ໃນຕອນເຊົ້າຂອງວັນທີ 01 ມີນາ 2022 ຜ່ານມາ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ ແລະ ພົບປະ ທ່ານ ສົມຈິດ ຈັນທະວົງ, ຮອງເຈົ້າແຂວງ, ແຂວງໄຊຍະບູລີ, ທີ່ຫ້ອງຮັບແຂກ ສຳນັກງານປົກຄອງ ແຂວງ ໄຊຍບູລີ.
ທ່ານ ຮອງລັດຖະມົນຕີ ອຄ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ຮອງເຈົ້າແຂວງ ທີ່ໄດ້ ສະຫຼະເວລາອັນມີຄ່າຕ້ອນຮັບ ທ່ານ ແລະ ຄະນະໃນຄັ້ງນີ້, ພ້ອມນັ້ນ ທ່ານ ກໍໄດ້ກ່າວເຖິງຈຸດປະສົງຂອງການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ຕໍ່ທ່ານ ຮອງເຈົ້າແຂວງ ຊາບວ່າ: ແມ່ນເພື່ອມາເຜີຍແຜ່ ການແບ່ງຂັ້ນຄຸ້ມຄອງວຽກງານຊັບສິນທາງປັນຍາ ແລະ ຝຶກອົບຮົມ ການຮັບຄໍາຮ້ອງແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ການແຈ້ງຂໍໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີແກ້ໄຂຂໍໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ແລະ ເພື່ອຊຸກຍູ້ສົ່ງເສີມວຽກງານອຸດສາຫະກຳ ແລະ ການຄ້າ ໂດຍສະເພາະ ຂະແໜງຊັບສິນທາງປັນຍາ ແນ່ໃສ່ສ້າງຄວາມເຂົ້າໃຈ ແລະ ຄວາມເຂັ້ມແຂງທາງດ້ານວິຊາການ ແກ່ພະນັກງານຂັ້ນທ້ອງຖິ່ນ, ຜູ້ປະກອບການຂະໜາດນ້ອຍ ແລະ ກາງ ແລະ ນັກທຸລະກິດ ເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ກໍຄື ການນຳໃຊ້ຊັບສິນທາງປັນຍາ ເພື່ອປົກປ້ອງພູມປັນຍາ ໃນການປະດິດສ້າງ ແລະ ປະດິດຄິດແຕ່ງ ທັງເປັນການປົກປ້ອງຜົນປະໂຫຍດຂອງຕົນ ເຂົ້າໃນການສ້າງມູນຄ່າເພີ່ມຂອງສິນຄ້າ ແລະ ສາມາດແຂ່ງຂັນໃນຕະຫຼາດໄດ້.
ພ້ອມນັ້ນ ກໍໄດ້ປຶກສາຫາລືກ່ຽວກັບ ການນຳໃຊ້ຊັບສິນທາງປັນຍາ ເພື່ອປົກປ້ອງພູມປັນຍາ ໃນການປະດິດສ້າງ ເຊິ່ງເຫັນວ່າ ຢູ່ແຂວງໄຊຍະບູລີ ມີຜູ້ປະກອບການຫຼາຍຂະແໜງ ເຊັ່ນ: ສິ່ງປະດິດ, ການອອກແບບ ທ່ີເປັນເຄື່ອງຈັກ ບົດ, ແກະ, ປອກ ສາລີ, ມັນຕົ້ນ ແລະ ອື່ນໆ ເຊິ່ງວຽກງານເຫຼົ່ານີ້ ລ້ວນແຕ່ມີຄວາມຈໍາເປັນຕ້ອງໄດ້ຮັບການປົກປ້ອງສິດຊັບສິນທາງປັນຍາ ໃຫ້ແກ່ຜູ້ປະດິດ ແລະ ຜູ້ອອກແບບ. ໃນນີ້, ວຽກງານຊັບສິນທາງປັນຍາ ມີວຽກໜຶ່ງທີ່ສໍາຄັນ ແມ່ນຕິດພັນກັບກາໝາຍຖິ່ນກໍາເນີດ ຊຶ່ງເຫັນວ່າ ແຂວງໄຊຍະບູລີ ມີທ່າແຮງສູງໃນເລື່ອງຜະລິດຕະພັນສະເພາະຂອງຊຸມຊົນ ແລະ ທ້ອງຖິ່ນ ຊຶ່ງຕິດພັນກັບຮີດຄອງປະເພນີ ແລະ ວັດທະນະທໍາສະເພາະຂອງເຂດ. ໂດຍສະເພາະ ແມ່ນຜະລິດຕະພັນພື້ນເມືອງທີ່ເປັນບູລິມະສິດ ໃນການສົ່ງເສີມໃຫ້ເປັນສິນຄ້າ ແລະ ເປັນໄປໄດ້ໃນການຈົດທະບຽນກາໝາຍຖິ່ນກໍາເນີດ. ເພື່ອຮັບການປົກປ້ອງເປັນຜະລິດຕະພັນໜຶ່ງດຽວໃນໂລກ ແລະ ເປັນການສ້າງມູນຄ່າເພີ່ມໃຫ້ແກ່ສິນຄ້າ. ພ້ອມນັ້ນ ກໍໄດ້ປຶກສາຫາກ່ຽວກັບບັນຫາການລະເມີດ ອະນຸສິດທິບັດ ແລະ ແບບອຸດສາຫະກໍາ ຂອງລົດອີແຕ໋ນຊິ້ງ ເຊິ່ງຕິດພັນກັບ ແຂວງໄຊຍະບູລີ ແລະ ແຂວງວຽງຈັນ ອີກດ້ວຍ.
ໂອກາດນີ້, ທ່ານ ຮອງເຈົ້າແຂວງ, ແຂວງ ໄຊຍະບູລີ, ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານຮອງລັດຖະມົນຕີ ແລະ ຄະນະ, ສະແດງຄວາມຂອບໃຈມາຍັງ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ເປັນຫ່ວງເປັນໄຍໃນການຊຸກຍູ້-ສົ່ງເສີມ ວຽກງານອຸດສາຫະກຳ ແລະ ການຄ້າ ແຂວງໄຊຍະບູລີ ໂດຍສະເພາະ ຂະແໜງຊັບສິນທາງປັນຍາ ຕະຫຼອດມາ. ທ່ານ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ແຂວງໄຊຍະບູລີ ກໍໄດ້ມີການເຄື່ອນໄຫວຈັດຕັ້ງປະຕິບັດ ໃນໂຄງການ ໜຶ່ງເມືອງ ໜຶ່ງຜະລິດຕະພັນ, ໜຶ່ງບ້ານ ໜຶ່ງຜະລິດຕະພັນ ແລະ ການສົ່ງເສີມພູມປັນຍາທ້ອງຖິ່ນ ຂອງປະຊາຊົນ, ດັ່ງນັ້ນ ການມາເຄື່ອນໄຫວເຮັດວຽກຂອງ ຄະນະກະຊວງໃນຄັ້ງນີ້, ຈຶ່ງເປັນຂີດໝາຍອັນສຳຄັນໃນການຊຸກຍູ້-ສົ່ງເສີມ ແລະ ທໍາຄວາມເຂົ້າໃຈ ເຖິງຄວາມໝາຍຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ວ່າ ຈະມີການປົກປ້ອງຄືແນວໃດ ?, ການເຂົ້າເຖິງວຽງການຊັບສິນທາງປັນຍາ ໃນການປົກປ້ອງພູມປັນຍາ, ສິດ ແລະ ຜົນປະໂຫຍດອັນຊອບທຳຄືແນວໃດ ?. ເຊິ່ງແຂວງໄຊຍະບູລີ ແມ່ນແຂວງໜຶ່ງທີ່ມີຫຼາຍຂົງເຂດວຽກງານທີ່ຕິດພັນກັບຊັບສິນທາງປັນຍາ ເປັນຕົ້ນແມ່ນ: ຂົງເຂດກະສິກຳ, ຂົງເຂດອຸດສາຫະກຳ, ຂົງເຂດວັດທະນະທຳ-ສັງຄົມ. ດັ່ງນັ້ນ ການເປີດກວ້າງຊັບສິນທາງປັນຍາ ຈະເປັນການຊຸກຍູ້-ສົ່ງເສີມໃຫ້ແກ່ສັງຄົມ ເຫັນໄດ້ຄວາມສຳຄັນໃນການປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງຕົນຫຼາຍຂຶ້ນ.
ພ້ອມດຽວກັນນັ້ນ, ທ່ານ ຮອງເຈົ້າແຂວງ, ແຂວງໄຊຍະບູລີ, ກໍໄດ້ອວຍພອນໄຊແກ່ ທ່ານ ຮອງລັດຖະມົນຕີ ອຄ ພ້ອມດ້ວຍຄະນະ ໃນໂອກາດທີ່ ທ່ານ ແລະ ຄະນະ ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊຍະບູລີ, ຈົ່ງປະສົບຜົນສຳເລັດຕະຫຼອດໄລຍະເວລາການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຂອງທ່ານ.
ຮູບພາບ ແລະ ບົດຂ່າວ: ພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ