DIP: 021 213470-148 | IP Service Center: 021 218710

Header 1

ກົມຊັບສິນທາງປັນຍາ

ກະຊວງອຸດສາຫະກຳ ແລະ ການຄ້າ

Header 1

ບໍລິສັດ ທີລີກີ ແອນ ກີບບິນລາວ ມອບ ຄອມພິວເຕີ ໃຫ້ແກ່ ກົມຊັບສິນທາງປັນຍາ

ບໍລິສັດ ທີລີກີ ແອນ ກີບບິນລາວ (Tilleke & Gibbins Lao Co.,Ltd). ເປັນບໍລິສັດຕົວແທນທີ່ ປຶກສາ ແລະ ຈົດທະບຽນຊັບສິນທາງປັນຍາ ຊຶ່ງສ້າງຕັ້ງບໍລິສັດ ໃນ ສປປ ລາວ ໃນວັນທີ 3ກໍລະກົດ 2013 ຊຶ່ງໄດ້ດຳ ເນີນທຸລະກິດກ່ຽວກັບ ການເຄື່ອນໄຫວດ້ານວິຊາການ, ວິທະຍາສາດ ແລະເຕັກນິກ, ໃຫ້ການບໍລິການເປັນທີ່ ປຶກສາ ທາງດ້ານກົດໝາຍ, ການເຄື່ອນໄຫວທາງດ້ານບັນຊີສະຫລຸບ-ສັງລວມ ແລະ ກວດສອບບັນຊີ ບໍລິການ ທີ່ປຶກສາ ດ້ານພາສີອາກອນ ແລະ ການເຄື່ອນໄຫວບໍລິການອື່ນໆ ທີ່ເປັນການສະໜັບສະໜູນທຸລະກິດທີ່ຕ້ອງ ການມາຈົດ ທະບຽນສ້າງຕັ້ງບໍລິສັດໃນ ສປປ ລາວ ໃຫ້ເຈົ້າຂອງຊັບສິນທາງປັນຍາ ທັງຢູ່ພາຍໃນ ແລະ ຕ່າງ ປະເທດ.

ບໍລິສັດ ທີລີກີ ແອນ ກີບບິນລາວ ມອບ ຄອມພິວເຕີ ໃຫ້ແກ່ ກົມຊັບສິນທາງປັນຍາ

ຜ່ານມາ, ບໍລິສັດດັ່ງກ່າວກໍໄດ້ປະກອບສ່ວນ ໃນການສົ່ງເສີມ ແລະ ການປົກປ້ອງຊັບສິນທາງປັນຍາ ຊຶ່ງໃຊ້ທຶນຮອນ ແລະ ນັກວິຊາການຂອງ ບໍລິສັດ ເພື່ອຈັດຕັ້ງກອງປະຊຸມສໍາມະນາວຽກງານຊັບສິນທາງປັນຍາ ຮ່ວມກັບ ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງຈັດຂຶ້ນທີ່ນະຄອນຫລວງວຽງຈັນ 1 ຄັ້ງ ແລະ ແຂວງສະຫວັນນະເຂດ 1 ຄັ້ງ.ນອກນັ້ນ, ຍັງໄດ້ຊ່ວຍເຫຼືອງົບປະມານຈຳນວນໜຶ່ງໃຫ້ ກົມຊັບສິນທາງປັນຍາ ເພື່ອແປ ຂໍ້ຕົກລົງຂອງລັດຖະມົນຕີ ກ່ຽວກັບ ການຈັດຕັ້ງປະຕິບັດກົດໝາຍຊັບສິນທາງປັນຍາ 6 ສະບັບ. ເພື່ອເປັນການສືບຕໍ່ປະກອບສ່ວນ ເຂົ້າໃນວຽກງານດັ່ງກ່າວ, ໃນຕອນແລງຂອງວັນທີ 24 ກຸມພາ 2015, ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງ ກະຊວງວິທະຍາສາດ ແລະ ເຕັດໂນໂລຊີ(ກວຕ), ໄດ້ຈັດພິທີມອບ-ຮັບເຄື່ອງຄອມພິວເຕີ້ພ້ອມອຸປະກອນຄົບຊຸດລະຫວ່າງບໍລິສັດ ທີລີກີ ແອນ ກີບບິນລາວ ແລະ ກົມຊັບສິນທາງປັນຍາ.

ພິທີມອບ-ຮັບໃນຄັ້ງນີ້ ໂດຍແມ່ນ ທ່ານ ນາງ ພອນທິບ ຊ່ວຍໄທສົງ, ຕາງໜ້າບໍລິສັດທີລີກີ ແອນ ກີບບິນລາວ ເປັນຜູ້ມອບ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ດຣ. ຂັນທະລີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ ກວຕ. ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນພິທີຄັ້ງນີ້ມີ ທ່ານ ສັນຍາ ປຣະເສີດ, ຫົວໜ້າຫ້ອງການ ກວຕ; ທ່ານ ນາງ ພິມົນ ປົງກອງແກ້ວ, ອັກຄະລັດຖະທູດ ທີ່ປຶກສາຝ່າຍການຄ້າ ແຫ່ງຣາຊະອານາຈັກໄທ ປະຈຳ ສປປລາວ; ມີບັນ ດາຫົວໜ້າ, ຮອງຫົວໜ້າພະແນກ, ອ້າຍ ເອື້ອຍ ນ້ອງພະນັກງານພາຍໃນກົມ ແລະ ພະນັກງານ ຂອງບໍລິສັດດັ່ງກ່າວກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ບໍລິສັດ ທີລີກີ ແອນ ກີບບິນລາວ ມອບ ຄອມພິວເຕີ ໃຫ້ແກ່ ກົມຊັບສິນທາງປັນຍາ

ເຄື່ອງທີ່ນຳມາມອບໃນຄັ້ງມີປະກອບມີ: ຄອມພິວເຕີ 01 ຊຸດແລະ Printer 01 ຊຸດ ລວມມູນຄ່າ 13 ລ້ານກີບ ເພື່ອປະກອບສ່ວນໃນການອໍານວຍຄວາມ ສະດວກ ໃຫ້ແກ່ການປະຕິບັດວຽກງານຂອງ ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.