DIP: 021 213470-148 | IP Service Center: 021 218710

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

ທ່ານ ຮອງລັດຖະມົນຕີ ກວຕ ຊຸກຍູ້ວຽກງານຊັບສິນທາງປັນຍາ ໃຫ້ແກ່ ພວຕ ແຂວງເຊກອງ

ໃນຕອນແລງຂອງວັນທີ 13 ກຸມພາ 2020 ທີ່ຫ້ອງປະຊຸມ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ແຂວງເຊກອງ, ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດກອງປະຊຸມພົບປະກັບ ພະນັກງານ-ລັດຖະກອນ ຂອງ ພວຕ ແຂວງເພື່ອຊຸກຍູ້ວຽກງານຊັບສິນທາງປັນຍາ ແລະ ສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ພະນັກງານທ້ອງຖິ່ນ ໂດຍໃຫ້ກຽກເປັນປະທານຂອງ ທ່ານ ປອ. ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີ ກວຕ.

ທ່ານ ວຽງໄຊ ວໍລະສິງ, ຮອງຫົວໜ້າ ພວຕ ແຂວງເຊກອງ ໄດ້ລາຍງານການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານຂອງ ພວຕ ແຂວງເຊກອງ ໃນໄລຍະຜ່ານມາ ແລະ ສະເໜີທິດທາງ ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າ ໃຫ້ທີ່ປະຊຸມຮັບຊາບ.

ໂອກາດນີ້, ທ່ານ ຮອງລັດຖະມົນຕີ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ຊື່ງທ່ານ ໄດ້ຍ້ອງຍໍ ແລະ ຊົມເຊີຍຕໍ່ຜົນງານທີ່ ພວຕ ແຂວງເຊກອງ ປະຕິບັດໄດ້ໃນໄລຍະຜ່ານມາ. ທ່ານ ຮອງລັດຖະມົມຕີ ໄດ້ເນັ້ນໃຫ້ພະແນກເອົາໃຈໃສ່ຕໍ່ການປະສານງານ ກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເພື່ອນຳເອົາວຽງານວິທະຍາສາດ ແລະ ເຕັກໂນໂລຊີ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ, ເອົາໃຈໃສ່ໃນການສ້າງຊັບພະຍາກອນມະນຸດ, ສ້າງຄວາມເຂັ້ມແຂງທາງດ້ານວິຊາການ, ປັບປຸງລະບົບການຄຸ້ມຄອງ ເຊັ່ນ: ການປັບປຸງນິຕິກຳ, ການປັບປຸງກົງຈັກການຈັດຕັ້ງ, ການປັບປຸງບຸກຄະລາກອນ ແລະ ປັບປຸງແບບແຜນວິທີເຮັດວຽກ, ເອົາໃຈໃສ່ຕໍ່ການຄົ້ນຫາແຫຼ່ງລາຍຮັບ ເພື່ອມອບເຂົ້າງົບປະມານຂອງລັດ, ຄົ້ນຄວ້າ ແລະ ສ້າງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການແບ່ງຄວາມຮັບຜິດຊອບ, ໂດຍສະເພາະ ການແບ່ງຂັ້ນການຄຸ້ມຄອງໃຫ້ມີຄວາມເປັນເອກະພາບ, ສ້າງຄວາມສາມັກຄີ ບົນພື້ນຖານການຊີ້ນຳ-ນຳພາຂອງພັກ.

ທ່ານ ຮອງລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ພະນັກງານວິຊາການໃນຂະແໜງຊັບສິນທາງປັນຍາ, ພວຕ ແຂວງດັ່ງກ່າວ ສຸມ​ສະ​ຕິ​ປັນ​ຍາ​ ​ນໍາ​ເອົາ​ບົດ​ຮຽນ​ຈາກ​ບັນ​ດາ​ນັກ​ວິ​ທະ​ຍາ​ກອນເພື່ອ​ນຳ​ມາ​ໝູນ​ໃຊ້ເຂົ້າໃນວຽກ​ງານຕົວຈິງຂອງຕົນ ແລະ ເພື່ອປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງແຂວງ ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ​.

ກອງ​ປະ​ຊຸມພົບປະກັບ ພວຕ ແຂວງ​ຄັ້ງນີ້, ຜູ້ເຂົ້າຮ່ວມ​ ​ໄດ້​​ຮັບ​ຟັງ​ການບັນຍາຍຈາກວິທະຍາກອນທີ່ມາຈາກສູນກາງໃນຫົວຂໍ້ຕ່າງໆ ເຊັນ: ການຮັບ ແລະ ຈັດສົ່ງຄຳຮ້ອງຂໍຈົດທະບຽນ ແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ຂໍແຈ້ງຂໍ້ມູນລິຂະສິດ ແລະ ສິດທີ່ກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີຂໍແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ.

ເຂົ້າຮ່ວມກອງປະຊຸມພົບປະຄັ້ງນີ້ ມີທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ ພ້ອມດ້ວຍ ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖີ່ນ.

ພາຍຫຼັງກອງປະຊຸມພົບປະ, ທ່ານ ຮອງລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມຄອບຄົວຜູ້ຜະລິດເຫຼົ້າໂສມກາດອກຮັກ ທີ່ບ້ານໃໝ່ຫົວເມືອງ, ເມືອງລະມານ, ແຂວງເຊກອງ ອີກດ້ວຍ.