົດບາດ ແລະ ຄວາມສຳຄັນຂອງວຽກງານຊັບສິນທາງປັນຍາ ເຊັ່ນ: ສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກຳ, ແບບຜັງວົງຈອນລວມ, ເຄື່ອງ ໝາຍການຄ້າ, ຖິ່ນກໍາເນີດ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ພູມປັນຍາພື້ນບ້ານອັນເປັນມູນເຊື້ອ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳແບບຍືນຍົງ, ຊຶ່ງໄດ້ຈັດສຳມະນາສ້າງຄວາມເຂົ້າໃຈຕໍ່ຜູ້ປະກອບການ, ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດ, ຊຶ່ງໄດ້ລົງຕິດຕາມສະພາບຕົວຈິງ ຂອງຜະລິດຕະພັນທີ່ມີທ່າແຮງໃນບັນດາແຂວງທົ່ວປະເທດ. ປະຈຸບັນໄດ້ສຳເລັດການກະກຽມຈົດທະບຽນຖິ່ນກຳເນີດ ໄດ້ຍື່ນຂໍຈົດທະບຽນສິນຄ້າຖິ່ນກຳເນີດຄື: ຊາປາກຊ່ອງ ຂອງແຂວງຈຳປາສັກ, ຊາກໍແມນ ຂອງແຂວງຜົ້ງສາລີ, ຜ້າໄໝຫຼວງພະບາງ ຂອງແຂວງຫຼວງພະບາງ ແລະ ຜ້າໄໝຫົວພັນ ຂອງແຂວງຫົວພັນ. ນັ້ນກໍເປັນການຊຸກຍູ້ສົ່ງເສີມ ໂດຍນໍາໃຊ້ຊັບພະຍາກອນທຳມະຊາດ ເພື່ອສືບຕໍ່ຜັນຂະຫຍາຍການພັດທະນາຕາມທິດສີຂຽວແບບຍືນຍົງ ໂດຍການນໍາໃຊ້ຊັບສິນທາງປັນຍາ ເຂົ້າໃນການສົ່ງເສີມໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ອີກດ້ານໜຶ່ງ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ສຳເລັດ ການເຮັດຂໍ້ຕົກລົງວ່າດ້ວຍພັນພືດໃໝ່ ແລະ ໄດ້ເປີດໃຫ້ບໍລິການຈົດທະບຽນພັນພືດໃໝ່ອີກດ້ວຍ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊັບສິນທາງປັນຍາ, ພ້ອມນັ້ນ ກໍເປີດການນຳໃຊ້ລະບົບການເຂົ້າເຖິງຂໍ້ມູນ ກ່ຽວກັບຊັບສິນທາງປັນຍາ (IP portal) ແລະ ກະກຽມຄວາມພ້ອມ ທີ່ຈະເປີດໃຫ້ບໍລິການຮັບຄຳຮ້ອງຜ່ານທາງອອນລາຍ, ຊຶ່ງຈະເປັນໜຶ່ງທາງເລືອກທີ່ຊ່ວຍເຮັດໃຫ້ຜູ້ປະກອບການ ສະດວກແກ່ການເຂົ້າເຖິງຂໍ້ມູນ ແລະ ຍື່ນຄໍາຮ້ອງຂໍຈົດທະບຽນໄດ້.
ວຽກງານຊັບສິນທາງປັນຍາ ເປັນວຽກງານທີ່ສໍາຄັນໃນການພັດທະນາເສດຖະກິດສັງຄົມ ແລະ ວັດທະນະທໍາແບບຍືນຍົງຂອງປະເທດເຮົາ ຈຶ່ງໄດ້ເຜີຍແຜ່ວັນສໍາຄັນດັ່ງກ່າວໃຫ້ມວນຊົນໄດ້ຮັບຊາບ.
ໃນໂອກາດນີ້, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂໍເຊີນຊວນມາຍັງບັນດາເຍົາວະຊົນ, ນັກສຶກສາ, ນັກຄົ້ນຄວ້າ, ນັກວິທະຍາສາດ, ນັກປະດິດສ້າງ, ນັກປະດິດຄິດແຕ່ງ ແລະ ຜູ້ທີ່ເປັນເຈົ້າຂອງຊັບສິນທາງປັນຍາ, ຜູ້ປະກອບການ ນັກທຸລະກິດ ພໍ່ຄ້າຊາວຂາຍທີ່ມີຄວາມສາມາດ ສັກກະຍະພາບສະເພາະໃນຕົວ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມກັບພວກເຮົາ ໃນການຄົ້ນຫາບົດບາດຂອງນະວັດຕະກຳ ແລະ ສິດຂອງຊັບສິນທາງປັນຍາ ໃນການສ້າງນະວັດຕະກຳ ເພື່ອອະນາຄົດສີຂຽວ.
[1] https://thestandard.co/chinese-researchers-found-avigan-virus-of-japanese-could-cure-coronavirus/