“ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດກອງປະຊຸມເປີດກວ້າງ ພາຍໃນ
ກວຕ ເພື່ອປະກອບຄໍາຄິດເຫັນໃສ່ຮ່າງຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍຊັບສິນທາງປັນຍາ ກ່ຽວກັບເຄື່ອງໝາຍການຄ້າ ແລະ ຊື່ສິນຄ້າ ໃນວັນທີ 21 ກັນຍາ 2018 ພາຍໃຕ້ການເປັນປະທານ ຂອງ ທ່ານ ປອ. ສຸຣິອຸດົງ ສຸນດາຣາ, ຮອງລັດຖະມົນຕີ ກວຕ.
ທ່ານ ປະທານ ກ່າວວ່າ: ພາຍຫຼັງກອງປະຊຸມມື້ນີ້ ຈະມີກອງປະຊຸມເປີດກວ້າງ ເພື່ອຖາມຫຼາຍພາກສ່ວນ ຈາກພາຍນອກຕື່ມອີກ. ພວກເຮົາ ພະຍາຍາມຫຼີກເວັ້ນ ຫາງສຽງຈາກສັງຄົມທີ່ວ່າ ເມື່ອອ່ານກົດໝາຍແລ້ວ ເຂົ້າໃຈ ຍາກ ແລະ ການປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງດັ່ງກ່າວ ຈະປະກອບຄໍາເຫັນໂດຍພາບລວມ ແລະ ຈະລົງລະອຽດ ແຕ່ລະມາດຕາ, ແຕ່ລະໝວດ ກໍໄດ້.
ຜ່ານການປະກອບຄໍາເຫັນ ພົບວ່າ ຂໍ້ຕົກລົງດັ່ງກ່າວ ມີທັງໝົດ 10 ໝວດ ແລະ 52 ມາດຕາ ຍັງຕ້ອງ ໄດ້ປັບປຸງແກ້ໄຂຕື່ມອີກບາງໝວດ ແລະ ບາງມາດຕາຕື່ມອີກ ເພື່ອເຮັດໃຫ້ຜູ້ທີ່ຈະນໍາໃຊ້ຂໍ້ຕົກລົງສະບັບນີ້ ເຂົ້າໃຈ ງ່າຍ ແລະ ແທດເໝາະກັບສະພາບຄວາມເປັນຈິງ.
ຕົວແທນຈາກພາກສ່ວນຕ່າງໆພາຍໃນ ກວຕ ເຂົ້າຮ່ວມການປະກອບຄຳເຫັນຄັ້ງນີ້: