DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ທາບທາມຄຳຄິດເຫັນໃສ່ ຮ່າງຂໍ້ຕົກລົງ ວ່າດ້ວຍເຄື່ອງໝາຍການຄ້າ ແລະ ຊື່ການຄ້າ

ໃນວັນທີ 06  ມິຖຸນາ 2022 ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 3, ຂອງກະຊວງອຸດສາຫະກຳ ແລະ ການຄ້າ, ກົມຊັບສິນທາງປັນຍາ ໄດ້ຈັດກອງປະຊຸມ ປະກອບຄໍາເຫັນໃສ່ ຮ່າງຂໍ້ຕົກລົງ ວ່າດ້ວຍເຄື່ອງໝາຍການຄ້າ ແລະ ຊື່ການຄ້າ, ພາຍໃຕ້ການເປັນປະທານຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ.

ໃນກອງປະຊຸມຄັ້ງນີ້ ມີທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ, ຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ ແລະ ພະນັກງານຫຼັກແຫຼ່ງພາຍໃນ ກົມຊັບສິນທາງປັນຍາ ເຂົ້າຮ່ວມ.

ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ໄດ້ກ່າວຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ວ່າ: ເພື່ອທາບທາມຄໍາຄິດເຫັນຈາກບັນດາຜູ້ເຂົ້າຮ່ວມໃສ່ໃນ ຮ່າງຂໍ້ຕົກລົງ ວ່າດ້ວຍເຄື່ອງໝາຍການຄ້າ ແລະ ຊື່ການຄ້າ, ທີ່ກົມຊັບສິນທາງປັນຍາໄດ້ປັບປຸງຄືນໃໝ່ ໃນໄລຍະຜ່ານມາທາງກົມຊັບສິນທາງປັນຍາ ກໍໄດ້ຈັດກອງປະຊຸມ ຜ່ານເນື້ອໃນຮ່ວມກັບ ບັນດາກົມພາຍໃນກະຊວງ ແລະ ໄດ້ຮັບການເຫັນດີເປັນເອກະພາບນຳກັນ.

ເນື້ອໃນຫຼັກຂອງ ຮ່າງຂໍ້ຕົກລົງ ວ່າດ້ວຍເຄື່ອງໝາຍການຄ້າ ແລະ ຊື່ການຄ້າ ແມ່ນໄດ້ກໍານົດຫຼັກການ ແລະ ລະບຽບການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ເຄື່ອງໝາຍການຄ້າ ແລະ ຊື່ການຄ້າ, ເປັນຕົ້ນ ການຈົດທະບຽນ, ການດຳເນີນການຫຼັງການຈົດທະບຽນ, ການເປັນຜູ້ຕາງໜ້າ, ການທົບທວນຄືນທາງດ້ານບໍລິຫານ ແລະ ອົງການຄຸ້ມຄອງວຽກງານ ເຄື່ອງໝາຍການຄ້າ ແລະ ຊື່ການຄ້າ, ເພື່ອແນໃສ່ການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ກ່ຽວກັບເຄື່ອງໝາຍການຄ້າ ແລະ ຊື່ການຄ້າ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ທ່ານ ກ່າວຕື່ມອີກວ່າ: ໃນຮ່າງຂໍ້ຕົກລົງ ວ່າດ້ວຍເຄື່ອງໝາຍການຄ້າ ແລະ ຊື່ການຄ້າ ແມ່ນປະກອບດ້ວຍ 7 ໝວດ, 40 ມາດຕາ; ໝວດທີ 1 ບົດບັນຍັດທົ່ວໄປ ປະກອບມີ 3 ມາດຕາ; ໝວດທີ 2 ການຈົດທະບຽນເຄື່ອງໝາຍການຄ້າ ປະກອບມີ 20 ມາດຕາ; ໝວດທີ 3 ການດຳເນີນການ ຫຼັງ​ການຈົດທະບຽນເຄື່ອງໝາຍການຄ້າ ປະກອບມີ 8 ມາດຕາ; ໝວດ​ທີ 4 ການເປັນຜູ້​ຕາງ​ໜ້າໃນການຈົດທະບຽນເຄື່ອງໝາຍການຄ້າ ແລະ ດໍາເນີນການອື່ນປະກອບມີ 2 ມາດຕາ; ໝວດທີ 5 ການສ້າງສໍານວນເອກະສານຂຶ້ນໃໝ່ ປະກອບມີ 2 ມາດຕາ; ໝວດ​ທີ 6 ການຄຸ້ມຄອງ ວຽກງານເຄື່ອງໝາຍການຄ້າ ແລະ ຊື່ການຄ້າ ປະກອບມີ 3 ມາດຕາ ແລະ ໝວດທີ 7 ບັນຍັດສຸດທ້າຍ ປະກອບມີ 2 ມາດຕາ.

ໃນຕອນບ່າຍຂອງວັນດຽວກັນ, ກົມຊັບສິນທາງປັນຍາ ກໍໄດ້ສືບຕໍ່ ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍເຄື່ອງໝາຍການຄ້າ ແລະ ຊື່ການຄ້າ, ສໍາລັບພາກທຸລະກິດ ເພື່ອຮັບຟັງຄຳເຫັນ ຫຼື ຄຳແນະນໍາ ຈາກບັນດາທ່ານຜູ້ເຂົ້າຮ່ວມ ຕໍ່ຮ່າງຂໍ້ຕົກລົງສະບັບນີ້ ເພື່ອເຮັດໃຫ້ຮ່າງດັ່ງກ່າວ ມີເນື້ອໃນທີ່ຄົບຖ້ວນສົມບູນຂຶ້ນຕື່ມ ອີກດ້ວຍ.

ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ