DIP: 021 213470-148 | IP Service Center: 021 218710

Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ທາບທາມຄຳເຫັນ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍ ການອະນຸຍາດດຳເນີນທຸລະກິດ ບໍລິການຈົດທະບຽນຊັບສິນທາງປັນຍາ

ໃນວັນທີ 03 ສິງຫາ 2022, ທີ່ຫ້ອງປະຊຸມຊັ້ນ 4, ຂອງກົມຊັບສິນທາງປັນຍາ, ໄດ້ຈັດກອງປະຊຸມ ທາບທາມຄຳເຫັນໃສ່ ຮ່າງຂໍ້ຕົກລົງວ່າດ້ວຍ ການອະນຸຍາດດໍາເນີນທຸລະກິດບໍລິການຈົດທະບຽນຊັບສິນທາງປັນຍາ, ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ.

ໃນກອງປະຊຸມຄັ້ງນີ້ ມີທ່ານ ມາຄະ ຈັນທະລາ, ຮອງຫົວໜ້າ ກົມຊັບສິນທາງປັນຍາ, ມີບັນດາຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ, ພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ, ບັນດາຜູ້ຕາງໜ້າຈາກ ກະຊວງທີ່ກ່ຽວຂ້ອງ ແລະ ພະນັກງານຂອງ ກົມຊັບສິນທາງປັນຍາ ເຂົ້າຮ່ວມ.

ທ່ານ ສັນຕິສຸກ ພູນສະຫວັດ, ໄດ້ໃຫ້ກຽດກ່າວເປີດກອງປະຊຸມໃນຄັ້ງນີ້ວ່າ: ຈຸດປະສົງແມ່ນເພື່ອເປີດກວ້າງໃຫ້ບັນດາຜູ້ເຂົ້າຮ່ວມ ໄດ້ປະກອບຄໍາຄິດເຫັນໃສ່ໃນ ຮ່າງຂໍ້ຕົກລົງ ວ່າດ້ວຍການອະນຸຍາດດຳເນີນທຸລະກິດບໍລິການຈົດທະບຽນຊັບສິນທາງປັນຍາ ທີ່ກົມ ໄດ້ຮ່າງຂຶ້ນມາໃໝ່ນີ້, ເພື່ອເຮັດໃຫ້ຮ່າງຂໍ້ຕົກລົງສະບັບນີ້ ມີເນື້ອໃນທີ່ຄົບຖ້ວນ ແລະ ມີຄວາມສົມບູນຂຶ້ນຕື່ມ.

ໃນໄລຍະຜ່ານມາ ກົມຊັບສິນທາງປັນຍາ ກໍໄດ້ຈັດກອງປະຊຸມ ຜ່ານເນື້ອໃນພາຍໃນກົມຫຼາຍຄັ້ງ ແລະ ໄດ້ຮັບການເຫັນດີເປັນເອກະພາບນຳກັນ ແລະ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບບົດບາດຄວາມສຳຄັນຂອງວຽກງານດັ່ງກ່າວ ໃນການອະນຸຍາດດຳເນີນທຸລະກິດບໍລິການຈົດທະບຽນຊັບສິນທາງປັນຍາ ໃນ ສປປ ລາວ.

ສຳລັບ ເນື້ອໃນຫຼັກຂອງ ຮ່າງຂໍ້ຕົກລົງນີ້ ແມ່ນໄດ້ ກໍານົດຫຼັກການ, ລະບຽບການ ກ່ຽວກັບ ການຄຸ້ມຄອງ ການດໍາເນີນທຸລະກິດບໍລິການຈົດທະບຽນຊັບສິນທາງປັນຍາ ເປັນຕົ້ນ ແມ່ນການກຳນົດມາດຖານ, ເງື່ອນໄຂ, ຂັ້ນຕອນການຂໍອະນຸຍາດດຳເນີນທຸລະກິດ, ການບໍລິການຈົດທະບຽນຊັບສິນທາງປັນຍາ ແນໃສ່ເພື່ອຈັດຕັ້ງປະຕິ ບັດກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ແລະ ກົດໝາຍ ວ່າດ້ວຍວິສາຫະກິດ ກ່ຽວກັບ ການບໍລິການຈົດທະບຽນຊັບສິນທາງປັນຍາ ໃຫ້ເປັນເອກະພາບໃນທົ່ວປະເທດ.

ທ່ານຍັງໄດ້ກ່າວຕື່ມອີກ ວ່າ: ຜ່ານມາການອະນຸຍາດດຳເນີນທຸລະກິດ ບໍລິການຈົດທະ ບຽນຊັບສິນທາງປັນຍາ ແມ່ນໄດ້ອີງໃສ່ຫຼັກການ ລວມຂອງກົດໝາຍ ວ່າດ້ວຍວິສາຫະກິດ ແລະ ກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ຊຶ່ງປັດຈຸບັນ ກົມຊັບສິນທາງປັນຍາ ກໍໄດ້ອອກໃບອະນຸ ຍາດໃຫ້ແກ່ 34 ບໍລິສັດ ທີ່ປຶກສາ ທີ່ມີເງື່ອນໄຂພື້ນຖານໃນການໃຫ້ບໍລິການຈົດທະບຽນຊັບສິນທາງປັນຍາ ເພື່ອດຳເນີນກິດຈະການ. ແຕ່ຜ່ານການຈັດຕັ້ງປະຕິ ບັດຕົວຈິງ ເຫັນວ່າວຽກງານດັ່ງກ່າວ ຍັງພົບຄວາມຫຍຸ້ງຍາກ ໂດຍສະເພາະ ແມ່ນຍັງຂາດເງື່ອນໄຂສະເພາະ ໃນການຄຸ້ມຄອງ ບໍລິສັດ ໃຫ້ການບໍລິການຈົດທະບຽນຊັບສິນທາງປັນຍາ.

ສະນັ້ນ, ກົມຊັບສິນທາງປັນຍາ ຈຶ່ງໄດ້ຮ່າງຂໍ້ຕົກລົງສະບັບນີ້ຂຶ້ນມາ ເພື່ອຄົ້ນຄວ້າຂໍ້ມູນໃນການອະນຸຍາດດຳເນີນກິດຈະການຕ່າງໆ ທີ່ໃກ້ຄຽງເປັນຕົ້ນ ການອະນຸຍາດດຳນເນີນກິດຈະການບໍລິການອິນເຕີເນັດ, ການບໍລິການທີ່ປຶກສາ ແລະ ຝຶກອົບຮົມດ້ານໄອຊີທີ. ນອກນັ້ນ, ກໍໄດ້ເບິ່ງບົດຮຽນຂອງປະເທດໃກ້ຄຽງເປັນຕົ້ນ ສສ ຫວຽດນາມ, ໄທ, ສິງກະໂປ, ມາເລເຊຍ ແລະ ອື່ນໆ.

ພ້ອມດຽວກັນນັ້ນ, ເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ການບໍລິການ ຈົດທະບຽນຊັບສິນທາງປັນຍາ ມີຄຸນນະພາບ ແລະ ເປັນການຊຸກຍູ້ສົ່ງເສີມໃຫ້ເກີດມີຄວາມຄິດສ້າງສັນ, ມີການຄົ້ນຄວ້າ, ມີນະວັດຕະກຳໃຫ້ຫຼາຍຂຶ້ນ, ເພື່ອມາຮັບໃຊ້ສັງຄົມ, ໃຫ້ກາຍເປັນສິນຄ້າ, ການບໍລິການ ແລະ ສ້າງວຽກເຮັດງານທໍາ, ສ້າງລາຍຮັບໃຫ້ແກ່ປະຊາຊົນ ພ້ອມທັງເປັນການດຶງດູດການລົງທຶນໃນອຸດສາຫະກຳຕ່າງໆ ຈາກພາກພື້ນ ແລະ ສາກົນ, ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນອະນາຄົດອັນໃກ້ນີ້.

ຂ່າວ ແລະ ຮູບພາບ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ

ຂໍ້ມູນຈາກ: ພະແນກນະໂຍບາຍ ແລະ ພົວພັນຕ່າງປະເທດ

ທາບທາມຄຳເຫັນ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍ ການອະນຸຍາດດຳເນີນທຸລະກິດ ບໍລິການຈົດທະບຽນຊັບສິນທາງປັນຍາ ທາບທາມຄຳເຫັນ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍ ການອະນຸຍາດດຳເນີນທຸລະກິດ ບໍລິການຈົດທະບຽນຊັບສິນທາງປັນຍາ ທາບທາມຄຳເຫັນ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍ ການອະນຸຍາດດຳເນີນທຸລະກິດ ບໍລິການຈົດທະບຽນຊັບສິນທາງປັນຍາ ທາບທາມຄຳເຫັນ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍ ການອະນຸຍາດດຳເນີນທຸລະກິດ ບໍລິການຈົດທະບຽນຊັບສິນທາງປັນຍາທາບທາມຄຳເຫັນ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍ ການອະນຸຍາດດຳເນີນທຸລະກິດ ບໍລິການຈົດທະບຽນຊັບສິນທາງປັນຍາ ທາບທາມຄຳເຫັນ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍ ການອະນຸຍາດດຳເນີນທຸລະກິດ ບໍລິການຈົດທະບຽນຊັບສິນທາງປັນຍາທາບທາມຄຳເຫັນ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍ ການອະນຸຍາດດຳເນີນທຸລະກິດ ບໍລິການຈົດທະບຽນຊັບສິນທາງປັນຍາ ທາບທາມຄຳເຫັນ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍ ການອະນຸຍາດດຳເນີນທຸລະກິດ ບໍລິການຈົດທະບຽນຊັບສິນທາງປັນຍາ  ທາບທາມຄຳເຫັນ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍ ການອະນຸຍາດດຳເນີນທຸລະກິດ ບໍລິການຈົດທະບຽນຊັບສິນທາງປັນຍາ